Home ຂ່າວໜ້າໜຶ່ງ ມອບໃບຢັ້ງຢືນໃຫ້ນັກຂັບລົດໄຟຄົນລາວຊຸດທຳອິດ

ມອບໃບຢັ້ງຢືນໃຫ້ນັກຂັບລົດໄຟຄົນລາວຊຸດທຳອິດ

0

ໃນຕອນບ່າຍຂອງວັນທີ 5 ສິງຫາ 2024 ນີ້, ທາງລົດໄຟລາວ-ຈີນໄດ້ຈັດພິທີມອບຮັບໃບຢັ້ງຢືນນັກຂັບລົດໄຟ ແລະ ນຳສົ່ງລົດໄຟຂະບວນປະຖົມມະລືກ ທີ່ບັນຊາຂັບເຄື່ອນດ້ວຍຕົນເອງ ຂອງພະນັກງານຂັບລົດໄຟຄົນລາວ ຊຸດທຳອິດ ທີ່ສະຖານີລົດໄຟນະຄອນຫຼວງວຽງຈັນ ເຊິ່ງໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ພຸດ ສິມມາລາວົງ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ມອນໄຊ ລາວມົວຊົງ, ປະທານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ໄຊສົງຄາມ ມະໂນທັມ, ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ພົງໄຊສັກ ອິນຖາລາດ, ຮອງ ລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ຫຼິວ ຫົງ, ຜູ້ອຳນວຍການບໍລິສັດ ທາງລົດໄຟລາວ-ຈີນ ແລະ ພ້ອມດ້ວຍບັນດາແຂກການນຳທີ່ເຂົ້າຮ່ວມ.

ທ່ານ ໄຊສົງຄາມ ມະໂນທັມ, ຮອງລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ໃຫ້ກຽດຂຶ້ນມອບໃບຢັ້ງຢືນນັກຂັບລົດໄຟໃຫ້ພະນັກງານຂັບລົດໄຟຄົນລາວ ຊຸດທຳອິດທັງ 14 ຄົນ. ທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດຂອງພະນັກງານຂັບລົດໄຟວ່າ: “ ນີ້ແມ່ນຖືເປັນເຫດການສໍາຄັນຂອງປະຫວັດສາດແຫ່ງການພັດທະນາການຄົມມະນາຄົມຂອງ ສປປ ລາວ, ແມ່ນສັນຍາລັກຂອງຫມາກຜົນຄວາມສຳເລັດທີ່ຍິ່ງໃຫຍ່ຮ່ວມກັນຂອງສອງຊາດລາວ-ຈີນ ໃນການຝຶກຝົນຫລໍ່ຫຼອມພະນັກງານທາງລົດໄຟທີ່ມີຄວາມອາດສາມາດຂອງປະເທດລາວເຮົາ.” ທ່ານຍັງໄດ້ຊີ້ໃຫ້ເຫັນຕື່ມວ່າ: “ ທາງລົດໄຟລາວ-ຈີນ ໄດ້ເປີດດໍາເນີນການຂົນສົ່ງຢ່າງປອດໄພມາເປັນເວລາ 2 ປີກວ່າແລ້ວ, ວຽກງານທາງລົດໄຟລາວ-ຈີນ ໄດ້ຮັບການຂະຫຍາຍຕົວຢ່າງກ້າວຫນ້າ ແລະ ພັດທະນາຢ່າງວ່ອງໄວ, ດ້ານການຂົນສົ່ງຜູ້ໂດຍສານ ແລະ ການຂົນສົ່ງສິນຄ້າ ກໍນັບມື້ນັບເພີ່ມຂຶ້ນຢ່າງຕໍ່ເນື່ອງ, ບົດບາດຂອງເສັ້ນທາງທອງຄຳແຫ່ງນີ້ກໍນັບມື້ນັບພົ້ນເດັ່ນ, ເສັ້ນທາງລົດໄຟລາວ-ຈີນ ຖືເປັນອົງປະກອບທີ່ມີບົດບາດສຳຄັນຫຼາຍໃນການຂັບເຄື່ອນເສດຖະກິດສັງຄົມຂອງປະເທດຊາດ ແລະ ການເຊື່ອມຕໍ່ລະຫວ່າງບັນດາປະເທດໃນທົ່ວພາກພື້ນ.”

ເພື່ອຮັບປະກັນໃຫ້ວຽກງານຂອງທາງລົດໄຟລາວ-ຈີນມີຄຸນນະພາບສູງ, ໃນເດືອນມິຖຸນາປີ 2020, ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ໄດ້ເປີດຮັບສະໝັກພະນັກງານຂັບລົດໄຟຄົນລາວຊຸດທຳອິດ, ພາຍຫຼັງທີ່ຜ່ານການການຮຽນຫຼັກສູດທິດສະດີ, ເຂົ້າຮ່ວມຝຶກອົບຮົມ, ຜ່ານການນຳພາຝຶກຂອງອາຈານຈາກ ສປ ຈີນ, ຜ່ານການຝຶກຝົນວຽກງານຕໍາແໜ່ງຂອງຕົນເອງ, ມາຮອດເດືອນມິຖຸນາ 2022 ໄດ້ຮັບການຄັດເລືອກເປັນຈຳນວນ 66 ຄົນ ໃນການເປັນຮອງຜູ້ຂັບລົດໄຟ ແລະ ໃນທ້າຍປີ 2023 ມີຈຳນວນ 30 ຄົນໄດ້ຜ່ານການຄັດເລືອກຮ່ວມຂັບລົດໄຟເປັນໄລຍະທາງຫຼາຍ ກ່ວາ 100,000 ກິໂລແມັດ. ພາຍໃຕ້ຜົນງານຂອງເຂົາເຈົ້າທີ່ປະຕິບັດມາຢ່າງຕໍ່ເນື່ອງ, ຈິ່ງສໍາເລັດການຄັດເລືອກເອົາຜູ້ຂັບລົດໄຟດີເດັ່ນຈໍານວນ 14 ຄົນ ( ຜູ້ຂັບລົດໄຟທີ່ໃຊ້ໄຟຟ້າ ຈໍານວນ 12 ຄົນ ແລະ ຜູ້ຂັບລົດໄຟທີ່ໃຊ້ຈັກກາຊວນຈໍານວນ 2 ຄົນ ) ເຊິ່ງໄດ້ຜ່ານການຝຶກອົບຮົມເພີ່ມຄວາມຮູ້ທາງດ້ານທິດສະດີເປັນເວລາ 4 ເດືອນ ແລະ ການຝຶກອົບຮົມເພີ່ມທັກສະທາງດ້ານການປະຕິບັດຕົວຈິງເປັນເວລາ 4 ເດືອນເຊັ່ນກັນ. ປະຈຸບັນ, ຜູ້ຂັບລົດໄຟທັງ 14 ຄົນລ້ວນແຕ່ຜ່ານການກວດສອບຄຸນນະວຸດທິການຂັບລົດໄຟ ແລະ ໄດ້ຜ່ານການຄັດເລືອກເພື່ອຮັບໃບຢັ້ງຢືນນັກຂັບລົດໄຟທີ່ອອກໃຫ້ໂດຍກະຊວງໂຍທາທິການ ແລະ ຂົນສົ່ງ ສປປ ລາວ ແລະ ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ.

ທ່ານ ຫຼິວ ຫົງ, ຜູ້ອຳນວຍການໃຫຍ່ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ໄດ້ກ່າວວ່າ: “ ນັກຂັບລົດໄຟຄົນລາວ ທີ່ບັນຊາຂັບເຄື່ອນດ້ວຍຕົນເອງ, ແມ່ນໝາກຜົນຄວາມສຳເລັດອັນສຳຄັນຂອງຄວາມມານະພະຍາຍາມຮ່ວມກັນ ແລະ ການຮ່ວມມືຢ່າງຈິງໃຈລະຫວ່າງສອງປະເທດລາວ-ຈີນ ທີ່ສຸມໃສ່ດ້ານການຝຶກຝົນຫລໍ່ຫລອມຄວາມສາມາດໃຫ້ພະນັກງານດ້ານການລົດໄຟຂອງລາວ ແລະ ການດຳເນີນງານທາງລົດໄຟລາວ-ຈີນໃຫ້ມີຄຸນນະພາບສູງ.” ທ່ານຍັງໄດ້ກ່າວຕື່ມວ່າ: “ ໃນບາດກ້າວຕໍ່ໄປ, ບໍລິສັດຈະນຳໃຊ້ຊັບພະຍາກອນດ້ານວຽກງານການສຶກສາເຂົ້າໃນການສິດສອນຢ່າງເຕັມຮູບແບບເຊັ່ນ: ຊຸກຍູ້ໃຫ້ມະຫາວິທະຍາໄລການລົດໄຟຈີນ ແລະ ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟລາວ ເຂົ້າສົມທົບກັນໃຫ້ມີປະສິດທິຜົນສອດຄ່ອງກັບຄວາມເປັນຈິງ, ກຳນົດຕຳແໜ່ງງານ, ມີທັກສະທີ່ພົ້ນເດັ່ນ ແລະ ປັບປຸງລະບົບການຝຶກທັກສະດ້ານວິຊາຊີບຢ່າງຕໍ່ເນື່ອງ, ຝຶກອົບຮົມສ້າງຜູ້ບໍລິຫານ ແລະ ວິຊາການຄົນລາວຊຸດທຳອິດທີ່ມີທັກສະຄວາມຊຳນານດ້ານວຽກງານທາງລົດໄຟ, ສ້າງໜ່ວຍງານທີ່ມີຄວາມມັກຮັກຕໍ່ກັບວຽກງານການລົດໄຟ, ຖະໜັດໃນວິຊາຊີບ, ມີຄວາມຊຳນິຊຳນານໃນການດຳເນີນທຸລະກຳທາງລົດໄຟ ໂດຍສຸມໃສ່ເປົ້າໝາຍກໍຄືມີມາດຕະຖານທີ່ສູງ, ມີຄວາມຍືນຍົງ, ສ້າງຊີວິດການເປັນຢູ່ທີ່ດີແກ່ປະຊາຊົນ, ບໍລິສັດພວກເຮົາຈະຕັ້ງໃຈສືບຕໍ່ຊຸກຍູ້ວຽກງານທາງດ້ານການພັດທະນາເສັ້ນທາງລົດໄຟຂອງລາວໃຫ້ນັບມື້ນັບມີຄຸນນະພາບທີ່ີສູງຂຶ້ນ.”

ນອກນີ້, ຝ່າຍທາງລົດໄຟແຫ່ງຊາດຈີນກໍໄດ້ໃຫ້ການສະໜັບສະໜູນຂະແໜການທາງລົດໄຟຂອງລາວ ໃນດ້ານມາດຕະຖານເຕັກນິກທາງລົດໄຟທີ່ກ້າວໜ້າ, ການຝຶກອົບຮົມທາງດ້ານທັກສະຄວາມສາມາດ ແລະ ລະບົບການປະເມີນຝີມືຂອງພະນັກງານໂດຍບໍ່ເສຍຄ່າ, ຈັດສົ່ງວິຊາການຜູ້ຊ່ຽວຊານມາປະຈຳການຢູ່ລາວເປັນເວລາດົນນານ, ຊ່ວຍໃຫ້ທາງລົດໄຟຂອງລາວມີຄວາມທັນສະໄໝຍິ່ງຂຶ້ນ. ລະບົບການຄຸ້ມຄອງການຂົນສົ່ງທາງລົດໄຟ, ປູກຝັງຝຶກຝົນບຸກຄະລາກອນຄົນລາວໃຫ້ມີຄວາມສາມາດທາງການລົດໄຟ,ໃຫ້ມີີຄຸນນະພາບສູງ ແລະ ເປັນມືອາຊີບ ເພື່ອຊຸກຍູ້ເຂົ້າໃນດ້ານອຸດສາຫະກຳທາງລົດໄຟ ແລະ ການພັດທະນາເສດຖະກິດ ແລະ ສັງຄົມຂອງລາວ.

#ຂ່າວອອນລາຍວສລ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version