Home ຂ່າວໜ້າໜຶ່ງ ທ່ານ ນາຍົກລັດຖະມົນຕີ ຕິດຕາມຊຸກຍູ້ວຽກງານ ຢູ່ນະຄອນຫຼວງວຽງຈັນ

ທ່ານ ນາຍົກລັດຖະມົນຕີ ຕິດຕາມຊຸກຍູ້ວຽກງານ ຢູ່ນະຄອນຫຼວງວຽງຈັນ

0

ໃນຕອນເຊົ້າວັນທີ 19 ກໍລະກົດ 2024 ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານ ຢູ່ນະຄອນຫຼວງວຽງຈັນ; ມີທ່ານອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍການນຳຫຼັກແຫຼ່ງ ຂອງນະຄອນຫຼວງວຽງຈັນ ແລະ ເມືອງທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ, ທັງຮ່ວມເຄື່ອນໄຫວເຮັດວຽກຢູ່ພື້ນທີ່ຕົວຈິງ ແລະ ຮັບຟັງການພົບປະໂອ້ລົມ ຂອງທ່ານ ນາຍົກລັດຖະມົນຕີ.

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ລົງຕິດຕາມເບິ່ງສະພາບການພັດທະນາໂຄງການກໍ່ສ້າງໂຄງລ່າງພື້ນຖານຂອງນະຄອນຫຼວງວຽງຈັນ ເປັນຕົ້ນ ໂຄງການກໍ່ສ້າງອາຄານບຳບັດນໍ້າເປື້ອນ ຢູ່ເຂດບ້ານຂາມງອຍ, ເມືອງໄຊເສດຖາ;ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນແຄມແມ່ນໍ້າຂອງ ຢູ່ເຂດເມືອງສີສັດຕະນາກ; ໂຄງການກໍ່ສ້າງສະຖານີລົດເມໄຟຟ້າ; ແລະ ໂຄງການພັດທະນາສວນປະຕູໄຊ ພາກຂະຫຍາຍ (ເຂດພື້ນທີ່ກະຊວງຍຸຕິທຳຫຼັງເກົ່າ). ການໄປຕິດຕາມການພັດທະນາກໍ່ສ້າງ ແຕ່ລະໂຄງການ, ທ່ານ ນາຍົກລັດຖະມົນຕີ ແລະ ຄະນະ ໄດ້ຮັບຟັງການລາຍງານ ກ່ຽວກັບສະພາບລວມຂອງໂຄງການ, ຄວາມຄືບໜ້າ, ຄາດໝາຍຜົນສຳເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບັນຫາທີ່ກ່ຽວຂ້ອງອື່ນໆ. ຫຼັງຈາກນັ້ນ ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ມີຄຳເຫັນຖາມເຈາະຈີ້ມ, ພ້ອມທັງ ຊີ້ນຳໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ການພັດທະນາດ້ານຕ່າງໆ ໃຫ້ຫຼີກລ່ຽງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ການພັດທະນາ ຕ້ອງສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈິງ ແລະ ສຳເລັດຕາມກຳນົດເວລາ,ນໍາໃຊ້ຢ່າງປະຢັດມັດທະຍັດ ແຕ່ເກີດປະໂຫຍດສູງ, ອັນສໍາຄັນ ແມ່ນນຳໃຊ້ວັດຖຸອຸປະກອນ ທີ່ປະເທດເຮົາສາມາດຜະລິດໄດ້ ເປັນທາງເລືອກຕົ້ນຕໍເຂົ້າໃນການກໍ່ສ້າງ ແລະ ພັດທະນາ ບົນພື້ນຖານໃຫ້ ຮັບປະກັນຄຸນນະພາບ, ຖືກຕ້ອງຕາມມາດຕະຖານເຕັກນິກ, ມີອາຍຸການນຳໃຊ້ໄດ້ຍາວນານ ແລະ ຍືນຍົງ.

ພາຍຫຼັງສຳເລັດການລົງກວດກາເບິ່ງພື້ນທີ່ການພັດທະນາໂຄງການຕ່າງໆເຫຼົ່ານັ້ນ, ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ສືບຕໍ່ພົບປະໂອ້ລົມ ຕໍ່ການນຳຫຼັກແຫຼ່ງນະຄອນຫຼວງວຽງຈັນ ຊຶ່ງກ່ອນອື່ນທ່ານ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ລາຍງານໃຫ້ຊາບໂດຍຫຍໍ້ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ທີ່ພົ້ນເດັ່ນ ໄລຍະ 6 ເດືອນຕົ້ນປີ 2024ເຫັນວ່າ ທົ່ວນະຄອນຫຼວງວຽງຈັນ ສືບຕໍ່ມີຄວາມໜັກແໜ້ນທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນຢ່າງຕໍ່ເນື່ອງ, ເສດຖະກິດຂະຫຍາຍຕົວ ໃນລະດັບ 5.7%; ການເກັບລາຍຮັບເຂົ້າງົບປະມານໄດ້ 5,029 ຕື້ກວ່າກີບ ເທົ່າກັບ 70.39% ຂອງແຜນການ. ນອກນັ້ນ ໄດ້ລາຍງານໃຫ້ຊາບ ກ່ຽວກັບການກະກຽມຄວາມພ້ອມເປັນເຈົ້າພາບຈັດກອງປະຊຸມອາຊຽນ, ການຜັນຂະຫຍາຍຈັດຕັ້ງປະຕິບັດມະຕິ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່, ລວມທັງ ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ໃນການພັດທະນາເສດຖະກິດ-ສັງຄົມ ຢູ່ພາຍໃນນະຄອນຫຼວງວຽງຈັນ.

ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ການນຳຫຼັກແຫຼ່ງນະຄອນຫຼວງວຽງຈັນ ເອົາໃຈໃສ່ວຽກງານຕື່ມບາງດ້ານ ເປັນຕົ້ນ ພ້ອມກັນສຸມໃສ່ປະຕິບັດບັນດາວຽກຈຸດສຸມ ໃນການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃຫ້ແຂງແຮງ, ເລິກເຊິ່ງ, ເປັນເອກະພາບ ແລະ ມີການຫັນປ່ຽນດີຂຶ້ນຢ່າງຈະແຈ້ງ ໂດຍສະເພາະ ການສ້າງຖານການຜະລິດ, ທຸລະກິດ, ການບໍລິການ ແລະ ການສ້າງຄວາມເຂັ້ມແຂງຂອງການເກັບລາຍຮັບ; ແກ້ໄຂການຮົ່ວໄຫຼຂອງການຈັດເກັບງົບປະມານ, ແກ້ທັງກົນໄກ-ລະບຽບການ,ຂອດການຈັດຕັ້ງ ແລະ ບຸກຄະລາກອນ; ຍົກສູງປະສິດທິຜົນການຄຸ້ມຄອງລາຍຈ່າຍ ແລະ ດຳເນີນມາດຕະການປະຢັດມັດທະຍັດ (ປະຢັດຕົ້ນທຶນ, ບໍ່ໃຊ້ຈ່າຍຟູມເຟືອຍ, ສົ່ງເສີມການນຳໃຊ້ລົດໄຟຟ້າ, ຈຳກັດການນຳເຂົ້າລົດຫຼູລາຄາແພງ-ລົດໃຊ້ນໍ້າມັນ, ສົ່ງເສີມການນຳໃຊ້ຜະລິດຕະພັນພາຍໃນ….); ແກ້ໄຂບັນຫາເງິນຕາ ໂດຍປຸກລະດົມສັງຄົມໃຊ້ເງິນກີບ, ອໍານວຍຄວາມສະດວກ ການຊໍາລະສະສາງ ຮອດປະຊາຊົນ, ຄຸ້ມຄອງການຊໍາລະສະສາງ ທີ່ຕິດພັນກັບການນໍາເຂົ້າ-ສົ່ງອອກສິນຄ້າ, ຈຳກັດການນຳເງິນຕາ ອອກໄປນຳໃຊ້ຢູ່ຕ່າງປະເທດ; ຄຸ້ມຄອງລາຄາສິນຄ້າ ໂດຍຄິດໄລ່ລາຄາສົມທຽບຕົ້ນທຶນການຜະລິດ ແລ້ວກຳນົດລາຄາທີ່ສົມເຫດສົມຜົນ, ຫຼີກລ່ຽງການເອົາປຽບ ຫຼື ເກງກໍາໄລສູງເກີນໄປ; ສົ່ງເສີມການຜະລິດຮັບໃຊ້ພາຍໃນໃຫ້ພຽງພໍ ແລະ ຜະລິດເປັນສິນຄ້າໃຫ້ຫຼາຍ, ເປັນຂະບວນການພົ້ນເດັ່ນ; ປັບປຸງລັດວິສາຫະກິດ ທີ່ຢູ່ໃຕ້ການຄຸ້ມຄອງຂອງນະຄອນຫຼວງວຽງຈັນ ໃຫ້ສຳເລັດໄວ ແລະ ຮັບປະກັນປະສິດທິຜົນສູງ; ເອົາໃຈໃສ່ກະກຽມການເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ ຂອງ ສປປ ລາວ ໃຫ້ດີ ໂດຍສະເພາະ ການປັບປຸງໂຄງລ່າງພື້ນຖານ ລະບົບເສັ້ນທາງ, ໄຟຟ້າ, ນໍ້າໃຊ້, ທີ່ພັກຂອງແຂກ ແລະ ອື່ນໆບົນພື້ນຖານເຮັດໃຫ້ນະຄອນຫຼວງວຽງຈັນ ຮັບປະກັນໄດ້ຄວາມສະຫງົບ-ປອດໄພ, ສະອາດຈົບງາມ, ສະດວກສະບາຍ, ເປັນລະບຽບຮຽບຮ້ອຍ ແລະອື່ນໆ; ພ້ອມດຽວກັນນີ້ ກໍ່ໃຫ້ສືບຕໍ່ແກ້ໄຂຂໍ້ຄົງຄ້າງຕ່າງໆ ທີ່ຕິດພັນກັບ: ໂຄງການເສັ້ນທາງລົດໄຟລາວ-ຈີນ, ໂຄງການບຳບັດນໍ້າເປື້ອນ, ໂຄງການສະຖານີລົດເມໄຟຟ້າ…. ໃຫ້ມີຄວາມຄືບໜ້າ ແລະ ສໍາເລັດໂດຍໄວ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version