Home ຂ່າວໜ້າໜຶ່ງ 3 ປັດໄຈ ທີ່ເປັນອຸປະສັກໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

3 ປັດໄຈ ທີ່ເປັນອຸປະສັກໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

0

ໃນການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX, ທ່ານ ຄໍາສິງ ໄຊສົມແພງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14 ແຂວງສາລະວັນ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ໃນການຈັດຕັ້ງປະຕິບັດບັນດາຄາດໝາຍຂອງວຽກງານ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເຊິ່ງມີບາງຕອນທ່ານກ່າວວ່າ ປັດໄຈຕົ້ນຕໍທີ່ເປັນອຸປະສັກຕໍ່ການພັດທະນາຊົນນະບົດ ກໍຄືການແກ້ໄຂຄວາມທຸກຍາກຂອງປະຊາຊົນແມ່ນ:

1. ທີ່ດິນ: ເປັນປັດໄຈສໍາຄັນ ແລະ ເຫັນວ່າມີຄວາມຫຍຸ້ງຍາກ ເຖິງແມ່ນມີການຈັດສັນ, ແບ່ງປັນໃຫ້ແຕ່ລະຄອບຄົວແລ້ວກໍຕາມ ແຕ່ຍັງບໍ່ພຽງພໍ ເພາະການພັດທະນາຊົນນະບົດ ແມ່ນກ່ຽວຂ້ອງກັບການຜະລິດ, ປູກຝັງ ແລະ ລ້ຽງສັດຕ່າງໆ ລ້ວນແລ້ວແຕ່ອາໄສທີ່ດິນ ຖ້າເຮົາບໍ່ມີທີ່ດິນພຽງພໍເພື່ອຕອບສະໜອງໃຫ້ປະຊາຊົນທໍາມາຫາກິນ ກໍຖືວ່າມີຄວາມຫຍຸ້ງຍາກ ແລະ ບໍ່ປະສົບຜົນສໍາເລັດໃນການພັດທະນາຊົນນະບົດ ກໍຄືການແກ້ໄຂຄວາມທຸກຍາກຂອງປະຊາຊົນ.

2. ພື້ນຖານໂຄງລ່າງ: ລະບົບເສັ້ນທາງ ແລະ ຊົນລະປະທານ ຫາກບໍ່ຕອບສະໜອງໄດ້ ກໍພາໃຫ້ປະສົບບັນຫາ; ຜ່ານການລົງພົບປະປະປະຊາຊົນ ເຫັນວ່າໃນລະດູຝົນເຂົາເຈົ້າທໍາການຜະລິດໄດ້ ແຕ່ການກະຈາຍຫາຕະຫຼາດບໍ່ໄດ້ ຍ້ອນບັນຫາເສັ້ນທາງ, ເວລາຝົນຕົກນໍ້ານອງບໍ່ມີຂົວຂ້າມ.

3. ບຸກຄະລາກອນ ຫຼື ກໍາລັງແຮງງານ: ບໍ່ວ່າແຕ່ຢູ່ຊົນນະບົດ, ຢູ່ໃນເມືອງກໍເຊັ່ນດຽວກັນ ຈະຊອກຫາໄວໜຸ່ມສີມືແຮງງານແມ່ນຍາກຫຼາຍ ກໍຄືເຮົາຮູ້ນໍາກັນແລ້ວວ່າ ກໍາລັງແຮງງານສ່ວນຫຼາຍເຂົາໄປອອກແຮງງານຢູ່ຕ່າງປະເທດ ເຮັດໃຫ້ພາຍໃນຂາດແຄນແຮງງານ; ແຮງງານທີ່ມີ ບາງຄັ້ງພັດກ່ຽວຂ້ອງກັບຢາເສບຕິດ ເຊິ່ງຜ່ານການລົງພົບປະຜູ້ມີສິດເລືອກຕັ້ງ ເຫັນວ່າບາງຄອບຄົວໄດ້ສະເໜີໃຫ້ຊ່ວຍແກ້ໄຂເລື່ອງຢາເສບຕິດ ເພາະຫົວໜ້າຄອບຄົວບໍ່ຄ່ອຍຢູ່ບ້ານ ສ່ວນຫຼາຍແມ່ນໜີໄປຢູ່ປ່າເພື່ອເສບຢາ, ຫົວໜ້າຄອບຄົວບໍ່ເປັນເຈົ້າການ, ບໍ່ເປັນຕົວຕັ້ງຕົວຕີນໍາພາຄອບຄົວ ກໍເປັນອຸປະສັກຕໍ່ການພັດທະນາຊົນນະບົດ ກໍຄືການແກ້ໄຂຄວາມທຸກຍາກຂອງປະຊາຊົນໄດ້ຄືກັນ.

ສະນັ້ນ, ຈຶ່ງຂໍສະເໜີໃຫ້ທາງລັດຖະບານພະຍາຍາມເອົາໃຈໃສ່ຊອກວິທີແກ້ໄຂ.

ທີ່ມາ: ຂ່າວຜູ້ແທນປະຊາຊົນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version