Home ຂ່າວຕ່າງປະເທດ ການາດາ ກຽມປັບຂຶ້ນພາສີນຳເຂົ້າລົດໄຟຟ້າຈາກ ສປ ຈີນ

ການາດາ ກຽມປັບຂຶ້ນພາສີນຳເຂົ້າລົດໄຟຟ້າຈາກ ສປ ຈີນ

0

ສຳນັກຂ່າວບລູມເບີຣກ ເມື່ອບໍ່ດົນມານີ້ລັດຖະບານການາດາ ກຽມປັບຂຶ້ນພາສີ ນຳເຂົ້າ ຊຸດໃໝ່ ສຳລັບ ລົດໄຟຟ້າ(EV)ທີ່ຜະລິດໂດຍ ບໍລິສັດຈີນ ໃຫ້ສອດຄ່ອງກັບ ມາດຕະການ ຂອງ ສ.ອາເມລິກາ ແລະ ສະຫະພາບ ເອີຣົບ(EU) ໂດຍໃນຂະນະນີ້ ລັດຖະບານ ພວມພິຈາລະນາ ຕັດສິນໃຈ ໃນຂັ້ນສຸດທ້າຍ ທີ່ກ່ຽວຂ້ອງກັບ ການດຳເນີນ ມາດຕະການ ດັ່ງກ່າວ ໃນໄວໆນີ້ ຫລັງຈາກ ສ.ອາເມລິກາ ປະກາດ ຂຶ້ນພາສີ ນຳເຂົ້າ ລົດໄຟຟ້າ ທີ່ຜະລິດໃນ ສປ ຈີນ ໃນອັດຕາ 102,5%ໃນເດືອນ ພືດສະພາ ຜ່ານມາ ແລະ ສະຫະພາບ ເອີຣົບ ມີແຜນ ປັບຂຶ້ນ ພາສີ ນຳເຂົ້າ ລົດໄຟຟ້າ ຈາກ ສປ ຈີນ ສູງເຖິງ 48% ສຳລັບ ບາງລຸ້ນ ຫລັງຈາກ ປະເທດ ຕາເວັນຕົກ ມີຄວາມເປັນຫ່ວງ ຫລາຍຂຶ້ນ ກັບການຜະລິດ ສິນຄ້າ ລາຍການ ສຳຄັນ ທີ່ຫລາຍ ເກີນໄປ ຂອງ ສປ ຈີນ ແລະ ພະຍາຍາມ ຕີຕະຫລາດ ຕາເວັນຕົກ ໂດຍສະເພາະ ລົດໄຟຟ້າ ພະລັງງານ ແບດເຕີລີ(BEV)ເປັນເປົ້າໝາຍຫລັກ. ຂະນະທີ່ ຜູ້ຜະລິດລົດ ຈາກ ສປ ຈີນ ເຊັ່ນ BYD ໄດ້ກ້າວໄປໜ້າ ຢ່າງແຂງແຮງ ເຂົ້າສູ່ ຕະຫລາດລົດ ໃນທົ່ວໂລກ ຢ່າງຈິງຈັງ. ສຳລັບ ຍອດ​ມູນ​ຄ່າ​ ການ​ນຳ​ເຂົ້າ ​ລົດ​ໄຟຟ້າ​ ຂອງ​ກາ​ນາ​ດາ​ ຈາກ​ ສປ ຈີນ​ ໃນ​ປີ 2023​ໄດ້​ເພີ່ມ​ຂຶ້ນ​ເປັນ 2,2ຕື້​ໂດ​ລາ ​ການາດາ (1,6ຕື້​ໂດ​ລາ​ ສະຫະລັດ) ຈາກ​ຕ່ຳ​ກວ່າ 100ລ້ານ​ໂດ​ລາ ​ການາດາ ​ໃນ​ປີ 2022.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version