Home ຂ່າວໜ້າໜຶ່ງ ຖະແຫຼງຂ່າວຜົນ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ

ຖະແຫຼງຂ່າວຜົນ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ

0

ໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

ວັນທີ 27 ກໍລະກົດ 2024 ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ

——————–

ສະບາຍດີ,

ບັນດາສື່ມວນຊົນ, ທ່ານຍິງ ແລະ ທ່ານຊາຍ ທີ່ຮັກແພງ,

  • ຂ້າພະເຈົ້າ ຂໍສະແດງຄວາມຕ້ອນຮັບອັນອົບອຸ່ນ ມາຍັງບັນດາສື່ມວນຊົນທີ່ເຂົ້າຮ່ວມພິທີຖະແຫຼງຂ່າວຜົນກອງປະຊຸມບັນດາກອງປະຊຸມລັດຖະມົນຕີກ່ຽວຂ້ອງຂອງອາຊຽນ,​ ທີ່ຈັດຂຶ້ນໃນວັນທີ 24-27 ກໍລະກົດ 2024.
  • ສປປ ລາວ ຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ຮັບໜ້າທີ່ປະທານອາຊຽນ ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ການເປັນປະທານອາຊຽນ ຄັ້ງນີ້ແມ່ນຄັ້ງທີ 3 ຂອງ ສປປ ລາວ.
  • ພວກເຮົາ ເຊື່ອວ່າ ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ສະທ້ອນໃຫ້ເຫັນສະພາບການປັດຈຸບັນ ໃນພາກພື້ນ ແລະ ນອກພາກພື້ນ ແລະ ຄວາມພະຍາຍາມຂອງອາຊຽນ ໃນການຮັບມືຕໍ່ສະພາບການດັ່ງກ່າວ. ເພື່ອຜັນຂະຫຍາຍຄຳຂວັນດັ່ງກ່າວ ໃຫ້ປະກົດຜົນເປັນຈິງ, ສປປ ລາວ ຈຶ່ງໄດ້ກຳນົດ 9 ຂົງເຂດບູລິມະສິດ. ພວກເຮົາຂໍຖືໂອກາດນີ້ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມມືພາຍນອກຂອງອາຊຽນ ທີ່ໄດ້ສະໜັບສະໜູນການເປັນປະທານອາຊຽນຂອງພວກເຮົາໃນປີນີ້ ລວມທັງສະໜັບສະໜູນຄໍາຂວັນ ແລະ ການຈັດຕັ້ງປະຕິບັດ 9 ຂົງເຂດບູລິມະສິດ. ສຳລັບເນື້ອໃນລະອຽດຂອງ 9 ຂົງເຂດບູລິມະສິດດັ່ງກ່າວ ທ່ານສາມາດເບິ່ງໄດ້ເພີ່ມຕື່ມຢູ່ໃນເວັບໄຊການເປັນປະທານອາຊຽນ ຂອງ ສປປ ລາວ.​
  • ຕໍ່ໄປ, ຂ້າພະເຈົ້າ ຂໍແຈ້ງໂດຍສັງເຂບ ກ່ຽວກັບ ຜົນກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ຊຶ່ງໄດ້ຈັດຂຶ້ນເປັນເວລາ 4 ມື້ ຜ່ານມາ.
  • ກອງປະຊຸມລະດັບລັດຖະມົນຕີຕ່າງປະເທດ ທັງໝົດມີ 25 ກອງປະຊຸມ. ຂ້າພະເຈົ້າ ຈະບໍ່ກ່າວລະອຽດຊື່ຂອງແຕ່ລະກອງປະຊຸມ ເພາະບັນດາທ່ານໄດ້ຮັບຮູ້ແລ້ວ. ພ້ອມດຽວກັນນັ້ນ, ໃນໄລຍະກອງປະຊຸມຄັ້ງນີ້​ ກໍໄດ້ມີຫຼາຍ ການພົບປະ ແລະ ປຶກສາຫາລືໃນຂອບສອງຝ່າຍ ຂອງບັນດາປະເທດຕ່າງໆອີກດ້ວຍ.
  • ຂ້າພະເຈົ້າຂໍແຈ້ງໃຫ້ທ່ານຊາບວ່າ ທຸກໆກອງປະຊຸມ ພວກເຮົາໄດ້ມີການປຶກສາຫາລືແບບກົງໄປກົງມາ ໃນຫຼາຍຫົວຂໍ້ຢ່າງຮອບດ້ານ ແລະ ໄດ້ຮັບໝາກຜົນສູງ.​
  • ເນື້ອໃນສຳຄັນຂອງຜົນກອງປະຊຸມມີດັ່ງນີ້:
  • ໃນໄລຍະກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ນີ້,​ ພວກເຮົາໄດ້ມີການປຶກສາຫາລື ກ່ຽວກັບຫຼາຍບັນຫາດັ່ງນີ້:
  • ພວກເຮົາ ໄດ້ສະແດງຄວາມຍິນດີຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດ 9 ບູລິມະສິດ ຂອງປະທານອາຊຽນ ປີ 2024.
  • ພວກເຮົາ ມີຄວາມຍິນດີຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ການຮ່າງບັນດາແຜນຍຸດທະສາດ ເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045 ຊຶ່ງຈະຖືກຮັບຮອງເອົາໃນປີໜ້າ.
  • ກ່ຽວກັບການປົກປັກຮັກສາ ພາກພື້ນອາຊີຕາເວັນອອກສຽງໃຕ້ໃຫ້ເປັນ ເຂດປອດອາວຸດນີວເຄລຍ, ພວກເຮົາ ໄດ້ຢ້ຳຄືນຄວາມໝາຍໝັ້ນ ທີ່ຈະສືບຕໍ່ພົວພັນກັບບັນດາປະເທດທີ່ມີອາວຸດນິວເຄລຍຄອບຄອງ ເພື່ອຊຸກຍູ້ໃຫ້ບັນດາປະເທດດັ່ງກ່າວ ເຂົ້າຮ່ວມ ອານຸສັນຍາຂອງສົນທິສັນຍາເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສຽງໃຕ້ ໂດຍໄວ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັບຮອງເອົາການສະໝັກເຂົ້າເປັນພາຄີສົນທິສັນຍາເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສຽງໃຕ້ ຂອງ ຕີມໍແລັດສະເຕ. ປັດຈຸບັນ, ແມ່ນຢູ່ໃນຂັ້ນຕອນການກະກຽມ ເພື່ອໃຫ້ ຕີມໍແລັດສະເຕ ເຂົ້າເປັນພາຄີຂອງສົນທິສັນຍາດັ່ງກ່າວໂດຍໄວ.​
  • ພວກເຮົາ ໄດ້ຍິນດີຕໍ່ກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນງານສໍາລັບການເປັນສະມາຊິກສົມບູນອາຊຽນ ຂອງ ຕີມໍແລັດສະເຕ. ໃນໄລຍະກອງປະຊຸມຄັ້ງນີ້, ລັດຖະມົນຕີຕ່າງປະເທດຂອງ ຕີມໍແລັດສະເຕ ໄດ້ເຂົ້າຮ່ວມທຸກໆກອງປະຊຸມໃນຖານະປະເທດສັງເກດການ.
  • ພວກເຮົາ ມີຄວາມຍິນດີທີ່ຫຼາຍປະເທດນອກພາກພື້ນສະແດງຄວາມສົນໃຈ ເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ (TAC). ສົນທິສັນຍາດັ່ງກ່າວ ແມ່ນກົດແຫ່ງການປະພຶດອັນສຳຄັນສຳລັບ ການຮ່ວມມືລະຫວ່າງບັນດາປະເທດໃນພາກພື້ນ. ປັດຈຸບັນ, ສົນທິສັນຍາ TAC ມີພາຄີທັງ ໝົດ 54 ພາຄີ. ພວກເຮົາ ຫວັງວ່າ ປະເທດ ອານເຊຣີ, ແຟງລັງ, ລຸກຊຳບວກ, ແອັດສະປາຍ, ແລະ ເມັກຊິກ ຈະເຂົ້າຮ່ວມລົງນາມສົນທິສັນຍາດັ່ງກ່າວໃນໄວໆນີ້.  
  • ພວກເຮົາ ໄດ້ຢ້ຳຄືນຄວາມສຳຄັນຂອງການຮັດແໜ້ນ ຄວາມເປັນເອກະພາບ ແລະ ຄວາມເປັນແກນກາງຂອງອາຊຽນ ໃນການຮ່ວມມືກັບຄູ່ຮ່ວມພາຍນອກ, ໂດຍຜ່ານກົນໄກທີ່ ອາຊຽນເປັນຜູ້ນຳພາ ເຊັ່ນ: ອາຊຽນບວກໜຶ່ງ, ອາຊຽນບວກສາມ, ກອງປະຊຸມສຸດຍອດອາຊີຕາເວັນອອກ, ກອງປະຊຸມເວທີພາກພື້ນອາຊຽນ ແລະ ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນບວກ ເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ເຊື່ອໝັ້ນເຊິ່ງກັນ ແລະ ກັນ ກໍຄືການເສີມສ້າງໂຄ້ງສ້າງພາກພື້ນທີ່ເປີດກວ້າງ, ໂປ່ງໃສ, ເຂັ້ມແຂງ ແລະ ການມີສ່ວນຮ່ວມຂອງທຸກຝ່າຍໂດຍມີ ອາຊຽນ ເປັນແກນກາງ.​
  • ສຳລັບລາຍລະອຽດເພີ່ມເຕີມຂອງຜົນກອງປະຊຸມຄັ້ງທີ່ 57 ນີ້ ທ່ານສາມາດເບິ່ງໄດ້ຢູ່ໃນຖະແຫຼງການຮ່ວມຂອງກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ຊຶ່ງຖືກຮັບຮອງ ແລະ ພວກເຮົາໄດ້ເຜີຍແຜ່ຕໍ່ສາທາລະນະແລ້ວ.  
  • ພວກເຮົາ ໄດ້ຈັດກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ກັບລັດຖະມົນຕີຕ່າງປະເທດຂອງປະເທດຄູ່ເຈລະຈາອາຊຽນ ຈຳນວນ 11 ກອງປະຊຸມຄື: ອົດສະຕຣາລີ, ການາດາ, ຈີນ, ສະຫະພາບເອີຣົບ, ອິນເດຍ, ຍີ່ປຸ່ນ, ນິວຊີແລນ, ສ.ເກົາຫຼີ, ສະຫະພັນລັດເຊຍ, ສະຫະລັດ ອາເມຣິກາ ແລະ ອັງກິດ.
  • ພວກເຮົາ ໄດ້ທວນຄືນຄວາມຄືບໜ້າໃນການຮ່ວມມືລະຫວ່າງອາຊຽນ ແລະ ແຕ່ລະປະເທດຄູ່ເຈລະຈາ ໃນຊຸມປີທີ່ຜ່ານມາ ແລະ ໄດ້ກຳນົດທິດທາງໃນຕໍ່ໜ້າສຳລັບການຮ່ວມມື ໂດຍມີເປົ້າໝາຍ ເພື່ອເພີ່ມທະວີການຮ່ວມມືຢ່າງໃກ້ຊິດໃນຂົງເຂດທີ່ມີທ່າແຮງເປັນຕົ້ນແມ່ນດ້ານການຄ້າ, ການລົງທຶນ, ການເຊື່ອມຈອດ,  ຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ພະລັງງານ, ຊາວໜຸ່ມ, ການທ່ອງທ່ຽວ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນ ແລະ ອື່ນໆ.
  • ພວກເຮົາ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງກອງປະຊຸມສຸດຍອດພິເສດ ເພື່ອສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ, ຊຶ່ງໄດ້ຈັດຂຶ້ນທີ່ ເມວເບີນ, ອົດສະຕຣາລີ ໃນເດືອນ ມີນາ ທີ່ຜ່ານມາ.
  • ພວກເຮົາ ໄດ້ສະແດງຄວາມຊົມເຊີຍ ການຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ-ຍີ່ປຸ່ນ ແລະ ຄູ່ຮ່ວມຍຸດທະສາດ ອາຊຽນ-ການາດາ ໃນປີທີ່ຜ່ານມາ.
  • ພວກເຮົາ ເຫັນດີສະເຫຼີມສະຫຼອງ ຄົບຮອບ 35 ປີ ການພົວພັນຮ່ວມມື ອາຊຽນ-ສ.ເກົາຫຼີ ໃນປີນີ້, ພ້ອມກັບການຍົກລະດັບເປັນຄູ່ມືຮ່ວມຍຸດທະສາດຮອບດ້ານ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດອື່ນໆທີ່ກ່ຽວຂ້ອງ.
  • ພວກເຮົາ ຍັງໄດ້ເຫັນດີຈັດການສະເຫຼີມສະຫຼອງ ຄົບຮອບ 50 ປີ ແຫ່ງ ການພົວພັນຮ່ວມມືອາຊຽນ-ນິວຊີແລນ ໃນປີໜ້າ, ລວມທັງຈັດກອງປະຊຸມສຸດຍອດ ເພື່ອສະເຫຼີມສະຫຼອງການພົວພັນຮ່ວມມືດັ່ງກ່າວ ໃນປີ 2025.
  • ກອງປະຊຸມ ໄດ້ຮັບຮອງເອົາເອກະສານຜົນກອງປະຊຸມຫຼາຍສະບັບ ເປັນຕົ້ນແມ່ນ ແຜນປະຕິບັດງານເພື່ອຈັດຕັ້ງຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ອາຊຽນ-ອົດສະຕຣາລີ (2025-2029), ຖະແຫຼງການຮ່ວມລັດຖະມົນຕີຕ່າງປະເທດອາຊຽນ-ຈີນ ວ່າດ້ວຍການຮັດແໜ້ນການຮ່ວມມືດ້ານມະນຸດສະທໍາໃນການເກັບກູ້ລະເບີດ, ຖະແຫຼງການຮ່ວມລັດຖະມົນຕີຕ່າງປະເທດອາຊຽນ-ລັດເຊຍ ເພື່ອສະເຫຼີມສະຫຼອງການເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ ຂອງ ລັດເຊຍ ຄົບຮອບ 20 ປີ, ຖະແຫຼງການຮ່ວມອາຊຽນ-ອັງກິດ ວ່າດ້ວຍການເພີ່ມທະວີການເຊື່ອມຈອດ ເພື່ອອະນາຄົດທີ່ໝັ້ນຄົງ ແລະ ຍືນຍົງ, ຖະແຫຼງການຜູ້ນໍາຮ່ວມອາຊຽນ-ສ.ເກົາຫຼີ ວ່າດ້ວຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານ.
  • ພ້ອມນີ້, ພວກເຮົາ ກໍໄດ້ຈັດກອງປະຊຸມສາມຝ່າຍ ລະຫວ່າງ ສປປ ລາວ ໃນນາມປະທານອາຊຽນ, ກອງເລຂາອາຊຽນ ຮ່ວມກັບ ນອກແວ, ຕວັກກີ ແລະ ສະວິດ ເພື່ອທົບທວນຄືນການພົວພັນຮ່ວມມື.
  • ບັນດາລັດຖະມົນຕີຕ່າງປະເທດອາຊຽນ ໄດ້ພົບປະກັບບັນດາລັດຖະມົນຕີຕ່າງປະເທດບວກສາມ (ສປ. ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ) ໃນໂອກາດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມ ຄັ້ງທີ 25. ກອງປະຊຸມດັ່ງກ່າວ ໄດ້ທົບທວນຄວາມຄືບໜ້າຂອງການຮ່ວມມື ແລະ ຢໍ້າຄືນຄວາມໝາຍໝັ້ນຮ່ວມກັນ ໃນການຮັດແໜ້ນກົນໄກການຮ່ວມມືອາຊຽນບວກສາມ ໃຫ້ເປັນກໍາລັງຂັບເຄື່ອນອັນສໍາຄັນ ໃນການສ້າງພາກພື້ນອາຊີຕາເວັນອອກ ໃຫ້ມີຄວາມເຂັ້ມແຂງໃນໄລຍະຍາວ. ບົນຈິດໃຈດັ່ງກ່າວ,​ ກອງປະຊຸມ ໄດ້ສະໜັບສະໜູນຂໍ້ສະເໜີ ຂອງ ສປປ ລາວ ໃນການອອກຖະແຫຼງການຜູ້ນໍາອາຊຽນບວກສາມ ວ່າດ້ວຍການຮັດແໜ້ນການເຊື່ອມຈອດຕໍ່ການຮ່ວມມືລະບົບຕ່ອງໂສ້ການສະໜອງຂອງພາກພື້ນ ໃນກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 27 ທີ່ຈະຈັດຂຶ້ນ ໃນເດືອນຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ.
  • ໃນກອງປະຊຸມລັດຖະມົນຕີຕ່າງປະເທດຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 14, ພວກເຮົາ ໄດ້ຢືນຢັນຄືນຄວາມໝາຍໝັ້ນຮ່ວມກັນ ເພື່ອສືບຕໍ່ຮັດແໜ້ນການຮ່ວມມືພາຍໃຕ້ຂອບກອງປະຊຸມສຸດຍອດອາຊີຕາເວັນອອກ ຫຼື ອີເອເອສ ໃນຖານະເປັນເວທີຂອງຜູ້ນໍາ ເພື່ອສົ່ງເສີມການປຶກສາຫາລື ແລະ ການຮ່ວມມືທີ່ສ້າງສັນ ກ່ຽວກັບບັນຫາທາງດ້ານຍຸດທະສາດ, ການເມືອງ ແລະ ເສດຖະກິດ ທີ່ມີຜົນປະໂຫຍດຮ່ວມກັນ ແນໃສ່ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກທາງດ້ານເສດຖະກິດໃນຂົງເຂດອາຊີຕາເວັນອອກ. ກອງປະຊຸມ ໄດ້ສະໜັບສະ   ໜູນຂໍ້ສະເໜີໃນການອອກຖະແຫຼງການຂອງຜູ້ນໍາກອງປະຊຸມສຸດຍອດອາຊີຕາເວັນອອກ ວ່າດ້ວຍການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ໃນໂອກາດກອງປະຊຸມສຸດຍອດ ອາຊີຕາເວັນອອກ ຄັ້ງທີ 19 ທີ່ຈະຈັດຂຶ້ນໃນເດືອນ ຕຸລາ 2024 ທີ່ ນະຄອນຫຼວງວຽງຈັນນີ້. ນອກຈາກນັ້ນ, ພວກເຮົາ ມີແຜນຈະຈັດກອງປະຊຸມປຶກສາຫາລືແນວຄວາມຄິດອາຊຽນ ວ່າດ້ວຍອິນໂດ-ປາຊີຟິກ: ກ້າວໄປສູ່ເປົ້າໝາຍການພັດທະນາແບບຍືນຍົງຂອງອົງການ ສປຊ 2030, ໃນວັນທີ 30 ສິງຫາ 2024,​ ທີ່ ນະຄອນຫຼວງວຽງຈັນ.
  • ບັນດາລັດຖະມົນຕີຕ່າງປະເທດ ຂອງເວທີພາກພື້ນອາຊຽນ (ARF) ຈາກ 27 ປະເທດ ໄດ້ພົບກັນໃນກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 31. ພວກເຮົາ ໄດ້ທົບທວນຄືນການຈັດຕັ້ງປະຕິບັດບັນດາກິດຈະກໍາ ກາງສະໄໝ ສໍາລັບສົກປີ 2023-2024 ແລະ ໄດ້ຮັບຮອງເອົາ ບັນຊີກິດຈະກໍາຂອງເວທີພາກພື້ນອາຊຽນ ທີ່ຈະຈັດຕັ້ງປະຕິບັດໃນສົກປີ 2024-2025. ໃນນີ້, ສະມາຊິກເວທີພາກພື້ນອາຊຽນ ໄດ້ຢໍ້າຄືນຄວາມສໍາຄັນຂອງ ເວທີພາກພື້ນອາຊຽນ ໃນຖານະທີ່ເປັນເວທີທີ່ມີຄວາມກວມລວມ ສໍາລັບການປຶກສາຫາລືແບບສ້າງສັນ. ກອງປະຊຸມ ໄດ້ຮັບຮອງເອົາຖະແຫຼງການເວທີພາກພື້ນອາຊຽນ ວ່າດ້ວຍການຮັດແໜ້ນການຮ່ວມມືພາກພື້ນດ້ານຄວາມປອດໄພຂອງເຮືອກໍາປັ່ນ.
  • ໃນໂອກາດນີ້, ພວກເຮົາ ຍັງໄດ້ຈັດ 3 ກອງປະຊຸມລະດັບລັດຖະມົນຕີ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ ເປັນຕົ້ນແມ່ນ ກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 15, ກອງປະຊຸມລັດຖະມົນຕີີຕ່າງປະເທດແມ່ນໍ້າຂອງ-ສ.ເກົາຫຼີ ຄັ້ງທີ 12 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືຄູ່ຮ່ວມແມ່ນໍ້າຂອງ-ສ.ອາເມລິກາ ຄັ້ງທີ 3.
  • ສື່ມວນຊົນ ທີ່ຮັກແພງ,
  • ທ່ານ ຍິງ ແລະ ທ່ານ ຊາຍ,
  • ໃນທຸກໆກອງປະຊຸມ ພວກເຮົາ ໄດ້ມີການແລກປ່ຽນຄວາມຄິດເຫັນຢ່າງສ້າງສັນ ແລະ ກົງໄປກົງມາ ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈ ແລະ ເປັນຫ່ວງຮ່ວມກັນ ເຊັ່ນ: ສະພາບການຢູ່ມຽນມາ,​ ແຫຼມເກົາຫຼີ, ທະເລຈີນໃຕ້, ອູແກຣນ ແລະ ຕາເວັນອອກກາງ ເປັນຕົ້ນ.
  • ສິ່ງທີ່ກ່າວມາຂ້າງເທິງ ແມ່ນບັນດາຫົວຂໍ້ທີ່ໄດ້ປຶກສາຫາລືໃນ 25 ກອງປະຊຸມ ທີ່ຈັດຂຶ້ນຕະຫຼອດໄລຍະ 4 ມື້ທີ່ຜ່ານມາ.
  • ໝາກຜົນຂອງກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມອື່ນທີ່ກ່ຽວຂ້ອງ ຈະເປັນພື້ນຖານອັນສໍາຄັນ ໃຫ້ແກ່ຜົນສໍາເລັດຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດອື່ນທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນເດືອນ ຕຸລາ ທີ່ ນະຄອນຫຼວງວຽງຈັນ.
  • ຂ້າພະເຈົ້າ ຂໍຖືໂອກາດນີ້ ສະແດງຄວາມຂອບໃຈຢ່າງຈິງໃຈອີກເທື່ອໜຶ່ງມາຍັງ ບັນດາລັດຖະມົນຕີຕ່າງປະເທດ ແລະ ຫົວໜ້າຄະນະຜູ້ແທນ ຕໍ່ ການຮ່ວມມືອັນດີເລີດ, ການປະກອບສ່ວນທີ່ຫ້າວຫັນ ແລະ ການປຶກສາຫາລືທີ່ສ້າງສັນ, ຊຶ່ງໄດ້ເຮັດໃຫ້ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມອື່ນທີ່ກ່ຽວຂ້ອງ ໄດ້ຮັບຜົນສໍາເລັດຢ່າງຈົບງາມ. ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈມາຍັງບັນດາທ່ານຕໍ່ກັບການສະໜັບສະໜູນການເປັນປະທານອາຊຽນຂອງພວກເຮົາ ໃນປີນີ້.
  • ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈເປັນພິເສດມາຍັງບັນດາສື່ມວນຊົນທຸກທ່ານ ໃນການປະກອບສ່ວນເກັບກໍາຂ່າວສານຂອງບັນດາກອງປະຊຸມ ແລະ ໂຄສະນາເຜີຍແຜ່ ສປປ ລາວ ກໍຄື ປີທ່ອງທ່ຽວລາວ 2024. ຂ້າພະເຈົ້າ ຫວັງວ່າ ພວກທ່ານຈະມີຄວາມເບີກບານມ່ວນຊື່ນໃນໄລຍະທີ່ຢູ່ ນະຄອນຫຼວງວຽງຈັນ ແລະ ຂໍເຊີນຊວນທຸກທ່ານຊອກເວລາໄປທ່ຽວຊົມບັນດາສະຖານທີ່ທ່ອງທ່ຽວຕ່າງໆທັງໃນຕົວເມືອງ ກໍຄື ແຂວງອື່ນໆຂອງລາວ. ທ້າຍສຸດນີ້, ຂ້າພະເຈົ້າຫວັງຢ່າງຍິ່ງວ່າຈະໄດ້ຕ້ອນຮັບພວກທ່ານອີກຄັ້ງ ໃນເດືອນຕຸລາ ທີ່ຈະມາເຖິງນີ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version