Home ຂ່າວໜ້າໜຶ່ງ ປະທານປະເທດ ແຫ່ງ ສ. ກູບາ ພ້ອມດ້ວຍຄະນະ ເດີນທາງເຖິງນະຄອນຫຼວງວຽງຈັນ

ປະທານປະເທດ ແຫ່ງ ສ. ກູບາ ພ້ອມດ້ວຍຄະນະ ເດີນທາງເຖິງນະຄອນຫຼວງວຽງຈັນ

0

ໃນຕອນແລງຂອງວັນທີ 6 ກັນຍາ 2025, ສະຫາຍ ມີເກນ ດີເອັດຊ໌-ກາແນນ ເບີຣມູເດັດຊ໌ (Miguel Diaz-Canel Bermudez), ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດ ແຫ່ງ ສາທາລະນະລັດ ກູບາ ພ້ອມດ້ວຍ​​ຄະ​ນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ, ສປປ ລາວ ເພື່ອດໍາເນີນການຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ໃນວັນທີ 6-7 ກັນຍາ 2025, ໂດຍມີ ສະຫາຍ ນາງ ເຂັມມະນີ ພົນເສນາ,​ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ພ້ອມດ້ວຍຄະນະຜູ້ແທນຂອງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ.

ການຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ໃນຄັ້ງນີ້ ແມ່ນຕອບ​ສະ​ໜອງ​ຕາມ​ຄຳເຊື້ອ​ເຊີນ​ຂອງ ສະ​ຫາຍ   ທອງລຸນ ສີສຸລິດ,​ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ​ລາວ, ເພື່ອເພີ່ມທະວີ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ອັນເປັນມູນເຊື້ອ ​ລະ​ຫວ່າງ​ສອງ​ປະ​ເທດ ລາວ ແລະ ກູບາ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ໃນໂອກາດຢ້ຽມຢາມ ສປປ ລາວ ຄັ້ງນີ້, ສະ​ຫາຍ ມີເກນ ດີເອັດຊ໌-ກາແນນ ເບີຣມູເດັດຊ໌, ​ເລຂາທິການທີຫນຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດ ແຫ່ງ ສ. ກູບາ ຈະພົບປະປຶກສາຫາລືກັບບັນດາການນໍາຂັ້ນສູງຂອງ ສປປ ລາວ ເປັນຕົ້ນແມ່ນ ພົບປະສອງຝ່າຍກັບ ສະ​ຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ພົບປະກັບ ສະຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ນອກນັ້ນ, ຍັງຈະຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ຈະເລີນ ເຢຍປາວເຮີ, ຮອງປະທານສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ລາວ-ກູບາ, ພ້ອມທັງຈະໄດ້ໄປຢ້ຽມຊົມສະຖານທີ່ສໍາຄັນທາງປະຫວັດສາດ ແລະ ວັດທະນະທໍາ ຂອງ ສປປ ລາວ ຈໍານວນໜຶ່ງ ຕື່ມອີກ.

*********************

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version