Home ຂ່າວການເມືອງ ອົງການໄອຍະການປະຊາຊົນສູງສຸດ ປັບປຸງກົດໝາຍ ອົງການໄອຍະການປະຊາຊົນ ຕອບສະໜອງໜ້າທີ່ການເມືອງໄລຍະໃໝ່

ອົງການໄອຍະການປະຊາຊົນສູງສຸດ ປັບປຸງກົດໝາຍ ອົງການໄອຍະການປະຊາຊົນ ຕອບສະໜອງໜ້າທີ່ການເມືອງໄລຍະໃໝ່

0

ກົດໝາຍວ່າດ້ວຍ ອົງການໄອຍະການປະຊາຊົນ ເປັນອາວຸດອັນສຳຄັນ ຂອງອົງການໄອຍະການປະຊາຊົນ ໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ຕາມກົດໝາຍ ໄດ້ຮັບປັບປຸງແຕ່ລະໄລຍະ ເພື່ອໃຫ້ມີຄວາມສອດຄ່ອງ, ເສີມຂະຫຍາຍຄວາມສັກສິດຂອງກົດໝາຍ ໃນການຄຸ້ມຄອງຄອງລັດ, ຄຸ້ມຄອງສັງຄົມ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ, ລວມໝູ່, ສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງພົນລະເມືອງ, ພ້ອມທັງສຶກສາອົບຮົມພົນລະເມືອງ ໃຫ້ເຄົາລົບ ແລະ ປະຕິບັດກົດໝາຍ ແນໃສ່ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ສ້າງເງື່ອນໄຂ ໃຫ້ປະຊາຊົນລາວບັນດາເຜົ່າ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະ ເທດຊາດ.

ທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ໃຫ້ສຳພາດຕໍ່ສື່ມ່ວນຊົນໃນວັນທີ 30 ກໍລະກົດ 2024 ນີ້ວ່າ: ໃນປີ 2024 ນີ້, ອົງການໄອຍະການປະຊາຊົນສູງສຸດ ກຳລັງຄົ້ນຄວ້າ, ປັບປຸງກົດໝາຍວ່າດ້ວຍ ອົງການໄອຍະການປະຊາຊົນ ເປັນເທື່ອທີ 4 ບົນພື້ນຖານບັນ ຫາທີ່ຕັ້ງຂຶ້ນ ເພື່ອສະເໜີສະພາແຫ່ງຊາດ ພິຈາລະນາ ໃນທ້າຍປີ 2024. ທັງນີ້, ກໍເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງຂອງອົງການໄອຍະການປະຊາຊົນ ໃນໄລຍະໃໝ່ ໂດຍຈະສຸມໃສ່ ປັບປຸງກົດໝາຍໃຫ້ສອດຄ່ອງ ແລະ ສັກສິດ ໂດຍມີເນື້ອໃນຕົ້ນຕໍຄື: ຈະກຳນົດກ່ຽວກັບທີ່ຕັ້ງຂອງອົງການໄອຍະການປະຊາຊົນ ໃຫ້ຈະແຈ້ງຂຶ້ນ ໂດຍລະບຸວ່າ ອົງການໄອຍະການປະຊາຊົນ ເປັນອົງການຕິດຕາມກວດກາຂອງລັດ; ຈະກຳນົດກ່ຽວກັບການຕິດຕາມກວດກາທົ່ວໄປ ເປັນການຕິດຕາມກວດກາ ການປະຕິບັດກົດໝາຍ ເພື່ອໃຫ້ຄວາມຈະຈ້າງແຈ້ງວ່າ ອັນໃດອົງການໄອຍະການປະຊາຊົນ ຈະຕິດຕາມກວດກາ ຕາມກົດໝາຍ; ຈະກຳນົດ ກ່ຽວກັບການຕິດຕາມກວດກາ ການດຳເນີນຄະດີແພ່ງວ່າ ອົງການໄອຍະການປະຊາຊົນ ຈະຕິດຕາມກວດກາການດຳເນີນຄະດີແພ່ງສະເພາະເທົ່ານັ້ນ ໂດຍຈະບໍ່ຕິດຕາມກວດກາການດຳເນີນຄະດີແພ່ງທົ່ວໄປອີກ; ຈະຮັກສາກ່ຽວກັບການກຳນົດ ການສ້າງຕັ້ງອົງ ການໄອຍະການປະຊາຊົນເມືອງ, ນະຄອນ, ເທສະບານໄວ້ ແລະ ສ້າງຕັ້ງອົງການໄອຍະການປະຊາຊົນເມືອງ, ນະຄອນ, ເທສະບານ ຢູ່ ເມືອງ, ນະຄອນ, ເທສະບານ ທີ່ມີເງື່ອນໄຂຂຶ້ນ ເທື່ອລະກ້າວ ເພື່ອໃຫ້ກົງຈັກການຈັດຕັ້ງຂອງອົງການໄອຍະການປະຊາຊົນ ຄົບຖ້ວນ ຕາມໂຄງປະກອບກົງຈັກຂອງອົງການໄອຍະການປະຊາຊົນ ຕາມທີ່ກົດໝາຍໄດ້ກຳນົດໄວ້.

ທ່ານ ຄຳເພັດ ສົມວໍລະຈິດ ໄດ້ກ່າວອີກວ່າ: ສັງລວມແລ້ວ ການປັບປຸງກົດໝາຍດັ່ງກ່າວ ໃຫ້ສອດຄ່ອງ ແລະ ສັກສິດ ແມ່ນຄວາມຈຳເປັນພາວະວິໄສ ເພື່ອເຮັດໃຫ້ອົງການໄອຍະການປະຊາຊົນ ເຕີບໃຫ່ຍ ເຂັ້ມແຂງ ແລະ ກ້າວໜ້າຢ່າງບໍ່ຢຸດຢັ້ງ, ສາມາດເຮັດລ້ອນໜ້າທີ່ການເມືອງຂອງຕົນ ທີ່ໄດ້ຮັບມອບໝາຍ, ເປັນເຄື່ອງມືຜະເດັດການກຳມະຊີບຂອງພັກ ຢ່າງແທ້ຈິງ.

ຂ່າວ: ກິດຕາ

ພາບ: ອອປສ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version