Home ຂ່າວຕ່າງປະເທດ ຜູ້ຊາຍ ສ ເກົາຫຼີ ລາພັກລ້ຽງລູກສູງເປັນສະຖິຕິ

ຜູ້ຊາຍ ສ ເກົາຫຼີ ລາພັກລ້ຽງລູກສູງເປັນສະຖິຕິ

0

ຂ່າວຕ່າງປະເທດລາຍງານ ໃນວັນທີ 5 ສິງຫາ ຜ່ານມາວ່າ: ຜູ້ໃຊ້ສິດລາພັກລ້ຽງລູກໃນເຄິ່ງປີທຳອິດ ຢູ່ ສ ເກົາຫຼີ 1 ໃນ 3 ເປັນຜູ້ຊາຍ ຖືເປັນຄັ້ງທຳອິດທີ່ອັດຕາສ່ວນຜູ້ຊາຍຫຼາຍກວ່າ 30%.

ຂໍ້ມູນດັ່ງກ່າວເປີດເຜີຍໂດຍກະຊວງການຈັດຫາງານ ແລະ ແຮງງານ ຂອງ ສ ເກົາຫຼີ ໃນວັນທີ 4 ສິງຫາ ຜ່ານມາລະບຸວ່າ: ພະນັກງານຂອງບໍລິສັດ ທີ່ໃຊ້ສິດລາພັກເພື່ອລ້ຽງລູກ ໃນລະຫວ່າງເດືອນມັງກອນ ຫາ ເດືອນມິຖຸນາ ປີນີ້ ຢູ່ທີ່ 69.631 ຄົນ ເພີ່ມຂຶ້ນຈາກໄລຍະດຽວກັນຂອງປີທີ່ຜ່ານມາ 3,2%.

ໃນຈຳນວນພະນັກງານບໍລິສັດທີ່ໃຊ້ສິດລາພັກລ້ຽງລູກທັງໝົດ ເປັນຜູ້ຊາຍ 22.460 ຄົນ ຫຼື ໄລ່ເປັນອັດຕາສ່ວນ 32,3% ຊຶ່ງຖືເປັນຄັ້ງທຳອິດທີ່ມີອັດຕາສ່ວນສູງກວ່າ 30%.

ອັດຕາສ່ວນຂອງພໍ່ໃນ ສ ເກົາຫຼີ ທີ່ໃຊ້ສິດລາພັກລ້ຽງລູກ ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນໄລຍະຫຼາຍປີທີ່ຜ່ານມາ ຈາກ 8,7% ໃນປີ 2016.

ຈຳນວນພະນັກງານຜູ້ຊາຍທີ່ໃຊ້ສິດລາພັກລ້ຽງລູກເພີ່ມຂຶ້ນຈາກປີກ່ອນໜ້າ 15,7% ຂະນະທີ່ຈຳນວນພະນັກງານຜູ້ຍິງ ທີ່ໃຊ້ສິດລາພັກລ້ຽງລູກ ຫຼຸດລົງເລັກນ້ອຍ 1,8% ຢູທີ່ 47,171 ຄົນ.

ຂໍ້ມູນນີ້, ຮວບຮວມຈາກຜູ້ຢູ່ໃນລະບົບປະກັນ ຂອງກຸ່ມບໍລິສັດ. ດັ່ງນັ້ນ, ຈຶ່ງບໍ່ລວມຂໍ້ມູນການໃຊ້ສິດລາພັກລ້ຽງລູກ ຂອງລັດຖະກອນ ແລະ ຄູ.

ການທີ່ຜູ້ຊາຍລາພັກລ້ຽງລູກຫຼາຍຂຶ້ນ ສອດຄ່ອງກັບການເພີ່ມຜົນປະໂຫຍດກ່ຽວກັບການລາພັກລ້ຽງລູກຂອງລັດຖະບານ ສ ເກົາຫຼີ ໃນປີນີ້ ຊຶ່ງມີເປົ້າໝາຍແກ້ໄຂບັນຫາອັດຕາການເກີດທີ່ຕໍ່າທີ່ສຸດໃນໂລກ, ເລີ່ມແຕ່ວັນທີ 1 ມັງກອນ ປີນີ້ ກົດໝາຍໃໝ່ໄດ້ອະນຸຍາດໃຫ້ພໍ່ແມ່ທີ່ເຮັດວຽກ ຊຶ່ງມີລູກອາຍຸນ້ອຍກວ່າ 18 ເດືອນ ສາມາດຮັບຜົນປະໂຫຍດຮ່ວມກັນໄດ້ສູງສຸດ 39 ລ້ານວອນ (ສະກຸນເງິນ ສ ເກົາຫຼີ) ຫາກທັງຄູ່ໃຊ້ສິດລາພັກລ້ຽງລູກ 6 ເດືອນ ບໍ່ວ່າຈະພ້ອມກັນ ຫຼື ແຍກກັນ.

ກ່ອນໜ້ານີ້, ລະບົບລາພັກລ້ຽງລູກຂອງ ສ ເກົາຫຼີ ໃຫ້ພໍ່ແມ່ໄດ້ຮັບຜົນປະໂຫຍດທຽບເທົ່າ 100% ຂອງຄ່າຈ້າງໃນໄລຍະ 3 ເດືອນທຳອິດ ຫາກລູກອາຍຸນ້ອຍກວ່າ 12 ເດືອນ ແຕ່ກຳນົດເພດານສູງສຸດໄວ້ທີ່ 3 ລ້ານວອນ.

ອັດຕາການຈະເລີນພັນຂອງ ສ ເກົາຫຼີ ຊຶ່ງສະເລ່ຍການມີລູກຂອງຜູ້ຍິງໜຶ່ງຄົນ ຢູ່ທີ່ 0,72% ໃນປີ 2023 ຂະນະທີ່ອັດຕາການຈະເລີນພັນທີ່ເໝາະສົມໃນການຮັກສາລະດັບປະຊາກອນໃຫ້ຄົງທີ່ ຄວນຢູ່ທີ່ ເດັກນ້ອຍ 2,1 ຄົນ ຕໍ່ຜູ້ຍິງ 1 ຄົນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version