Home ຂ່າວໜ້າໜຶ່ງ ນາຍົກລັດຖະມົນຕີ ຕ້ອນຮັບ ຫົວໜ້າຄະນະບໍລິຫານເຂດປົກຄອງພິເສດຮົງກົງ ສປ ຈີນ

ນາຍົກລັດຖະມົນຕີ ຕ້ອນຮັບ ຫົວໜ້າຄະນະບໍລິຫານເຂດປົກຄອງພິເສດຮົງກົງ ສປ ຈີນ

0

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຈອນ ລີ ຫົວໜ້າຄະນະບໍລິຫານເຂດປົກຄອງພິເສດຮົງກົງ ສປ ຈີນ ພ້ອມດ້ວຍຄະນະ ໃນວັນທີ 29 ກໍລະກົດ ນີ້ ທີ່ ສໍານັກງານນາຍົກລັດຖະມົນຕີ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 28-30 ກໍລະກົດ 2024.

ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງ ທ່ານ ຈອນ ລີ ແລະ ຄະນະໃນຄັ້ງນີ້ ຊຶ່ງເປັນການຢ້ຽມຢາມຄັ້ງທໍາອິດ ແລະ ຈະເປັນບາດກ້າວບຸກທະລຸ ໃນການສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສປປ ລາວ ກັບ ຮົງກົງ ໂດຍສະເພາະແນໃສ່ສົ່ງເສີມ ແລະ ຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ການສຶກສາ ແລະ ຂະແໜງການອື່ນໆ ທີ່ສອງຝ່າຍມີຄວາມສົນໃຈນໍາກັນ ໃຫ້ມີການຂະຫຍາຍຕົວ. ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ທີ່ນັບມື້ນັບກ້າວເຂົ້າສູ່ລວງເລິກ ຊຶາງຫຼ້າສຸດຜູ້ນໍາຂອງສອງປະເທດ ກໍໄດ້ຮ່ວມລົງນາມໃນແຜນແມ່ບົດ ວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໄລຍະໃໝ່ (ປີ 2024-2028) ຊຶ່ງໄດ້ເປັນພື້ນຖານໜຶ່ງອັນສໍາຄັນສໍາລັບການສືບຕໍ່ເສີມຂະຫຍາຍການພົວພັນສອງຝ່າຍ ລະຫວ່າງ ສອງພັກ-ສອງລັດຖະບານ ລາວ-ຈີນ ໃນຕໍ່ໜ້າ.

ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນຂອງການພົບປະສອງຝ່າຍ ລະຫວ່າງ ທ່ານ ຈອນ ລີ ແລະ ທ່ານ ສະເຫຼີມໄຊ ກົມມະສິດ ຊຶ່ງສອງຝ່າຍໄດ້ພ້ອມກັນແລກປ່ຽນຄໍາຄິດຄໍາເຫັນໃນຫຼາຍຂົງເຂດວຽກງານຢ່າງກົງໄປກົງມາ ເພື່ອຊຸກຍູ້ການພົວພັນຮ່ວມມື ລະຫວ່າງສອງຝ່າຍໃຫ້ມີບັນຍາກາດໃໝ່, ພ້ອມທັງໄດ້ລົງນາມເອກະສານຮ່ວມກັນ ຈໍານວນ 12 ສະບັບ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ກໍຄືການຊຸກຍູ້ການພົວພັນຮ່ວມມື ໃນດ້ານການລົງທຶນ, ການຄ້າ, ການຊ່ວຍເຫຼືອຊຶ່ງກັນ ແລະ ກັນດ້ານພາສີ, ແລະ ການຄັດເລືອກເອົານັກຮຽນມັດທະຍົມສົມບູນວຽງຈັນ ໄປສຶກສາຕໍ່ຂັ້ນປະລິນຍາຕີຢູ່ຮົງກົງ. ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ເຊີນຊວນນັກທຸລະກິດຮົງກົງ ໃຫ້ມາລົງທຶນຢູ່ ສປປ ລາວ ຫຼາຍຂຶ້ນ ພ້ອມທັງເຊີນຊວນນັກທ່ອງທ່ຽວຈາກຮົງກົງ ເຂົ້າມາທ່ອງທ່ຽວຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນເຊັ່ນກັນ ໂດຍສະເພາະໃນປີທ່ອງທ່ຽວລາວ 2024 ນີ້ ກໍຄື ພາຍຫຼັງການເປີດຖ້ຽວບິນໂດຍກົງ ຮົງກົງ-ນະຄອນຫຼວງວຽງຈັນ 1 ຖ້ຽວຕໍ່ອາທິດ ນັບແຕ່ວັນທີ 7 ພຶດສະພາ 2024 ເປັນຕົ້ນມາ.

ໃນຂະນະດຽວກັນ, ທ່ານ ຈອນ ລີ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ສປປ ລາວ ຄັ້ງນີ້ ພ້ອມທັງໄດ້ລາຍງານຜົນການພົບປະສອງຝ່າຍກັບ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ພ້ອມນັ້ນ, ກໍໄດ້ສະແດງຄວາມຍິນດີທີ່ຈະສືບຮ່ວມມື ແລະ ປະສານງານຢ່າງໃກ້ຊິດກັບຝ່າຍລາວ ເພື່ອຊຸກຍູ້ເສີມຂະຫຍາຍການພົວພັນຮ່ວມມື ສອງຝ່າຍ ລະຫວ່າງ ສປປ ລາວ ແລະ ຮົງກົງ ໃຫ້ມີບາດກ້າວອັນໃໝ່ໃນອະນາຄົດ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດ ບັນດາບົດບັນທຶກຄວາມເຂົ້າໃຈ ທີ່ໄດ້ລົງນາມຮ່ວມກັນ ໃນໂອກາດຢ້ຽມຢາມຄັ້ງນີ້ ໃຫ້ປະກົດຜົນເປັນຈິງ.

ຂ່າວ-ພາບ: ກະຊວງການຕ່າງປະເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version