Home ຂ່າວໜ້າໜຶ່ງ ລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບປະທານຄະນະບໍລິຫານງານສູນກາງ ສະຫະພັນແມ່ຍິງລາວ

ລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບປະທານຄະນະບໍລິຫານງານສູນກາງ ສະຫະພັນແມ່ຍິງລາວ

0

ໃນວັນທີ 11 ກໍລະກົດ 2024 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ພ້ອມຄະນະ, ໃນໂອກາດທີ່ຈະລົງມາ ຕິດຕາມ, ຊຸກຍູ້ວຽກງານສ້າງພະນັກງານນໍາພາ-ຄຸ້ມຄອງເພດຍິງ, ການກະກຽມກອງປະຊຸມໃຫຍ່ສະຫະພັນແມ່ຍິງ ແລະ ວຽກງານຮອບດ້ານຂອງສະຫະພັນແມ່ຍິງກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.

ໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຍິນດີຕ້ອນຮັບ ຄະນະນໍາສູນກາງສະຫະ ພັນແມ່ຍິງລາວ ທີ່ຈະລົງມາຕິດຕາມ, ຊຸກຍູ້ວຽກງານສ້າງພະນັກງານນໍາພາ-ຄຸ້ມຄອງເພດຍິງ, ການກະກຽມກອງປະຊຸມໃຫຍ່ສະຫະພັນແມ່ຍິງ ແລະ ວຽກງານຮອບດ້ານຂອງສະຫະພັນແມ່ຍິງ ກະຊວງຖະແຫລງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ, ພ້ອມທັງເຮັດວຽກຮ່ວມກັບສະຫາຍຮອງເລຂາຄະນະບໍລິຫານງານພັກ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ ແລະ ພົບປະເຮັດວຽກກັບຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ຖວທ.

ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຂອງ ທ່ານລັດຖະມົນຕີກະຊວງ ຖວທ ຄັ້ງນີ້, ພ້ອມທັງໄດ້ລາຍງານໃຫ້ຊາບ ເຖິງຈຸດປະສົງຂອງການລົງມາເຄື່ອນໄຫວວຽກງານຢູ່ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ອີກດ້ວຍ.

ຂ່າວ-ພາບ: ວຽງສະຫວັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version