Home ຂ່າວການເມືອງ ພິທີກ່າວໄວ້ອາໄລ ສະຫາຍ ຫງວຽນ ຝູ໋ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ

ພິທີກ່າວໄວ້ອາໄລ ສະຫາຍ ຫງວຽນ ຝູ໋ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ

0

ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ ລາຍງານວ່າ: ໃນເວລາ 13 ໂມງຂອງວັນທີ 26 ກໍລະກົດ 2024, ພິທີກ່າວ ໄວ້ອາ ໄລ ສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ ໄດ້ຈັດຂຶ້ນຢູ່ ຫໍຈັດງານສົບແຫ່ງຊາດ ທີ່ເຮືອນເລກທີ 5 ຖະໜົນ ເຈິ່ນແທັງຕົງ, ນະຄອນຫລວງຮ່າໂນ້ຍ; ຫໍປະຊຸມທົງເຍິດ, ນະຄອນໂຮ່ຈີມິນ ແລະ ຫໍວັດທະນະທຳ ບ້ານ ລ້າຍດ່າ, ຕາແສງ ດົງໂຮ້ຍ, ເມືອງ ດົງແອັງ (ຮ່າໂນ້ຍ), ບ້ານເກີດຂອງ ສະຫາຍ ເລຂາທິການໃຫຍ່.

ເຂົ້າຮ່ວມ ພິທີກ່າວໄວ້ອາໄລ ສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ຢູ່ຫໍຈັດ ງານສົບແຫ່ງຊາດ ທີ່ນະຄອນຫລວງຮ່າໂນ້ຍ ມີສະຫາຍ ປະທານປະເທດ ໂຕເລິມ; ສະຫາຍ ນາຍົກລັດ ຖະມົນຕີ ຟ້າມມິງຈິງ; ສະຫາຍ ປະທານສະພາແຫ່ງຊາດ ຫວຽດ ນາມ ເຈິ່ນແທັງ ເໝິ້ນ; ພ້ອມດ້ວຍ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານ ປະເທດ ແຫ່ງ ສປປ ລາວ ພ້ອມ ດ້ວຍພັນລະຍາ; ສະຫາຍ ປະທານພັກ ປະຊາຊົນ ກຳປູເຈຍ, ປະທານ ສະພາສູງ ກຳປູເຈຍ Hunsen, ສະຫາຍ ປະທານສະ ພາແຫ່ງຊາດ ກູບາ Esteban Lazo Hernandez, ຜູ້ຕາງໜ້າ ບັນດາຄະນະຜູ້ ແທນສາກົນ ແລະ ປະຊາຊົນຈຳນວນຫລາຍ.

ໃນໂອກາດນີ້ ປະທານພິທີກ່າວໄວ້ອາໄລ, ສະຫາຍ ເລືອງເກືອງ ກຳມະການກົມການເມືອງ, ຜູ້ປະຈຳການ ຄະນະເລຂາສູນກາງພັກ, ຫົວໜ້າຄະນະຈັດຕັ້ງພິທີງານສົບ ກ່າວວ່າ: “ໃນຄວາມອາໄລອາ ວອນຢ່າງສຸດຊື້ງຂອງຈຸດເວລາອັນສັກສິດນີ້, ພວກເຮົາ ເຕົ້າໂຮມກັນຢູ່ທີ່ນີ້ ເພື່ອສົ່ງອຳລາ ສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ ໃຫ້ໄປສູ່ສຸຂະຕິ ພົບເທີ້ນ”. ຈາກນັ້ນ ສະຫາຍ ໂຕເລິມ ກຳມະການກົມການເມືອງ, ປະທານ ປະເທດ, ຫົວໜ້າຄະນະງານສົບ ໄດ້ກ່າວບົດສະດຸດີວ່າ: “ສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ ແມ່ນການນຳຜູ້ດີເລີດພິເສດ, ເປັນແວນແຍງອັນໃສແຈ້ງກ່ຽວກັບ ການສຶກສາຮ່ຳຮຽນ, ປະຕິບັດຕາມແນວຄິດ, ຄຸນສົມ ບັດ ໂຮ່ຈີມິນ, ເປັນສະມາຊິກພັກຜູ້ຈົງຮັກພັກດີ, ມີອິດທະພົນຊື່ສຽງຢ່າງຍິ່ງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ເປັນຜູ້ທີ່ມີຄົບທຸກຄຸນນະທາດ, ປີຊາສາມາດ, ຈັນຍາບັນ, ພູມ ປັນຍາຂອງການນຳຫວຽດນາມ ໃນຍຸກສະໄໝປ່ຽນແປງໃໝ່.” ແລະ ກ່າວຢັ້ງຢືນວ່າ: ການຈາກໄປຂອງ ສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ ນັ້ນແມ່ນການສູນເສຍ ຢ່າງໃຫຍ່ຫລວງສຳລັບພັກ, ລັດ ແລະ ປະຊາຊົນຫວຽດນາມ, ໂດຍບໍ່ມີຫຍັງສາມາດ ທົດແທນໄດ້. ປະເທດຊາດ ສູນເສຍ ການນຳ ຜູ້ປີຊາສາມາດ. ຂະບວນການ ກອມມູ ນິດກ້າວໜ້າໂລກ ສູນເສຍນັກທິດສະດີທີ່ຫລັກແຫລມ. ເພື່ອນມິດສາກົນສູນເສຍໄປ ເພື່ອນທີ່ນ້ຳໃສໃຈຈິງ, ມິດສະຫາຍທີ່ສະໜິດສະໜົມ, ຄອບຄົວ, ວົງ ຕະກຸນ, ບ້ານ ເມືອງເສຍໄປລູກຜູ້ດີເລີດ. “ເກືອບ 60 ປີແຫ່ງການເຄື່ອນໄຫວ ປະຕິວັດ, ສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ ດ້ວຍພູມປັນຍາ ເລິກເຊິ່ງ, ແຫລມຄົມ, ໄດ້ປະໄວໃຫ້ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຫວຽດນາມ ລະບົບແນວຄິດ ແລະ ທິດສະດີ ທີ່ລ້ຳຄ່າ ກ່ຽວກັບເສັ້ນທາງປະຕິວັດ ຫວຽດນາມ ໃນຍຸກສະໄໝໃໝ່; ຢືດໝັ້ນນຳໃຊ້ການປະດິດຄິດສ້າງຂອງລັດທິ ມາກ-ເລນິນ, ແນວຄິດ ໂຮ່ຈີມິນ, ດ້ວຍເປົ້າໝາຍ ສ້າງເອກະລາດ ຊົນຊາດ ແລະ ລັດທິສັງຄົມນິຍົມ. ມໍລະດົກທີ່ລ້ຳຄ່ານັ້ນ ໄດ້ປັບ ປຸງຄວາມໄວ້ເນື້ອ ເຊື່ອໃຈຢ່າງແຮງຕໍ່ເສັ້ນທາງກ້າວຂຶ້ນສັງຄົມນິຍົມຂອງຫວຽດນາມ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາ ຂອງຂະບວນການ ກອມມູນິດ ໃນໂລກໃນຍຸກສະໄໝ ປະຈຸບັນ”.

ສະຫາຍ ປະທານປະເທດຫວຽດນາມ ຢືນຢັນວ່າ: ທົ່ວພັກ, ທົ່ວປວງຊົນ, ທົ່ວກອງ ທັບໝັ້ນໝາຍວ່າ ຈະປະຕິບັດຄວາມ ມຸ່ງຫວັງຂອງ ສະຫາຍ ເລຂາທິການໃຫຍ່, ຈົດຈຳຄຳສັ່ງສອນຕະ ຫລອດໄປທີ່ວ່າ: ຖ້າເປັນມະນຸດ, ຈົ່ງເປັນນັກກອມມູນິດ, ຮັບໃຊ້ປະເທດຊາດ, ປະຊາຊົນ ຢ່າງສຸດຈິດສຸດໃຈ. ພາຍຫລັງບົດກ່າວສະດຸດີ, ການນຳພັກ, ລັດ, ແຂກສາກົນ, ຄອບຄົວໄດ້ສະຫງວນ ເວລາໜຶ່ງນາທີ່ ເພື່ອກົ້ມຫົວໄວ້ອາໄລເຖິງ ສະຫາຍ ເລຂາທິການໃຫຍ່.

ພາຍຫລັງ ຄຳກ່າວ ຂໍຂອບໃຈ ຂອງຄອບຄົວ ສະຫາຍ ເລຂາ ທິການໃຫຍ່ ຫງວຽນ ຝູ໋ຈ້ອງ, ໂລງສົບສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ ໄດ້ສົ່ງໄປລົດສົ່ງສະການ ຢູ່ນອກຫໍຈັດງານສົບໃນທ່າມກາງສຽງດຸລິຍະດັ່ງຂຶ້ນ.ໂລງສົບຂອງ ສະຫາຍ ເລຂາ ທິ ການໃຫຍ່ ຫງວຽນ ຝູ໋ຈ້ອງ ໄດ້ສົ່ງໄປ ຜ່ານຖະໜົນຫລາຍສາຍຂອງນະຄອນຫລວງ ເພື່ອໄປເຂດສຸສານ ມາຍຢິກ, ນະຄອນ ຫລວງຮ່າໂນ້ຍ. ພິທີປົງສົບ ສະຫາຍ ເລຂາທິ ການໃຫຍ່ ຫງວຽນ ຝູ໋ຈ້ອງ ຈັດຂຶ້ນ ໃນເວລາ 15 ໂມງ ຂອງວັນດຽວກັນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version