Home ຂ່າວໜ້າໜຶ່ງ ເຈົ້າໜ້າທີ່ອາວຸໂສອາຊຽນບວກສາມ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຫາລືຫຼາຍບັນຫາໃນກອງປະຊຸມ ຄັ້ງທີ 21

ເຈົ້າໜ້າທີ່ອາວຸໂສອາຊຽນບວກສາມ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຫາລືຫຼາຍບັນຫາໃນກອງປະຊຸມ ຄັ້ງທີ 21

0

ກອງປະຊຸມປຶກສາຫາລືເຈົ້າໜ້າທີ່ອາວຸໂສອາຊຽນບວກສາມ ວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ ຄັ້ງທີ 21 ໄດ້ຈັດຂຶ້ນໃນວັນທີ 27 ມິຖຸນາ 2024, ພາຍໃຕ້ການເປັນປະທານຂອງ ທ່ານ ພົຕ ສຸລິນະ ແກ້ວປະເສີດ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າເຈົ້າໜ້າທີ່ອາວຸໂສ ສປປ ລາວ, ມີຫົວໜ້າເຈົ້າໜ້າທີ່ອາວຸໂສປະເທດບວກສາມ ສປ ຈີນ, ຢີ່ປຸ່ນ ແລະ ສ ເກົາຫຼີ, ປະເທດສະມາຊິກອາຊຽນ ແລະ ຕີມໍເລສເຕ ຮັບຜິດຊອບວຽກງານຕ້ານອາຊະຍາກໍາ, ຮອງເລຂາທິການໃຫຍ່ອາຊຽນດ້ານການເມືອງ ແລະ ຄວາມໝັ້ນຄົງ ເຂົ້າຮ່ວມ.

ທ່ານ ພົຕ ສຸລິນະ ແກ້ວປະເສີດ ໄດ້ກ່າວວ່: ອາຊຽນ ແລະ ປະເທດບວກສາມ ໄດ້ມີສາຍພົວພັນຮ່ວມມືອັນດີເປັນເວລາຍາວນານ ມີການຮ່ວມມືໃນຫຼາຍຂົງເຂດ ບໍ່ວ່າຈະເປັນທາງດ້ານເສດ ຖະກິດ, ວັດທະນະທໍາ-ສັງຄົມ ແລະ ຄວາມໝັ້ນຄົງ ລວມທັງການຮ່ວມມືໃນການຕ້ານອາຊະຍາກໍາຂ້າມຊາດ ປະກອບສ່ວນຮັບປະກັນຄວາມສະຫງົບປອດໄພ ໃນພາກພື້ນ ແລະ ສາກົນ; ເຊິ່ງກອງປະຊຸມໃນຄັ້ງນີ້ ໄດ້ປຶກສາຫາລືໃນຫຼາຍຫົວຂໍ້ທີ່ສຳຄັນ ເປັນຕົ້ນແມ່ນ ການຈັດຕັ້ງປະຕິບັດແຜນວຽກງານຮ່ວມມືລະຫວ່າງອາຊຽນ ແລະ ປະເທດບວກສາມ (ໄລຍະປີ 2023-2027) ກ່ຽວກັບອົງປະກອບທີ່ພົວພັນເຖິງການຕ້ານອາຊະຍາກໍາຂ້າມຊາດ, ການຈັດຕັ້ງປະຕິບັດແຜນວຽກກອງປະຊຸມເຈົ້າໜ້າທີ່ອາວຸ ໂສອາຊຽນບວກສາມ ວ່າດ້ວຍການຕ້ານອາຊະຍາກາຂ້າມຊາດ (ໄລຍະປີ 2024-2027) ລວມທັງບັນຫາອື່ນໆທີ່ກ່ຽວຂ້ອງ. ນອກຈາກນີ້, ໃນກອງປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບການເປັນປະເທດປະສານງານ ແລະ ປະທານຮ່ວມຂອງປະເທດບວກສາມ.

ຜົນຂອງກອງປະຊຸມປຶກສາຫາລືຄັ້ງນີ້ ຈະກາຍເປັນພື້ນຖານອັນສໍາຄັນ ໃນການສືບຕໍ່ເສີມຂະຫຍາຍການຮ່ວມມື ລະຫວ່າງປະເທດບວກສາມ ແລະ ອາຊຽນ ເພື່ອຕ້ານອາຊະຍາກາຂ້າມຊາດໃນຕໍ່ໜ້າ ປະກອບສ່ວນໃນການຮັກສາຄວາມສະຫງົບປອດໄພ, ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ ການພັດທະນາເສດຖະກິດ-ສັງຄົມ ຢູ່ບັນດາປະເທດໃນພາກພື້ນ ແລະ ໃນໂລກ.

ຂ່າວ: ກົມສື່ມວນຊົນ ປກສ

ພາບ: ຄຳໂຖ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version