Home ຂ່າວພາຍໃນ ຫາລືສົ່ງເສີມການນໍາໃຊ້ເງິນກີບໃນຂົງເຂດການສຶກສາ

ຫາລືສົ່ງເສີມການນໍາໃຊ້ເງິນກີບໃນຂົງເຂດການສຶກສາ

0

ກົມຄຸ້ມຄອງເງິນຕາຕ່າງປະເທດ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມປຶກສາຫາລືສົ່ງເສີມການນໍາໃຊ້ເງິນກີບ ແລະ ວຽກງານຄຸ້ມຄອງເງິນຕາຕ່າງປະເທດໃນຂົງເຂດການສຶກສາ (ການຕິດຕາມກວດກາ ການໂຄສະນາການຊຳລະ ແລະ ການຮັບໃຊ້ຊໍາລະຄ່າບໍລິການການສຶກສາ) ຂຶ້ນວັນທີ 1 ສິງຫາ ນີ້ ທີ່ສໍານັກງານ ທຫລ ພາຍໃຕ້ການເປັນປະທານຂອງ ທ່ານ ສະຖາພອນ ແກ້ວວົງວິຈິດ ຫົວໜ້າກົມຄຸ້ມຄອງເງິນຕາຕ່າງປະເທດ ທຫລ ແລະ ທ່ານ ນາງ ດາລາວອນ ສິດທິພັນ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ ມີບັນດາຄະນະກົມກ່ຽວຂ້ອງກະຊວງສຶກສາທິການ ແລະ ກິລາ ສະມາຄົມການສຶກສາພາກເອກະຊົນ ແລະ ສະຖາບັນການສຶກສານາໆຊາດຢູ່ນະຄອນຫຼວງວຽງຈັນເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ຜູ້ເຂົ້າຮ່ວມໄດ້ພ້ອມກັນແລກປ່ຽນບົດຮຽນຫຼາຍບັນຫາ ແລະ ໄດ້ຮັບຟັງການເຜີຍເອກະສານສໍາຄັນຕ່າງໆຫຼາຍສະບັບເປັນຕົ້ນແມ່ນກົດໝາຍ, ນິຕິກໍາ ແລະ ຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ຈາກພະແນກກ່ຽວຂ້ອງຂອງກົມຄຸ້ມຄອງເງິນຕາຕ່າງປະເທດ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມໄດ້ເຂົ້າໃຈຫຼາຍຂຶ້ນກ່ຽວກັບບັນຫາດັ່ງກ່າວ ເພື່ອເປັນການຊຸກຍູ້ ສົ່ງເສີມການນຳໃຊ້ເງິນກີບໃນການໃຊ້ຈ່າຍຕ່າງໆພາຍໃນປະເທດເຮົາ ສະເພາະຂົງເຂດການສຶກສາກໍເປັນຂົງເຂດໜຶ່ງທີ່ລະດົມໃຫ້ໃຊ້ຈ່າຍເປັນເງິນກີບໃນການເສຍຄ່າໂຮງຮຽນ, ຈ່າຍເງິນເດືອນໃຫ້ພະນັກງານ, ຄູ-ອາຈານ ແລະ ການຈັດຊື້ອຸປະກອນການຮຽນ-ການສອນຕ່າງໆ ເນື່ອງຈາກຜ່ານມາອາດມີບາງສະຖາບັນການສຶກສາທີ່ເກັບຄ່າຮຽນເປັນເງິນຕາຕ່າງປະເທດ ທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ປົກຄອງນັກຮຽນທີ່ບໍ່ມີເງິນຕາຕ່າງປະເທດ ຕ້ອງໄດ້ເອົາເງິນກີບໄປແລກປ່ຽນເອົາເງິນຕາຕ່າງປະເທດມາຈ່າຍຄ່າຮຽນ ຊຶ່ງກອງປະຊຸມຄັ້ງນີ້ເປັນການປຸກລະດົມທຸກຂົງເຂດວຽກງານ ແລະ ທຸກພາກສ່ວນໃນສັງຄົມພ້ອມກັນໃຊ້ເງິນກີບ ແລະ ຫຼຸດຜ່ອນການໃຊ້ຈ່າຍເງິນຕາຕ່າງປະເທດ ເພື່ອເປັນການແກ້ໄຂບັນຫາເຄັ່ງຮ້ອນຂອງລັດຖະບານ ໃນຜ່ານມາກຸ້ມຄອງຄອງເງິນ ຕາຕ່າງປະເທດກໍໄດ້ຈັດກອງປະຊຸມແບບນີ້ມາແລ້ວຫຼາຍຂົງເຂດໃນນັ້ນກໍມີຂົງເຂດຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທີ່ຊຸກຍູ້ໃຫ້ນັກທ່ອງທ່ຽວໃຊ້ຈ່າຍເປັນເງິນກີບ ໂດຍລວມແລ້ວ ທຫລ ມີເປົ້າໝາຍການຈະແກ້ໄຂບັນຫາໃດໜຶ່ງໄດ້ນັ້ນມັນຕ້ອງອາໄສທຸກພາກສ່ວນໃນສັງຄົມລາວເຮົາເປັນເຈົ້າການນໍາກັນ ແລະ ພ້ອມກັນຈັດຕັ້ງປະຕິບັດຈະມີຜົນສຳເລັດໃນຕໍ່ໜ້າ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version