Home ຂ່າວພາຍໃນ ພະແນກ ຖວທ 4 ແຂວງພາກໃຕ້ ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ

ພະແນກ ຖວທ 4 ແຂວງພາກໃຕ້ ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ

0

ແຫລ່ງຂ່າວຈາກແຂວງອັດຕະປື ໃຫ້ຮູ້ວ່າ: ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງ ອັດຕະປື, ສາລະວັນ, ເຊກອງ ແລະ ຈໍາປາສັກ ພົບປະແລກປ່ຽນ ບົດຮຽນ ຂົງເຂດວຽກງານ ຖວທ ຮ່ວມກັນ ໃນວັນທີ 5 ກໍລະກົດ 2024 ທີ່ແຂວງອັດຕະປື ໂດຍມີຄະນະນໍາ ແລະ ພະນັກງານຫລັກແຫລ່ງຂອງ 4 ພະແນກການດັ່ງກ່າວເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ເພື່ອເປັນການສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງ ດ້ານການບໍລິຫານ ນໍາພາ-ຄຸ້ມຄອງ ແລະ ການຈັດຕັ້ງປະຕິບັດ ວຽກງານວິຊາການຮອບດ້ານ ທັງເປັນການສ້າງໂອກາດ ໃຫ້ພະແນກ ຖວທ ຂອງ 4 ແຂວງພາກໃຕ້ ໄດ້ມີການພົບປະແລກປ່ຽນ, ນໍາສະເໜີຜົນງານ, ສິ່ງທ້າທາຍ ແລະ ແຜນການຮ່ວມມືກັນໃນຕໍ່ໜ້າ ທັງເປັນການເປີດໂອກາດແລກປ່ຽນບົດຮຽນ, ປະສົບການ, ແລກປ່ຽນຄວາມຄິດເຫັນ ຕໍ່ການພັດທະນາວິຊາການ ແລະ ຂະຫຍາຍຂອບການຮ່ວມມື ໃຫ້ເປັນລະບົບຕໍ່ເນື່ອງ ກ້າວໄປສູ່ການຊຸກຍູ້ ການພັດທະນາ ວຽກງານ ຖວທ ໃນ 4 ແຂວງພາກໃຕ້ ໃຫ້ມີຄວາມກ້າວໜ້າຍິ່ງຂຶ້ນ.

ໃນກອງປະຊຸມ ບັນດາຜູ້ຕາງໜ້າ ຈາກ ຖວທ ທັງ 4 ແຂວງພາກໃຕ້ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດຂົງເຂດວຽກງານ ຖວທ ໃຫ້ກັນຮັບຊາບ ພ້ອມທັງປະກອບຄໍາເຫັນ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອກ້າວໄປເຖິງການສ້າງເຄືອຂ່າຍການຮ່ວມມື ເພື່ອພັດທະນາວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນ 4 ແຂວງພາກໃຕ້ ໃຫ້ມີການພັດທະນາໃນທາງທີ່ດີຂຶ້ນກວ່າເກົ່າ. ໃນມື້ດຽວກັນ, ຄະນະນຳພະແນກ ຖວທ ທັງ 4 ແຂວງ ໄດ້ເຂົ້າຮ່ວມກິດກໍາແຂ່ງຂັນກິລາບານເຕະມິດຕະພາບ ເພື່ອເປັນການສ້າງຂະບວນການ ໃຫ້ມີບັນຍາກາດຟົດຟື້ນ ແລະ ເປັນການຮັດແໜ້ນຄວາມສາມັກຄີຕື່ມອີກ.

ຂ່າວ: ວັດທະນາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version