Home ຂ່າວພາຍໃນ ສຄອຊ ຮັບທຶນສະໜັບສະໜູນການເປັນເຈົ້າພາບກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ

ສຄອຊ ຮັບທຶນສະໜັບສະໜູນການເປັນເຈົ້າພາບກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ

0

ບໍລິສັດທ່າບົກທ່ານາແລ້ງ ຈຳກັດຜູ້ດຽວ ໄດ້ສະໜອງທຶນ ມູນຄ່າ 1 ແສນໂດລາສະຫະ ລັດ ໃຫ້ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ເພື່ອສະໜັບສະໜູນການເປັນເຈົ້າພາບຈັດກອງປະຊມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ 2024 ເຊິ່ງພິທີເຊັນສັນຍາ ສະໜອງທຶນດັ່ງກ່າວ ຈັດຂຶ້ນໃນວັນທີ 8 ກໍລະກົດ 2024 ລະຫວ່າງ ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ ແລະ ທ່ານ ຈັນທອນ ສິດທິໄຊ ປະທານສະພາບໍລິຫານ ບໍລິສັດທ່າບົກທ່ານາແລ້ງ ຈຳກັດຜູ້ດຽວ ໂດຍມີ ພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ ເປັນສັກຂີພິຍານ.

ທ່ານ ອຸເດດ ສຸວັນນະວົງ ໄດ້ໃຫ້ຮູ້ວ່າ: ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ 2024 (ASEAN Business and Investment Summit 2024) ຈະຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 8-11 ຕຸລາ 2024 ທີ່ນະຄອນຫລວງວຽງຈັນ ໂດຍຈັດຄຽງຄູ່ກັບ ການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ, ກອງປະຊຸມຄັ້ງນີ້, ຄາດຄະເນ ຈະໄດ້ເຊີນບັນດາຫົວໜ່ວຍທຸລະກິດ ຈາກ ສປປ ລາວ, ບັນດາປະເທດອາຊຽນ ແລະ ຈະໄດ້ເຊື້ອເຊີນເອົາຜູ້ນໍາຂອງໂລກ, ອົງການຈັດຕັ້ງສາກົນຕ່າງໆ ແລະ ຜູ້ບໍລິຫານລະດັບສູງຈາກ ບໍລິສັດຫລາຍປະເທດ ແລະ ພາກພື້ນ ມາເຂົ້າຮ່ວມໃນງານ. ນອກຈາກເປັນເຈົ້າພາບຈັດ ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນແລ້ວ, ຍັງຈະໄດ້ຈັດການແຂ່ງຂັນລາງວັນທຸລະກິດອາຊຽນດີເດັ່ນ ປະຈຳປີ 2024 ເຊິ່ງການເເຂ່ງຂັນດັ່ງກ່າວແມ່ນເປີດກວ້າງ ໃຫ້ບັນດາຫົວໜ່ວຍທຸລະກິດ ປະເທດອາຊຽນ ເຂົ້າຮ່ວມສະໝັກ ເຊິ່ງພິທີມອບລາງວັນ ຈະໄດ້ຈັດຂຶ້ນໃນວັນທີ 9 ຕຸລາ 2024 ຢູ່ໂຮງແຮມດອນຈັນພາເລສ, ນະຄອນຫລວງວຽງຈັນ.

ສໍາລັບ ລາງວັນປະກອບມີ 3 ປະເພດລາງວັນໃຫຍ່ຄື: ປະເພດລາງວັນເຊື່ອມໂຍງຂະແໜງ ການບຸລິມາສິດດີເດັ່ນ ເຊິ່ງບໍລິສັດຂະໜາດນ້ອຍ ແລະ ໃຫຍ່ ສາມາດສະໝັກເເຂ່ງຂັນໄດ້ໂດຍແບ່ງເປັນບໍລິສັດນ້ອຍ 1 ລາງວັນ ແລະ ບໍລິສັດ ຂະໜາດໃຫຍ່ 1 ລາງວັນ, ລວມມີ 20 ລາງວັນ; ປະເພດລາງວັນສຳລັບທຸລະກິດ SMEs ດີເດັ່ນ ໃຫ້ສະເພາະເເຕ່ບໍລິສັດທຸລະກິດ SME ເທົ່ານັ້ນ ທີ່ສາມາດສະໝັກລາງວັນປະເພດນີ້ໄດ້ ແລະ ລາງວັນພິເສດ ບໍລິສັດຂະໜາດນ້ອຍ ຫລື ຂະໜາດໃຫຍ່ ກໍສາມາດສະໜັກເເຂ່ງຂັນໄດ້.

ຂ່າວ: ທະນູທອງ

ພາບ: ອ່າຍຄໍາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version