Home ຂ່າວກິລາ “ບົດສະຫຼຸບຮອບ 16 ທີມສຸດທ້າຍ ຢູໂຣ 2024” ຄູ່ເອກ ຝຣັ່ງ ວັດຄົມ ເບວຢ້ຽມ

“ບົດສະຫຼຸບຮອບ 16 ທີມສຸດທ້າຍ ຢູໂຣ 2024” ຄູ່ເອກ ຝຣັ່ງ ວັດຄົມ ເບວຢ້ຽມ

0

ການແຂ່ງຂັນບານເຕະຊີງແຊ໋ມແຫ່ງຊາດຢູໂຣບ ຫຼື “ຢູໂຣ 2024” ຮອບສຸດທ້າຍ ທີ່ປະເທດເຢຍລະມັນ ເປັນເຈົ້າພາບ ເດີນທາງຜ່ານຮອບແບ່ງກຸ່ມເປັນທີ່ຮຽບຮ້ອຍແລ້ວ ພາຍຫຼັງສຳເລັດການແຂ່ງຂັນໃນກຸ່ມ ອີ ແລະ ກຸ່ມ ເອັບ ເມື່ອຄືນວັນທີ 26 ມິຖຸນາ 2024 ຊຶ່ງນັ້ນໝາຍຄວາມວ່າມາຮອດຕອນນີ້ສາມາດຄັດເລືອກໄດ້ຄົບໝົດແລ້ວທີມທີ່ຜ່ານເຂົ້າສູ່ຮອບ 16 ທີມສຸດທ້າຍ ໂດຍເຫຼົ່າບັນດາຊາດຍັກໃຫຍ່ທີ່ເປັນທີມເຕັງໃນລາຍການນີ້ຢ່າງ ຝຣັ່ງ, ອັງກິດ, ສະເປນ, ເຢຍລະມັນ, ໂປຣຕຸເກດ, ເບວຢ້ຽມ ແລະ ເນເທີແລນ ຕ່າງກໍມາກັນຄົບໜ້າຄົບຕາ ຊຶ່ງທັງ 16 ທີມ ແມ່ນມາຈາກທີມແຊ໋ມ ແລະ ຮອງແຊ໋ມຂອງທັງຫົກກຸ່ມ ບວກກັບ 4 ທີມອັນດັບສາມທີ່ມີຜົນງານດີທີ່ສຸດ ດັ່ງນີ້:

– ເຢຍລະມັນ ເຈົ້າພາບ ແຊ໋ມກຸ່ມ ເອ: ຜົນງານຮອບແບ່ງກຸ່ມ ຊະນະ ສະກ໊ອດແລນ 5-1, ຊະນະ ຮັງກາຣີ 2-0 ແລະ ສະເໝີ ສະວິດເຊີແລນ 1-1.

– ສະວິດເຊີແລນ ຮອງແຊ໋ມກຸ່ມ ເອ: ຜົນງານຮອບແບ່ງກຸ່ມ ຊະນະ ຮັງກາຣີ 3-1, ສະເໝີ ສະກ໊ອດແລນ 1-1 ແລະ ສະເໝີ ເຢຍລະມັນ 1-1.

– ສະເປນ ແຊ໋ມກຸ່ມ ບີ: ຜົນງານຮອບແບ່ງກຸ່ມ ຊະນະ ໂຄຣເອເຊຍ 3-0, ຊະນະ ອີຕາລີ 1-0 ແລະ ຊະນະ ແອວເບເນຍ 1-0.

– ອີຕາລີ ຮອງແຊ໋ມກຸ່ມ ບີ: ຜົນງານຮອບແບ່ງກຸ່ມ ຊະນະ ແອວເບເນຍ 2-1, ເສຍ ສະເປນ 0-1 ແລະ ສະເໝີ ໂຄຣເອເຊຍ 1-1.

– ອັງກິດ ແຊ໋ມກຸ່ມ ຊີ: ຜົນງານຮອບແບ່ງກຸ່ມ ຊະນະ ເຊີເບຍ 1-0, ສະເໝີ ເດນມາກ 1-1 ແລະ ສະເໝີ ສະໂລວີເນຍ 0-0.

– ເດນມາກ ຮອງແຊ໋ມກຸ່ມ ຊີ: ຜົນງານຮອບແບ່ງກຸ່ມ ສະເໝີ ສະໂລວີເນຍ 1-1, ສະເໝີ ອັງກິດ 1-1 ແລະ ສະເໝີ ເຊີເບຍ 0-0.

– ສະໂລວີເນຍ ອັນດັບສາມກຸ່ມ ຊີ: ຜົນງານຮອບແບ່ງກຸ່ມ ສະເໝີ ເດນມາກ 1-1, ສະເໝີ ເຊີເບຍ 1-1 ແລະ ສະເໝີ ອັງກິດ 0-0.

– ອອດເຕຣຍ ແຊ໋ມກຸ່ມ ດີ: ຜົນງານຮອບແບ່ງກຸ່ມ ເສຍ ຝຣັ່ງ 0-1, ຊະນະ ໂປແລນ 3-1 ແລະ ຊະນະ ເນເທີແລນ 3-2.

– ຝຣັ່ງ ຮອງແຊ໋ມກຸ່ມ ດີ: ຜົນງານຮອບແບ່ງກຸ່ມ ຊະນະ ອອດເຕຣຍ 1-0, ສະເໝີ ເນເທີແລນ 0-0 ແລະ ສະເໝີ ໂປແລນ 1-1.

– ເນເທີແລນ ອັນດັບສາມກຸ່ມ ດີ: ຜົນງານຮອບແບ່ງກຸ່ມ ຊະນະ ໂປແລນ 2-1, ສະເໝີ ຝຣັ່ງ 0-0 ແລະ ເສຍ ອອດເຕຣຍ 2-3.

– ໂຣມາເນຍ ແຊ໋ມກຸ່ມ ອີ: ຜົນງານຮອບແບ່ງກຸ່ມ ຊະນະ ຢູເຄຣນ 3-0, ເສຍ ເບວຢ້ຽມ 0-2 ແລະ ສະເໝີ ສະໂລວາເກຍ 1-1.

– ເບວຢ້ຽມ ຮອງແຊ໋ມກຸ່ມ ອີ: ຜົນງານຮອບແບ່ງກຸ່ມ ເສຍ ສະໂວລາເກຍ 0-1, ຊະນະ ໂຣມາເນຍ 2-0 ແລະ ສະເໝີ ຢູເຄຣນ 0-0.

– ສະໂລວາເກຍ ອັນດັບສາມກຸ່ມ ອີ: ຜົນງານຮອບແບ່ງກຸ່ມ ຊະນະ ເບວຢ້ຽມ 1-0, ເສຍ ຢູເຄຣນ 1-2 ແລະ ສະເໝີ ໂຣມາເນຍ 1-1.

– ໂປຣຕຸເກດ ແຊ໋ມກຸ່ມ ເອັບ: ຜົນງານຮອບແບ່ງກຸ່ມ ຊະນະ ສາທາລະນະລັດເຊັກ 2-1, ຊະນະ ຕວກກີ 3-0 ແລະ ເສຍ ຈໍເຈຍ 0-2.

– ຕວກກີ ຮອງແຊ໋ມກຸ່ມ ເອັບ: ຜົນງານຮອບແບ່ງກຸ່ມ ຊະນະ ຈໍເຈຍ 3-1, ເສຍ ໂປຣຕຸເກດ 0-3 ແລະ ຊະນະ ສາທາລະນະລັດເຊັກ 2-1.

– ຈໍເຈຍ ອັນດັບສາມກຸ່ມ ເອັບ: ຜົນງານຮອບແບ່ງກຸ່ມ ເສຍ ຕວກກີ 1-3, ສະເໝີ ສາທາລະນະລັດເຊັກ 1-1 ແລະ ຊະນະ ໂປຣຕຸເກດ 2-0.

#ຜົນການປະກົບຄູ່ຮອບ 16 ທີມສຸດທ້າຍ ພ້ອມວັນ ແລະ ເວລາການແຂງຂັນ ມີດັ່ງນີ້:

– ວັນທີ 29 ມິຖຸນາ 2024 ເວລາ 23:00 ໂມງ: ສະວິດເຊີແລນ ພົບ ອີຕາລີ ແຊ໋ມເກົ່າ.

– ວັນທີ 29 ມິຖຸນາ 2024 ເວລາ 02:00 ໂມງ: ເຢຍລະມັນ ເຈົ້າພາບ ພົບ ເດນມາກ.

– ວັນທີ 30 ມິຖຸນາ 2024 ເວລາ 23:00 ໂມງ: ອັງກິດ ພົບ ສະໂລວາເກຍ.

– ວັນທີ 30 ມິຖຸນາ 2024 ເວລາ 02:00 ໂມງ: ສະເປນ ພົບ ຈໍເຈຍ.

– ວັນທີ 1 ກໍລະກົດ 2024 ເວລາ 23:00 ໂມງ: ຝຣັ່ງ ພົບ ເບວຢ້ຽມ.

– ວັນທີ 1 ກໍລະກົດ 2024 ເວລາ 02:00 ໂມງ: ໂປຣຕຸເກດ ພົບ ສະໂລວີເນຍ.

– ວັນທີ 2 ກໍລະກົດ 2024 ເວລາ 23:00 ໂມງ: ໂຣມາເນຍ ພົບ ເນເທີແລນ.

– ວັນທີ 2 ກໍລະກົດ 2024 ເວລາ 02:00 ໂມງ: ອອດເຕຍ ພົບ ຕວກກີ.

ຮຽບຮຽງໂດຍ: ລູກນ້ຳເຊ ອິນທະດາລິນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version