Home ຂ່າວຕ່າງປະເທດ ສິງກະໂປ ຄອງອັນດັບ 1 ປະເທດທີ່ມີຄວາມສາມາດແຂ່ງຂັນສູງທີ່ສຸດໃນໂລກ

ສິງກະໂປ ຄອງອັນດັບ 1 ປະເທດທີ່ມີຄວາມສາມາດແຂ່ງຂັນສູງທີ່ສຸດໃນໂລກ

0

ຂ່າວຕ່າງປະເທດລາຍງານ ໃນວັນທີ 18 ມິຖຸນາ ຜ່ານມາວ່າ: ສະຖາບັນສາກົນເພື່ອການພັດທະນາການຄຸ້ມຄອງ (IMD) ໃນປະເທດສະວິດ ເປີດເຜີຍວ່າ: ສິງກະໂປ ຄອງຕໍາແໜ່ງປະເທດທີ່ມີຄວາມສາມາດໃນການແຂ່ງຂັນສູງສຸດໃນໂລກ ຈາກເຂດເສດຖະກິດທັງໝົດ 67 ແຫ່ງ, ຮອງລົງມາແມ່ນສະວິດ ແລະ ດານມາກ.

ລາຍງານລະບຸວ່າ: ສິງກະໂປເປັນຜູ້ນຳໃນດ້ານທັດສະນະຄະຕິ ແລະ ຄ່ານິຍົມ ໂຄງສ້າງພື້ນຖານດ້ານເຕັກໂນໂລຊີ ແລະ ຕະຫຼາດແຮງງານ, ຂະນະດຽວກັນ ສິງກະໂປ ຕ້ອງເພີ່ມປະສິດທິພາບໃນດ້ານລາຄາ, ສຸຂະພາບ ແລະ ສິ່ງແວດລ້ອມ ຕະຫຼອດຈົນກອບສັງຄົມ.

ສະຖາບັນດັ່ງກ່າວລະບຸວ່າ: ສິງກະໂປ ຄວນຮັບມືກັບຄວາມທ້າທາຍທີ່ເກີດຈາກສະພາບແວດລ້ອມພາຍນອກທີ່ບໍ່ແນ່ນອນ ພ້ອມທັງສະໜັບສະໜູນໃຫ້ແຮງງານ ແລະ ກຸ່ມທຸລະກິດຍາດໂອກາດ ແລະ ຈັດການກັບການຢຸດຊະງັກທີ່ເກີດຈາກເຕັກໂນໂລຊີໃໝ່ ເພື່ອຮັກສາຄວາມສາມາດໃນການແຂ່ງຂັນໃນປີນີ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version