Home ຂ່າວໜ້າໜຶ່ງ ລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບທູດ ສປ ຈີນ ປະຈໍາລາວ ຄົນໃໝ່

ລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບທູດ ສປ ຈີນ ປະຈໍາລາວ ຄົນໃໝ່

0

ວັນທີ 1 ສິງຫາ 2024 ນີ້, ສະຫາຍ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ຟາງ ຫົງ (Fang Hong) ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ຄົນໃໝ່.

ໂອກາດດັ່ງກ່າວ, ສະຫາຍ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະສະແດງຄວາມຊົມເຊີຍຕໍ່ ສະຫາຍ ນາງ ຟາງ ຫົງ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງ ເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ຄົນໃໝ່ ເຊິ່ງສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຈາກພັກ, ລັດຖະບານ ແລະ ປະຊາຊົນຈີນ ໃຫ້ສະຫາຍມາປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການເປັນຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີ, ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງທັງທາງກວ້າງ ແລະ ທາງເລິກ; ພ້ອມທັງໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບ ການສົ່ງເສີມການຮ່ວມມືຂອງສອງພັກ, ສອງລັດ ໂດຍສະເພາະ ການຮ່ວມມືໃນຂົງເຂດວຽກງານຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ລະຫວ່າງ ສອງປະເທດໃຫ້ຫລາຍຂຶ້ນ; ສອງຝ່າຍ ຈະສືບຕໍ່ຈັດຕັ້ງປະຕິບັດການຕົກລົງທີ່ເປັນເອກະພາບ ຂອງການນໍາຂັ້ນສູງຂອງສອງປະເທດ ໂດຍສະເພາະການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຕັ້ງຄູ່ຮ່ວມຊາຕາກໍາ ລາວ-ຈີນ ສະບັບໃໝ່ (2024-2028) ໃຫ້ເປັນຮູບປະທໍາ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ, ລວມທັງ ແຜນການຮ່ວມມືຂອງກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວຂອງ ສປ ຈີນ.

ພ້ອມກັນນີ້, ສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍໄດ້ແລກປ່ຽນກັບທ່ານທູດ ໂດຍສະເພາະ ປີ 2024 ເປັນປີທ່ອງທ່ຽວລາວ, ລັດຖະບານ ສປປ ລາວ ໄດ້ມີນະໂຍບາຍຍົກເວັ້ນວິຊາ ແບບບໍ່ຕິດວິຊາສະຕິກເກີ ສໍາລັບນັກທ່ອງທ່ຽວຈີນ, ຮົງກົງ, ມາເກົ້າ ທີ່ຖືໜັງສືຜ່ານແດນ (ທໍາມະດາ) ລວມທັງນັກທ່ອງທ່ຽວຈີນ ທີ່ເປັນກຸ່ມທີ່ຖືໜັງສືຜ່ານແດນໄຕ້ຫວັນ ແມ່ນອອກວິຊາປິວແຕ່ບໍ່ຕິດວິຊາສະຕິກເກີ ທີ່ມາທ່ອງທ່ຽວເປັນກຸ່ມໃນນາມບໍລິສັດນໍາທ່ຽວ ສາມາດພັກເຊົາໄດ້ 15 ວັນ, ແຕ່ຕ້ອງໃຫ້ຜ່ານການບໍລິການຂອງບໍລິສັດນໍາທ່ຽວທີ່ຢູ່ ສປປ ລາວ ແລະ ສປ ຈີນ ແລະ ໄດ້ລົງທະບຽນຮັບຮອງຈາກກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ລວມທັງຊຸກຍູ້, ສົ່ງເສີມບັນດາວິສາຫະກິດຈີນມາລົງທຶນຢູ່ ສປປ ລາວ ໂດຍສະເພາະ ໃນຂົງເຂດຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວໃຫ້ຫລາຍຂຶ້ນກວ່າເກົ່າ. ພ້ອມນີ້, ສະຫາຍ ລັດຖະມົນຕີກະຊວງ ຖວທ ກໍໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ພັກ, ລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການຊ່ວຍເຫລືອອັນລໍ້າຄ່າ ແກ່ ສປປ ລາວ ຕະຫລອດມາ ນັບແຕ່ອະດີດຈົນເຖິງປັດຈຸບັນ.

ສະຫາຍ ນາງ ຟາງ ຫົງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຈາກລັດຖະ ມົນຕີກະຊວງ ຖວມ ໃນຄັ້ງນີ້, ພ້ອມທັງໄດ້ແຈ້ງໃຫ້ຊາບເຖິງ ຜົນສໍາເລັດກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກກອມມູນິດຈີນ ສະໄໝທີ 20 ໂດຍສຸມໃສ່ລົງເລິກການປະຕິຮູບຢ່າງຮອບດ້ານ ແລະ ກ້າວໄປສູ່ການຫັນເປັນຍຸກສະໄໝໃໝ່ຂອງຈີນ ເຊິ່ງມີຫລາຍບັນຫາທີ່ເປັນບ່ອນອີງໃນການຜັນຂະຫຍາຍ ສາຍພົວພັນການຮ່ວມມືລາວ-ຈີນ, ຈີນ-ລາວ ແລະ ສະແດງຄວາມໝາຍໝັ້ນວ່າ ຈະເຮັດວຽກຮ່ວມກັບກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວຢ່າງໃກ້ຊິດ ເພື່ອສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີ ແລະ ຄູ່ຮ່ວມຊາຕາກໍາ ຈີນ-ລາວ, ລາວ-ຈີນ ໃຫ້ແຕກດອກອອກຜົນຂຶ້ນເລື້ອຍໆ ແລະ ຈະເພີ່ມທະວີຢ່າງໃກ້ສິດກັບກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເພື່ອປະຕິບັດວຽກງານການຮ່ວມມື ແລະ ພັດທະນາໃນຂົງເຂດຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຂອງ ສປປ ລາວ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version