Home ຂ່າວໜ້າໜຶ່ງ ກອງປະຊຸມຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ຄັ້ງທີ 7 ຫາລືຫລາຍບັນຫາສຳຄັນ

ກອງປະຊຸມຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ຄັ້ງທີ 7 ຫາລືຫລາຍບັນຫາສຳຄັນ

0

ໃນວັນທີ 22 ກໍລະກົດ 2024 ນີ້, ທ່ານ ບໍວອນທັດ ດວງຈັກ ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ໃນນາມປະທານຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ສໍາລັບປີ 2024 ໄດ້ເປັນປະທານກອງປະຊຸມຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ຄັ້ງທີ 7 (The Seventh Meeting of the Committee of Permanent Representatives to ASEAN (CPR) – 7/2024 CPR Meeting) ຢູ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ, ໂດຍ ມີບັນດາ ຜູ້ຕາງໜ້າຖາວອນປະຈໍາອາຊຽນ, ຕີມໍແລັດສະເຕ ໃນນາມຜູ້ສັງເກດການ ແລະ ກອງເລຂາອາຊຽນ ເຂົ້າຮ່ວມ.

ກອງປະຊຸມໄດ້ປຶກສາຫາລືຄວາມຄືບໜ້າການຕິດຕາມການຈັດຕັ້ງປະຕິບັດ ຜົນກອງປະຊຸມເຈົ້າໜ້າທີ່ອາວຸ ໂສອາຊຽນ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ທີ່ໄດ້ຈັດຂຶ້ນໃນວັນທີ 6-8 ມິຖຸນາ 2024 ທີ່ນະຄອນຫລວງວຽງຈັນ, ການຕິດຕາມປຶກສາຫາລື ແລະ ທົບທວນຄືນຄວາມ ຄືບໜ້າຂອງວຽກງານການສ້າງປະຊາຄົມອາຊຽນ, ການພົວພັນ ແລະ ຮ່ວມມືກັບພາຍນອກຂອງອາຊຽນ ແລະ ປັບປຸງແຜນວຽກປະຈໍາປີຂອງຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ, ລວມທັງການກະກຽມໃຫ້ແກ່ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນທີ່ຈະຈັດຂຶ້ນໃນວັນທີ 23 ກໍລະກົດ 2024.

ຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ຫລື CPR ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2009 ພາຍຫລັງ ກົດບັດອາຊຽນມີຜົນບັງຄັບໃຊ້. CPR ມີພາລະບົດບາດຕາມທີ່ກໍານົດໄວ້ໃນມາດຕາທີ 12 ຂອງກົດບັດອາຊຽນ ລວມມີ: ສະໜັບສະໜູນວຽກງານຂອງບັນດາສະພາປະຊາຄົມອາຊຽນ ແລະ ບັນດາ ອົງກອນລັດຖະມົນຕີຂະແໜງການຂອງອາຊຽນ; ປະສານງານກັບບັນດາກອງເລຂາອາຊຽນແຫ່ງຊາດ ແລະ ກັບບັນດາອົງກອນ ລັດຖະມົນຕີຂະແຫນງການຂອງອາຊຽນ; ປະສານງານ ກັບ ເລຂາທິການໃຫຍ່ອາຊຽນ ແລະ ກອງເລຂາອາຊຽນ ກ່ຽວກັບ ທຸກວຽກງານທີ່ກ່ຽວຂ້ອງ; ອຳນວຍຄວາມສະດວກໃນການຮ່ວມມືຂອງອາຊຽນກັບພາຍນອກ ແລະ ປະຕິບັດໜ້າທີ່ອື່ນໆ ທີ່ອາດຈະກຳນົດໂດຍສະພາປະສານງານອາຊຽນ.

ຂ່າວ-ພາບ: ກຕທ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version