Home ຂ່າວພາຍໃນ ປຶ້ມ ແລະ ສິ່ງພິມຕ່າງໆ ເປັນປັດໄຈສ້າງວິໄສທັດ ສາຍພົວພັນສັງຄົມ

ປຶ້ມ ແລະ ສິ່ງພິມຕ່າງໆ ເປັນປັດໄຈສ້າງວິໄສທັດ ສາຍພົວພັນສັງຄົມ

0

ປຶ້ມ ແລະ ສິ່ງພິມຕ່າງໆ ເປັນປັດໄຈຊຸກຍູ້ທີ່ແຂງແກ່ນ ໃຫ້ການສ້າງວິໄສທັດ ສ້າງສາຍພົວພັນສັງຄົມ ສາມາດສຶກສາອົບຮົມຄຸນສົມບັດ, ແບບແຜນດຳລົງຊີວິດທີ່ປອດໃສ ແກ່ຜູ້ອ່ານ, ສ້າງຮຸ່ນສືບ ທອດທີ່ມີລະດັບວັດທະນະທຳ ແລະ ການສຶກສາຢ່າງຮອບດ້ານ ທັງສາມາດຈຳກັດບັນຫາ ແລະ ປາກົດການຫຍໍ້ທໍ້ທາງສັງຄົມ ເປັນການປະກອບສ່ວນ ເຂົ້າໃນການພັດທະນາຊັບພະຍາກອນມະນຸດ ປົກປັກຮັກສາ ແລະ ສ້າງສາປະເທດຊາດ.

ທ່ານ ນາງ ຈັນເພັດ ຄຳຟອງ ຫົວໜ້າກົມວັນນະຄະດີ ແລະ ພິມຈຳໜ່າຍ ໄດ້ໃຫ້ສໍາພາດເນື່ອງໃນໂອກາດວັນສື່ມວນຊົນ ແລະ ວັນພິມຈຳໜ່າຍ ຄົບຮອບ 74 ປີ ໃນວັນທີ 5 ສິງຫາ 2024 ນີ້ວ່າ: ກົມວັນນະຄະດີ ແລະ ພິມຈຳໜ່າຍ ມີບົດບາດໃນຄຸ້ມຄອງ, ປົກປັກຮັກສາ, ສົ່ງເສີມການປະດິດແຕ່ງວັນນະກຳ ພັດທະນາການພິມຈຳໜ່າຍ, ຫໍສະໝຸດ ແລະ ສົ່ງເສີມການອ່ານ, ຊຶ່ງໃນໄລຍະຜ່ານມາ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການຊຸກຍູ້ສົ່ງເສີມວຽກງານວັນນະຄະດີ ແລະ ການພິມຈຳໜ່າຍ ໃຫ້ມີບາດກ້າວຂະຫຍາຍຕົວເລື້ອຍໆມາ. ສຳລັບຜົນງານທີ່ພົ້ນເດັ່ນ ແລະ ຍາດມາໄດ້ໃນປີຜ່ານມາ ແມ່ນໄດ້ສໍາເລັດການປັບປຸງ ກົດໝາຍ ວ່າດ້ວຍການພິມຈໍາໜ່າຍ (ສະບັບປັບປຸງ) ເລກທີ 44/ສພຊ, ລົງວັນທີ 17 ກໍລະກົດ 2023 ນຳໃຊ້ເປັນເຄື່ອງມື ແລະ ເປັນບ່ອນອີງທີ່ສຳຄັນ ທາງດ້ານຫລັກການ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງ, ຕິດຕາມ, ກວດກາ ວຽກງານການພິມຈຳໜ່າຍ ເຮັດໃຫ້ວຽກງານພິມຈຳໜ່າຍຂະຫຍາຍຕົວ, ພັດທະນາ ແລະ ເຄື່ອນໄຫວຢ່າງແຂງແຮງ.

ປັດຈຸບັນ, ມີ 44 ໂຮງພິມ ແລະ 15 ສຳນັກພິມ, ມີຮ້ານຈຳໜ່າຍປຶ້ມ-ສິ່ງພິມ ເກີດຂຶ້ນ ແລະ ເຄື່ອນໄຫວຢ່າງມີຊີວິດຊີວາ, ມີຂະແໜງຄົ້ນຄວ້າ ຈັດພິມປຶ້ມ ການຮຽນ-ການສອນ, ມີປຶ້ມຜົນງານການຄົ້ນຄວ້າ ຂອງບັນດາຂະແໜງການວິຊາການ, ປຶ້ມແປ, ປຶ້ມວັນນະຄະດີປະເພດຕ່າງໆຈຳນວນຫລາຍ, ມີອົງການຈັດຕັ້ງເຄື່ອນໄຫວ ເຮັດວຽກງານພິມຈຳໜ່າຍຄື: ສະມາຄົມການພິມ, ສະມາຄົມນັກປະພັນລາວ, ສະມາຄົມຫໍສະໝຸດລາວ ແລະ ກຸ່ມສຳນັກພິມເກີດຂຶ້ນ ເພື່ອສົ່ງເສີມຂະແໜງການພິມຈຳໜ່າຍ ແລະ ສົ່ງເສີມການອ່ານດ້ວຍຫລາຍຮູບການ. ນອກຈາກນີ້, ວຽກງານການພິມຈຳໜ່າຍ ຍັງໄດ້ມີການຮ່ວມມືກັບເພື່ອນມິດຍຸດທະສາດ ໂດຍສະເພາະ ສສ ຫວຽດນາມ ໃນການຈັດຝຶກອົບຮົມວຽກງານພິມຈໍາໜ່າຍ ສ້າງຄວາມເຂັ້ມແຂງໃຫ້ພະນັກງານລາວ ແລະ ວຽກງານການແລກປ່ຽນ ຈັດພິມປຶ້ມແປດີເດັ່ນ ຂອງບັນດາສຳນັກພິມຂອງລາວ ແລະ ສຳນັກພິມ ສປ ຈີນ ຈຳນວນຫລາຍຫົວເລື່ອງ ພ້ອມທັງໄດ້ຮັບການຊຸກຍູ້ການຈັດພິມປຶ້ມນິທານ, ປຶ້ມອ່ານເສີມ ຂອງບັນດາອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ ເພື່ອມອບໃຫ້ຫ້ອງສະໝຸດໂຮງຮຽນສາມັນ ໃນຂອບເຂດເປົ້າໝາຍຂອງໂຄງການ ແລະ ເຄື່ອນໄຫວວຽກງານສົ່ງເສີມການອ່ານ ຢູ່ບັນດາແຂວງຈຳນວນໜຶ່ງ. ໃນປີ 2024, ວຽກງານການຈັດພິມປຶ້ມ ສາມາດອອກທະບຽນພິມປຶ້ມ ໄດ້ 704 ຫົວເລື່ອງ ມີ 3.049.549 ຫົວ, ສິ່ງພິມອື່ນ ໄດ້ 319.900 ສະບັບ. ໃນແຕ່ລະປີ ມີບົດປະພັນວັນນະຄະດີ ປະເພດກະວີ, ເລື່ອງສັ້ນ ລົງພິມ ແລະ ໂຄສະນາໃນສື່ ແລະ ສິ່ງພິມຕ່າງໆ ປະມານ 2.000 ບົດ. ຄຽງຄູ່ໄປກັບຜົນສຳເລັດ ແລະ ທ່າແຮງທີ່ມີດັ່ງກ່າວນັ້ນ, ວຽກງານປຶ້ມ ແລະ ສິ່ງພິມຕ່າງໆ ຍັງມີສິ່ງຄົງຄ້າງ ແລະ ທ້າທາຍ ເປັນຕົ້ນ ປັດຈຸບັນໄດ້ມີ ຕົ້ນສະບັບປຶ້ມຄົ້ນຄວ້າ ວິຊາການຂະແໜງການຕ່າງໆ, ປຶ້ມບົດປະພັນວັນນະຄະດີ, ໜັງສືຜູກໃບລານ, ພັບສາ (ປື້ມເກົ່າແກ່ ທີ່ເຮັດດ້ວຍເຈ້ຍສາ), ປຶ້ມເກົ່າແກ່ທີ່ບັນທຶກຫລັກຖານ ທາງປະຫວັດສາດຂອງຊາດລາວ ເປັນຈຳນວນຫລວງຫລາຍ ຍັງບໍ່ທັນມີການຈັດພິມເຜີຍແຜ່ ຍ້ອນຂາດທຶນພິມ; ຍັງຂາດການລົງທຶນໃສ່ການສ້າງລະບົບບໍລິການຫໍສະໝຸດ ດິຈີຕອນ ຫລື ບໍລິການ ການອ່ານດ້ວຍເອເລັກໂຕຣນິກເພື່ອຫລຸດຜ່ອນງົບປະມານການຈັດພິມເປັນເຫລັ້ມ, ຫລຸດຜ່ອນຄ່າຂົນສົ່ງ ແລະ ຫລຸດຜ່ອນມົນລະພິດ.

ທ່ານ ນາງ ຈັນເພັດ ຄຳຟອງ ກ່າວຕື່ມວ່າ: ຕໍ່ກັບທິດທາງແຜນການຕໍ່ໜ້າ ວຽກງານພິມຈຳໜ່າຍ ຍັງຕ້ອງເອົາໃຈໃສ່ ຢ່າງຕັ້ງໜ້າ ສືບຕໍ່ໂຄສະນາເຜີຍແຜ່ ກົດໝາຍວ່າດ້ວຍການພິມ ແລະ ຈຳໜ່າຍ ໃຫ້ທົ່ວເຖິງ, ປະຕິບັດນະໂຍບາຍສົ່ງເສີມວຽກງານ ພິມຈຳໜ່າຍ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ດ້ວຍຫລາຍຮູບແບບເພື່ອຜະລິດປຶ້ມ, ສິ່ງພິມ ແລະ ຈຳໜ່າຍດ້ວຍຮູບການຕ່າງໆ ລົງສູ່ປະຊາຊົນຢ່າງທົ່ວເຖິງ; ສືບຕໍ່ຊຸກຍູ້ນັກຄົ້ນຄວ້າ, ນັກປະພັນ, ນັກປະດິດແຕ່ງ ຄົ້ນຄວ້າຂຽນປຶ້ມ, ສິ່ງພິມ ໃຫ້ຮັບໃຊ້ແກ່ຫລາຍເປົ້າໝາຍຍິ່ງຂຶ້ນ ເພື່ອສະໜອງການຜະລິດຢູ່ໂຮງພິມຂອງພາກລັດ ແລະ ເອກະຊົນພາຍໃນ; ສືບຕໍ່ປັບປຸງນິຕິກຳລຸ່ມກົດໝາຍ ການຄຸ້ມຄອງວຽກງານການພິມຈຳໜ່າຍ ແລະ ຫໍສະໝຸດ ເພື່ອເປັນບ່ອນອີງ ໃນການຈັດຕັ້ງປະຕິບັດໃຫ້ສະດວກຂຶ້ນ; ສືບຕໍ່ເກັບກຳສະຖິຕິໂຮງພິມ, ຮ້ານພິມ, ຮ້ານຈຳໜ່າຍປຶ້ມ, ຫໍສະໝຸດ, ຫ້ອງສະໝຸດ, ຫ້ອງອ່ານ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ເພື່ອເປັນຂໍ້ມູນວາງແຜນວິໄຈ ແລະ ພັດທະນາວຽກງານ ການພິມຈຳໜ່າຍ ໃຫ້ສອດຄ່ອງ ເໝາະສົມກັບສະພາບການຂະຫຍາຍຕົວຂອງປະເທດເຮົາ. ເຖິງຢ່າງໃດກໍດີ, ເພື່ອເຮັດສໍາເລັດໜ້າທີ່ອັນສໍາຄັນດັ່ງກ່າວ ອົງການ ພິມຈໍາໜ່າຍ ຍັງມີຄວາມຕ້ອງການ ການສະໜັບສະໜູນ ຈາກພາກລັດ, ພາກເອກະຊົນ, ທຸລະກິດ ແລະ ສັງຄົມ ເປັນຕົ້ນ ການມີນະໂຍບາຍ ຕໍ່ຂະແໜງການການພິມຈໍາໜ່າຍ ເພື່ອຜ່ອນຜັນຄ່າໃຊ້ຈ່າຍ ການນຳເຂົ້າອຸປະກອນການຈັດພິມ, ການຜະລິດ ຂອງບັນດາສຳນັກພິມ, ໂຮງພິມ ເພື່ອການຈັດພິມປຶ້ມ ແລະ ສິ່ງພິມໃຫ້ຫລາຍ ເພື່ອເຮັດໃຫ້ວຽກງານການພິມຈໍາໜ່າຍ ມີການເຕີບໃຫຍ່ຂະຫຍາຍຕົວ, ເຂັ້ມແຂງ ໄດ້ຮັບການພັດທະນາ ແລະ ມີຄວາມຍືນຍົງ.

ຂ່າວ: ກິດຕາ, ພາບ: ຍຸພິນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version