Home ຂ່າວພາຍໃນ Sky Connections ໄດ້ຂະຫຍາຍ: ເສັ້ນທາງໃໝ່ຂອງສາຍການບິນ Vietjet ໃນທົ່ວປະເທດຈີນ ແລະ ເກົາຫຼີໃຕ້ ໂປຣໂມຊັນພິເສດສຳລັບຄ່າໂດຍສານເລີ່ມຕົ້ນທີ່ 55 ໂດລາສະຫະລັດ ສຳລັບສາຍການບິນທັງໝົດ

Sky Connections ໄດ້ຂະຫຍາຍ: ເສັ້ນທາງໃໝ່ຂອງສາຍການບິນ Vietjet ໃນທົ່ວປະເທດຈີນ ແລະ ເກົາຫຼີໃຕ້ ໂປຣໂມຊັນພິເສດສຳລັບຄ່າໂດຍສານເລີ່ມຕົ້ນທີ່ 55 ໂດລາສະຫະລັດ ສຳລັບສາຍການບິນທັງໝົດ

0

(ນະຄອນຫຼວງວຽງຈັນ, ວັນທີ 08 ກໍລະກົດ 2024) – ສາຍການບິນ Vietjet ໄດ້ສ້າງບາດກ້າວຄັ້ງໃໝ່ໃນການເຊື່ອມຕໍ່ສາຍການບິນຜ່ານ ພາກພື້ນອາຊີປາຊີຟິກ ດ້ວຍການເປີດບໍລິການໂດຍກົງແຫ່ງທຳອິດ ທີ່ເຊື່ອມຕໍ່ ນະຄອນໂຮຈີມິນ – Xi’an (ຈີນ) ແລະ ການປະກາດເສັ້ນທາງ Nha Trang – Daegu (ສ.ເກົາຫຼີ), ການລິເລີ່ມດັ່ງກ່າວໄດ້ເສີມຂະຫຍາຍຄວາມມຸ່ງໝັ້ນຂອງ Vietjet ໃນການນຳສະເໜີໂອກາດການເດີນທາງ ທີ່ສະດວກສະບາຍ ແລະ ລາຄາທີ່ເໝາະສົມ. ພ້ອມທັງເສີມຂະຫຍາຍການເຊື່ອມຕໍ່ທາງອາກາດທົ່ວອາຊີຕາເວັນອອກສຽງໃຕ້ ແລະ ອາຊີຕາເວັນອອກສຽງເໜືອ ລວມທັງປະເທດລາວ.
ເພື່ອສະເຫຼີມສະຫຼອງໂອກາດນີ້ Vietjet ສະເໜີໂປຣໂມຊັນພິເສດ ຕັ້ງແຕ່ມື້ນີ້ຈົນເຖິງວັນທີ 07 ກໍລະກົດ 2024 ດ້ວຍປີ້ຍົນໜຶ່ງລ້ານໃບ, ເລີ່ມຕົ້ນທີ່ 55 ໂດລາສະຫະລັດ (ລວມພາສີ ແລະ ຄ່າທຳນຽມ) ໃນທົ່ວເຄືອຂ່າຍຖ້ຽວບິນທັງໝົດ. ທ່ານສາມາດຈອງຖ້ຽວບິນ ໃນລະຫວ່າງວັນທີ 22 ສິງຫາ 2024 ຫາ 22 ພຶດສະພາ 2025 (ບໍ່ລວມມື້ພັກລັດຖະການ ແລະ ມື້ພັກອື່ນໆ) ຜ່ານທາງ www.vietjetair.com ແລະ ແອັບມືຖື Vietjet Air, ເຊິ່ງນີ້ເປັນໂອກາດທີ່ໜ້າຕື່ນເຕັ້ນສໍາລັບນັກທ່ອງທ່ຽວທີ່ວາງແຜນການເດີນທາງຄັ້ງຕໍ່ໄປ.


ພິທີປະກາດເສັ້ນທາງ Nha Trang – Daegu ນັ້ນແມ່ນ ກົງກັບວັນຄົບຮອບ 10 ປີຂອງ Vietjet ທີ່ໄດ້ດຳເນີນງານ ປະສົບຜົນສຳເລັດລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ. ການບໍລິການເຊື່ອມຕໍ່ ເມືອງແຄມທະເລ Nha Trang ຂອງຫວຽດນາມ ກັບເມືອງ Daegu ທີ່ໃຫຍ່ອັນດັບທີ 4 ຂອງ ສ.ເກົາຫຼີ. ເລີ່ມແຕ່ວັນທີ 27 ຕຸລາ 2024 ແລະ ມີຖ້ຽວບິນໄປກັບ 7 ຄັ້ງຕໍ່ອາທິດ, ທິ່ເປັນການເພີ່ມທະວີເຄືອຂ່າຍການບິນ ລະຫວ່າງສອງປະເທດຢ່າງກວ້າງຂວາງ.
ປັດຈຸບັນສາຍການບິນ Vietjet ແມ່ນຜູ້ປະກອບການໃຫຍ່ທີ່ສຸດລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ໃນດ້ານຄວາມສາມາດທາງອາກາດ, ທີ່ມີຖ້ຽວບິນເຊື່ອມຕໍ່ Ho Chi Minh City, Hanoi, Hai Phong, Da Nang, Nha Trang, Phu Quoc, Da Lat ກັບ Seoul, Busan ແລະ Daegu. ໃນປີທີ່ຜ່ານມາ ສາຍການບິນຫວຽດເຈັດໄດ້ມີບົດບາດສຳຄັນໃນການອຳນວຍຄວາມສະດວກໃຫ້ແກ່ການເດີນທາງ ລະຫວ່າງສອງປະເທດ ເຊິ່ງໄດ້ຂົນສົ່ງຜູ້ໂດຍສານ 10 ລ້ານຄົນ ດ້ວຍບໍລິການປົກກະຕິ ໂດຍກົງ 37 ລາຍການ ພ້ອມຍັງຊຸກຍູ້ການພົວພັນດ້ານເສດຖະກິດ, ການລົງທຶນ, ການທ່ອງທ່ຽວ ແລະ ວັດທະນະທຳ.


ນອກຈາກນັ້ນ, ໃນວັນທີ 01 ກໍລະກົດ, ການຂະຫຍາຍຕົວຂອງ Vietjet ໄປຍັງ ສ.ປ.ຈີນ ໄດ້ສືບຕໍ່ດ້ວຍນຳໃຊ້ຖ້ຽວບິນໂດຍກົງຈາກນະຄອນໂຮ່ຈີມິນ ເມືອງໃຫຍ່ຂອງຫວຽດນາມ ໄປເມືອງ Xi’an ເຊິ່ງເປັນເມືອງປະຫວັດສາດທີ່ເກົ່າແກ່ຂອງ ສ.ປ.ຈີນ ສາຍການບິນ Vietjet ເປັນສາຍການບິນດຽວທີ່ໃຫ້ບໍລິການເຊື່ອມຕໍ່ໂດຍກົງ ກັບ 4 ຖ້ຽວບິນໄປກັບຕໍ່ອາທິດ, ທີ່ພາຍຫຼັງທີ່ໄດ້ເປີດບໍລິການຢູ່ນະຄອນ Shanghai ແລະ ເມືອງ Chengdu ໃນຕົ້ນປີນີ້.


ນັກທ່ອງທ່ຽວຈາກລາວຍັງສາມາດສຳຜັດຄວາມສວຍສົດງົດງາມ ທາງວັດທະນະທຳຂອງສອງປະເທດຜ່ານເສັ້ນທາງໃໝ່ຂອງ Vietjet ໃນປີນີ້. ເຊິ່ງເຊື່ອມຕໍ່ນະຄອນຫຼວງວຽງຈັນ ຫາ ນະຄອນໂຮ່ຈີມິນ, ກັບ 4 ຖ້ຽວບິນໄປກັບຕໍ່ອາທິດໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ແຕ່ລະຖ້ຽວບິນຈະໃຊ້ເວລາບິນແມ່ນພຽງແຕ່ 1 ຊົ່ວໂມງ 45 ນາທີ.
ຜູ້ໂດຍສານທີ່ບິນກັບການບິນ Vietjet ສາມາດຮັບປະທານອາຫານຫວຽດນາມ ແລະ ສາກົນທີ່ຫຼາກຫຼາຍ, ໃນນັ້ນຈະມີເຝີ, ເຂົ້າຈີ່ ແລະ Ca Phe Sua Da (ກາເຟນົມເຢັນຫວຽດນາມ) ໃຫ້ບໍລິການ ໂດຍລູກເຮືອມືອາຊີບເທິງເຮືອບິນທີ່ທັນສະໄໝ, ເປັນມິດກັບສິ່ງແວດລ້ອມ. ນອກຈາກນັ້ນ, ຜູ້ໂດຍສານ Vietjet ທຸກຄົນຈະໄດ້ຮັບປະກັນໄພ SkyCare ຟຣີ ແລະ ສະມາຊິກ SkyJoy ເມື່ອຈອງໃນຊ່ວງໂປຣໂມຊັນນີ້ ອີກທັງຈະໄດ້ຮັບ 200 ຄະແນນເພື່ອແລກຂອງຂວັນ ແລະ ເຂົ້າຮ່ວມ ກິດຈະກໍາການຈັບສະຫຼາກລາງວັນ. (ເປັນໄປຕາມຂໍ້ກຳນົດ ແລະ ເງື່ອນໄຂ)


ຂໍ້ມູນເພີ່ມເຕີມທີ່ www.vietjetair.com

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version