Home ຂ່າວໜ້າໜຶ່ງ ສານວັນສາກົນເພື່ອຕ້ານການຄ້າມະນຸດ ປະຈຳ ປີ 2024

ສານວັນສາກົນເພື່ອຕ້ານການຄ້າມະນຸດ ປະຈຳ ປີ 2024

0

ສານຂອງ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການ ເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ, ປະທານຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ເນື່ອງໃນໂອກາດ ວັນສາກົນເພື່ອຕ້ານການຄ້າມະນຸດ ປະຈຳ ປີ 2024 (30 ກໍລະກົດ 2024)

– ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ !

ເນື່ອງໃນໂອກາດ ວັນສາກົນເພື່ອຕ້ານການຄ້າມະນຸດ ວັນທີ 30 ກໍລະກົດ 2024 ໄດ້ໝູນ ວຽນມາອີກວາລະໜຶ່ງ; ຕາງໜ້າໃຫ້ການນໍາພັກ, ລັດຖະບານ ແລະ ໃນນາມສ່ວນຕົວ; ຂ້າພະເຈົ້າ ຂໍຝາກຄວາມຮັກແພງ ແລະ ຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ທັງຢູ່ຂັ້ນສູນກາງ ແລະ ທ້ອງ ຖິ່ນ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ໃນທົ່ວປະເທດ.

ດັ່ງທີ່ຮູ້ນຳກັນແລ້ວວ່າ, ບັນຫາການຄ້າມະນຸດ ເປັນອາຊະຍາກໍາທີ່ຮ້າຍແຮງ, ໄດ້ລະເມີດສິດ ທິພື້ນຖານຂອງພົນລະເມືອງ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ກໍຄືສົນທິ ສາ ກົນ ເຊິ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ຮ່າງກາຍ, ຊີວິດ, ສຸຂະພາບ, ກຽດສັກສີ ແລະ ຈິດໃຈຂອງຜູ້ຖືກເຄາະຮ້າຍ, ຕໍ່ຄອບຄົວຂອງເຂົາເຈົ້າ, ຕໍ່ການພັດທະນາເສດຖະກິດ-ສັງຄົມ, ຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໃນສັງຄົມ.

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນປະເທດໜຶ່ງໃນບັນດາປະເທດ ທີ່ໄດ້ຮັບຜົນກະທົບຈາກການຄ້າມະນຸດ, ເນື່ອງຈາກທີ່ຕັ້ງພູມສັນຖານຂອງປະເທດ ມີຄວາມສະດວກໃນການເດີນທາງເຂົ້າ-ອອກຂອງພົນລະເມືອງລາວ ແລະ ຕ່າງປະ ເທດ; ຄວາມຮຽກຮ້ອງຕ້ອງການກໍາລັງແຮງງານໃນບາງຂົງເຂດຫົວໜ່ວຍທຸລະກິດ ນັບມື້ສູງຂຶ້ນ ແລະ ປັດໄຈອື່ນ ທີ່ອໍານວຍແກ່ການເກີດຂຶ້ນຂອງອາຊະຍາກໍາຄ້າມະນຸດ ເປັນຕົ້ນແມ່ນ: ຄວາມ ທຸກຍາກ, ການຂາດເຂີນປັດໄຈໃນການ ດຳລົງຊີວິດ, ການຂາດສະຕິລະວັງຕົວ, ຄວາມບໍ່ເຂົ້າໃຈແຈ້ງຕໍ່ລະບຽບກົດໝາຍ, ຄວາມຮັບຮູ້ຕໍ່ກັບສະພາບການຄ້າມະນຸດຂອງປະຊາຊົນ ຍັງຈໍາກັດ.

ຍ້ອນເຫັນໄດ້ຄວາມເປັນອັນຕະລາຍ ຂອງການຄ້າມະນຸດ; ສູນກາງພັກ, ລັດຖະບານ ຈຶ່ງໄດ້ນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດຢ່າງຈິງຈັງ ເປັນຕົ້ນແມ່ນໄດ້ເອົາໃຈ ໃສ່ໃນການປັບປຸງກົງການຈັດຕັ້ງວຽກງານຕ້ານການຄ້າມະນຸດໃຫ້ ເປັນລະບົບ, ມີຄວາມເຂັ້ມແຂງ ນັບແຕ່ຂັ້ນສູນກາງລົງຮອດທ້ອງ ຖິ່ນ; ໄດ້ສ້າງ, ປັບປຸງບັນດາຄູ່ມື, ນິຕິກໍາທີ່ກ່ຽວຂ້ອງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານ, ການຜັນຂະຫຍາຍແຜນງານແຫ່ງຊາດ ວ່າດ້ວຍການສະ ກັດກັ້ນ ແລະ ຕ້ານການຄ້າມະນຸດ ໄລຍະ 3 (ແຕ່ປີ 2021-2025) ໃຫ້ເປັນຮູບປະທໍາເທື່ອ ລະກ້າວ; ສ້າງຄວາມເຂັ້ມແຂງໃຫ້ພະນັກງານຜູ້ເຮັດວຽກຕົວຈິງ ເປັນຕົ້ນແມ່ນການຝຶກອົບຮົມວຽກງານຕ້ານການຄ້າມະນຸດໃຫ້ເຈົ້າໜ້າທີ່ຕຳຫຼວດ, ພະນັກງານທີ່ກ່ຽວຂ້ອງ ແຕ່ສູນກາງລົງຮອດ ທ້ອງຖິ່ນ; ສຸມໃສ່ການໂຄສະນາປູກຈິດສໍານຶກໃຫ້ສັງຄົມ ດ້ວຍການເຜີຍແຜ່ສື່ໂຄສະນາ, ລະຄອນ, ບົດເພງ ຜ່ານທາງສື່ສັງຄົມອອນລາຍ, ວິທະຍຸ, ໂທລະພາບ, ໜັງສືພິມ, ວາລະສານ ແລະ ອື່ນໆເພື່ອໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ ຕໍ່ຄວາມເປັນອັນຕະລາຍ ແລະ ຜົນກະທົບຂອງການຄ້າມະນຸດ; ໄດ້ປະຕິບັດມາດຕະການທາງດ້ານກົດໝາຍ ຕໍ່ຜູ້ກະທຳຜິດຢ່າງເຂັ້ມງວດ ແລະ ປົກປ້ອງຊ່ວຍເຫຼືອຜູ້ຖືກເຄາະຮ້າຍ, ກຸ່ມສ່ຽງຈາກການຄ້າມະນຸດ ທັງຢູ່ພາຍໃນ ແລະ ມາຈາກຕ່າງປະເທດ ໃຫ້ເຂົາເຈົ້າໄດ້ກັບຄືນສູ່ສັງຄົມ ແລະ ຄອບຄົວຢ່າງປອດໄພ; ພ້ອມນັ້ນ, ຍັງໄດ້ມີການພົວພັນຮ່ວມມືຢ່າງໃກ້ຊິດ ກັບບັນດາປະເທດເພື່ອນມິດ, ປະເທດບ້ານໃກ້ເຮືອນຄຽງ, ລວມທັງບັນດາອົງການຈັດຕັ້ງສາກົນຕ່າງໆ; ຕະຫຼອດໄລຍະທີ່ຜ່ານມາ ການພົວພັນ ແມ່ນມີປະສິດທິ ຜົນ ແລະ ມີຄວາມຄືບໜ້າຫຼາຍດ້ານທີ່ສຳຄັນ ເຊິ່ງເປັນການປະ ກອບສ່ວນເຮັດໃຫ້ບັນ¬ຫາການຄ້າມະນຸດ ຖືກສະກັດກັ້ນ ແລະ ແກ້ໄຂໄດ້ໃນລະດັບອັນແນ່ນອນ ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍດີ; ທັງໝົດນັ້ນ, ແມ່ນໝາກຜົນຂອງການປະກອບສ່ວນຂອງທຸກພາກສ່ວນໃນສັງຄົມເຂົ້າໃນຂະບວນການດັ່ງກ່າວ.

ໃນໂອກາດນີ້, ຕ່າງໜ້າສູນກາງພັກ, ລັດຖະບານ ສາທາລະນະ ລັດ ປະຊາທິປະໄຕ ປະຊາ ຊົນລາວ; ຂ້າພະເຈົ້າ, ຂໍຍ້ອງຍໍຊົມເຊີີຍ ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ລະດັບທ້ອງຖິ່ນ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ທີ່ໄດ້ຕັ້ງໜ້າເຂົ້າຮ່ວມໃນວຽກງານຕ້ານການຄ້າມະນຸດ ຢ່າງຈິງຈັງ.

ພ້ອມນີ້, ຂໍສະແດງຄວາມຂອບໃຈ ມາຍັງບັນດາປະເທດເພື່ອນມິດ, ປະເທດບ້ານໃກ້ເຮືອນຄຽງ ແລະ ບັນດາອົງການຈັດຕັ້ງສາ ກົນ, ອົງການບໍ່ສັງກັດລັດຖະບານ ແລະ ບັນດາຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ໃຫ້ການສະໜັບສະໜູນ ລັດຖະບານ ແລະ ປະຊາຊົນ ເຂົ້າໃນວຽກງານຕ້ານການຄ້າມະນຸດ ໄດ້ຮັບຜົນດີຕະຫຼອດມາ.

– ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ !.

ການຄ້າມະນຸດ ເປັນບັນຫາລວມຂອງຊາດ ແລະ ຂອງສາກົນ; ດັ່ງນັ້ນ ອີກເທື່ອໜຶ່ງ ເນື່ອງໃນໂອກາດ ວັນສາກົນເພື່ອຕ້ານການ ຄ້າມະນຸດ ວັນທີ 30 ກໍລະກົດ 2024 ນີ້, ໃນນາມລັດຖະບານ; ຂ້າພະເຈົ້າ, ຂໍຮຽກຮ້ອງມາຍັງບັນດາອົງການຈັດຕັ້ງຂອງພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມາຫາຊົນ ແລະ ຫົວໜ່ວຍທຸລະກິດ ທັງພາກລັດ, ເອກະຊົນ, ປະຊາຊົນ ໃນ ສປປ ລາວ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ແລະ ເພີ່ມທະວີອອກແຮງຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ, ພ້ອມທັງເອົາໃຈໃສ່ເຮັດວຽກໂຄສະນາ ເພື່ອປະຊາຊົນລາວບັນດາເຜົ່າ ໄດ້ຮັບຮູ້ ແລະ ເຂົ້າໃຈຜົນຮ້າຍຂອງການຄ້າມະນຸດ; ມີສະຕິປ້ອງກັນຕົວເອງ ແລະ ມີຄວາມຕື່ນຕົວປະກອບສ່ວນເຂົ້າໃນວຽກງານຕ້ານການຄ້າມະ ນຸດ ໃຫ້ຫຼາຍຂຶ້ນ; ພ້ອມນັ້ນ, ກໍໃຫ້ເພີ່ມທະວີວຽກງານກວດກາ, ຕິດຕາມ, ຄຸ້ມຄອງການເຂົ້າ-ອອກປະເທດຢູ່ບັນດາດ່ານຊາຍ ແດນ, ກຸ່ມສ່ຽງຢູ່ພື້ນທີ່ຫຼໍ່ແຫຼມ, ເຂດອຸດສະຫະກຳ, ກະສິກຳ, ບໍລິການບັນເທິງ ແລະ ພາກສ່ວນອື່ນໆ ທີ່ນຳໃຊ້ແຮງງານ; ເອົາ ໃຈໃສ່ສ້າງ ແລະ ພັດທະນາສີມືແຮງງານ, ສ້າງວຽກເຮັດງານທຳ ແລະ ຕະຫຼາດແຮງງານ ໃຫ້ມີຄວາມສອດຄ່ອງ; ເພີ່ມທະວີສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນຢູ່ບັນດາຂະແໜງການທີ່ກ່ຽວ ຂ້ອງ ເປັນຕົ້ນ ຂະແໜງການທີ່ຮັບຜິດຊອບວຽກງານຕ້ານການ ຄ້າມະນຸດ, ເຈົ້າໜ້າທີ່ປະຈຳດ່ານຊາຍແດນ, ພະນັກງານການທູດປະຈຳຢູ່ຕ່າງປະເທດ ໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ; ສືບຕໍ່ພົວພັນຮ່ວມມືສອງຝ່າຍ, ຫຼາຍຝ່າຍ ກັບອົງການຈັດຕັ້ງສາກົນທັງພາຍໃນ ແລະ ຕ່າງປະເທດ, ອົງການຈັດຕັ້ງທາງສັງຄົມ ເພື່ອຍາດແຍ່ງການສະໜັບສະໜູນປະກອບສ່ວນ ເພື່ອເຮັດວຽກງານຕ້ານການຄ້າມະນຸດ ມີປະສິດທິຜົນດີຂຶ້ນ ແລະ ຕອບສະໜອງງົບປະມານເຂົ້າໃນວຽກງານດັ່ງກ່າວ ຢ່າງເໝາະສົມ.

ຂ້າພະເຈົ້າ, ຫວັງຢ່າງຍິ່ງວ່າ ບັນດາອົງການຈັດຕັ້ງພັກ, ລັດ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ, ສື່ມວນຊົນຈາກທຸກພາກສ່ວນ, ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ຈະສືບຕໍ່ໃຫ້ການສະໜັບສະໜູນ, ຮ່ວມມືຊ່ວຍເຫຼືອເຂົ້າໃນວຽກງານແກ້ໄຂບັນຫາການຄ້າມະນຸດ ໃຫ້ຫຼຸດໜ້ອຍຖອຍລົງ ແລະ ໝົດສິ້ນໄປຈາກ ສປປ ລາວ ກໍຄືພາກພື້ນ ແລະ ສາກົນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version