Home ຂ່າວໜ້າໜຶ່ງ ສະຖານທູດຈີນປະຈຳລາວຈັດງານລ້ຽງສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນຄົບຮອບ 97 ປີ

ສະຖານທູດຈີນປະຈຳລາວຈັດງານລ້ຽງສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນຄົບຮອບ 97 ປີ

0

ວັນທີ 30 ກໍລະກົດ ນີ້, ທີ່ນະຄອນຫຼວງວຽງຈັນ, ສະຖານທູດຈີນ ປະຈຳລາວໄດ້ຈັດງານລ້ຽງເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນຄົບຮອບ 97 ປີ(1/8/1927-1/8/2024) ໂດຍໃຫ້ກຽດເຂົ້າຮວ່ມຂອງທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ພົນໂທ ທອງລອຍ ສີລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ພົນໂທ ກົງທອງ ພົງພິຈິດຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານນາງ ຟ່າງຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ 400 ກວ່າຄົນ.

ທ່ານ ພັນເອກພິເສດ ຫຼີປິ່ງ(Li Bing) ທີ່ປຶກສາທູດທະຫານປ້ອງກັນຊາດ ສປ ຈີນ ປະຈໍາລາວ ໄດ້ກ່າວວ່າ: ຈີນ ແລະລາວເປັນສອງປະເທດທີ່ມີສາຍນໍ້າສາຍພູຕິດຈອດກັນ, ມີພູຜາ ແລະແຫຼ່ງນໍ້າດຽວກັນ, ສອງປະເທດມີຄວາມໄວ້ເນື້ອເຊື່ອໃຈກັນ ເປັນສະຫາຍທີ່ດີ, ເພື່ອນມິດທີ່ດີ, ບ້ານໃກ້ເຮືອນຄຽງ ແລະຄູ່ຮ່ວມມືທີ່ດີ. ໃນຊຸມປີມໍ່ໆມານີ້, ພາຍໃຕ້ການຊີ້ນຳຍຸດທະສາດຂອງການນຳຂັ້ນສູງສຸດຂອງສອງພັກແລະສອງປະເທດ, ການຮ່ວມມືລະຫວ່າງສອງກອງທັບຈີນແລະລາວໄດ້ພັດທະນາໄປສູ່ຂົງເຂດທີ່ກວ້າງຂວາງກວ່າເກົ່າ, ເລິກເຊິ່ງກວ່າເກົ່າ ແລະໃນລະດັບສູງກວ່າເກົ່າ,ການແລກປ່ຽນແລະຮ່ວມມືກັນລະຫວ່າງສອງຝ່າຍໃນຂົງເຂດຕ່າງໆ.ເດືອນກໍລະກົດປີນີ້, ກອງທັບຈີນແລະລາວໄດ້ດຳເນີນການຊ້ອມຮົບຮ່ວມ “ໂລ້ກຳບັງມິດຕະພາບ2024” ຢ່າງສຳເລັດຜົນ, ເຊິ່ງໄດ້ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນທາງຍຸດທະສາດແລະການຮ່ວມມືຕົວຈິງທີ່ມີຄວາມໝາຍອັນສຳຄັນແລະມີຜົນສຳເລັດອັນກວ້າງຂວາງຕໍ່ການຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ,ຍົກສູງຄວາມສາມາດດ້ານການປ້ອງກັນຮ່ວມ, ການຮັກສາຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງພາກພື້ນ.

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ໄດ້ກ່າວວ່າ: ນັບແຕ່ສະໄໝບູຮານມາຮອດປັດຈຸບັນ, 2 ປະເທດ, ສອງກອງທັບ ແລະ ປະຊາຊົນບັນດາເຜົ່າໃນ 2 ປະເທດໄດ້ດຳລົງຊີວິດຢ່າງສາມັກຄີປອງດອງ ແລະ ມີການພົວພັນຊຶ່ງກັນ ແລະ ກັນ. ບົນພື້ນຖານຍຶດໝັ້ນ “ການພົວພັນ 4 ດີ”, ກອງທັບສອງປະເທດ ລາວ-ຈີນ ສືບຕໍ່ຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ເພີ່ມທະວີການຮ່ວມມືຫຼາຍດ້ານໃນຂົງເຂດການປ້ອງກັນປະເທດ ແລະ ການກໍ່ສ້າງກອງທັບໃຫ້ເຂັ້ມແຂງ, ໄດ້ຮັບປະກັນຄວາມໝັ້ນຄົງແຫ່ງຊາດແລະສັນຕິພາບຂອງສອງຊາດລາວ-ຈີນ

ແຫຼ່ງຂ່າວ : CMG FM93

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version