Home ຂ່າວພາຍໃນ ອັດຕະປື​ ອະນຸຍາດໃຫ້ບໍລິສັດ​ ເອກະຊົນສຶກສາສໍາຫຼວດ​ ພັດທະນາແຫຼ່ງທ່ອງທ່ຽວ ເຂດອ່າງເຊກະໝານ 1 ແລະ ສວນອານຸສອນສະຖານລົດຕັງປາງສົງຄາມ ຢູ່ເມືອງຊານໄຊ

ອັດຕະປື​ ອະນຸຍາດໃຫ້ບໍລິສັດ​ ເອກະຊົນສຶກສາສໍາຫຼວດ​ ພັດທະນາແຫຼ່ງທ່ອງທ່ຽວ ເຂດອ່າງເຊກະໝານ 1 ແລະ ສວນອານຸສອນສະຖານລົດຕັງປາງສົງຄາມ ຢູ່ເມືອງຊານໄຊ

0

ວັນທີ 26​ ສິງຫາ 2024 ນີ້, ທີ່ພະແນກແຜນການ ແລະ ການລົງທຶນແຂວງ​ ອັດຕະປື ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາສໍາຫຼວດຄວາມເປັນໄປໄດ້ໂຄງ ການລົງທຶນພັດທະນາແຫຼ່ງທ່ອງທ່ຽວ ເຂດອ່າງໂຕ່ງເຂື່ອນໄຟຟາເຊກະໝານ 1 ແລະ ສວນອານຸສອນສະຖານລົດຕັງປາງສົງຄາມ ເພື່ອໃຫ້ກາຍ ເປັນສະຖານທີ່ທ່ອງທ່ຽວຄົບວົງຈອນ​ເຂດເມືອງຊານໄຊ​ ລະຫວ່າງ ອົງການປົກຄອງ ແຂວງອັດຕະປື ກັບບໍລິ ສັດ​ ຄູນຊັບຈະເລີນກໍ່ສ້າງ-ສ້ອມແປງຂົວທາງ​ ແລະ​ ຊົນລະປະທານຈໍາກັດຜູ້ດຽວ. ເຂົ້າຮ່ວມໃນພິທີມີ​ ທ່ານ ບຸນເສີດ ເສດທິລາດ​ ຮອງເຈົ້າແຂວງອັດຕະປື, ມີພະແນກການກ່ຽວຂ້ອງແຂວງ​,ເມືອງ ແລະ ພາກສ່ວນກ່ຽວຂ້ອງ.​

ການເຊັນບົດບັນທຶກຄວາມເຂົ້າໃຈເທື່ອນີ້, ຝ່າຍອົງການປົກຄອງ ແຂວງອັດຕະປື ມີຈຸດປະສົງພັດ​ທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ເພື່ອສົ່ງເສີມການພັດ ທະນາວຽກງານທ່ອງ​ທ່ຽວພາຍໃນແຂວງ ເປັນການດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ອງທ່ຽວພາຍໃນແຂວງຫຼາຍຂື້ນ,​ ສ່ວນຝ່າຍບໍລິສັດມີຈຸດປະສົງທີ່ຈະລົງທຶນພັດທະ ນາແຫຼງທ່ອງທ່ຽວເຂດອ່າງເຊກະໝານ 1 ແລະ ສວນອະນຸສອນສະ​ຖານທີ່ລົດຕັງປາງສົງຄາມ ເພື່ອໃຫ້ກາຍເປັນສະຖານທີ່ທ່ອງທ່ຽວຄົບວົງຈອນ ແລະ ເປັນຈຸດໝາຍປາຍທາງຂອງນັກທ່ອງທ່ຽວຢູ່ເຂດບ້ານຈະເລີນໄຊ, ເມືອງຊານໄຊ​ ໃນເນື້ອທີ່ທັງໝົດປະມານ 275 ເຮັກຕາ.​

ຮ່ວມລົງນາມເຊັນສັນຍາໃນຄັ້ງນີ້ ຕາງໜ້າໃຫ້ ອົງການປົກຄອງ ແຂວງອັດຕະປື ໂດຍແມ່ນທ່ານ ສູນນະຄອນ ແກ້ວວຽງຄຳ ຫົວໜ້າພະແນກ ແຜນການ ແລະ ການລົງທຶນແຂວງ, ທ່ານ​ ບຸນປອນ ອ່ອນໄຊວຽງ ຫົວໜ້າພະແນກຖະແຫຼງຂ່າວ,​ ວັດທະນະທໍາ​ ແລະ​ ທ່ອງທ່ຽວແຂວງ, ທ່ານ ຄໍາສິງ ພົງສະຫວັດ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ​ ແລະສິ່ງແວດລ້ອມແຂວງ, ທ່ານ ທອງສະຫວັດ ສິດທິຈັກ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ທ່ານ ສຸວັນສີ ແກ້ວວິເສີດ ເຈົ້າເມືອງຊານໄຊ. ສ່ວນຝ່າຍ ບໍລິສັດ ໂດຍແມ່ນທ່ານ​ ກົງຄໍາ​ ແສງ​ມີນາທີ ອຳນວຍການບໍລິສັດຄູນຊັບຈະເລີນກໍ່ສ້າງ-ສ້ອມແປງຂົວທາງ​ ແລະຊົນລະປະທານຈໍາກັດຜູ້ດຽວ,​ ທ່ານ ຈັນທະວົງແສງມີນາທີ ທີ່ປຶກສາບໍລິສັດ,.

ຂ່າວ: ວັດທະນາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version