Home ຂ່າວຕ່າງປະເທດ ອົງການກອງທຶນເງິນຕາສາກົນສ້າງຕັ້ງສູນ ປະຈຳນະຄອນຊຽງໄຮ້

ອົງການກອງທຶນເງິນຕາສາກົນສ້າງຕັ້ງສູນ ປະຈຳນະຄອນຊຽງໄຮ້

0

ຂ່າວສານຊີອາໄອລາຍງານ ໃນວັນທີ 19 ມິຖຸນາ ນີ້, ອົງການກອງທຶນເງິນຕາສາກົນປະກາດວ່າ: ໄດ້ສ້າງຕັ້ງສູນປະຈຳນະຄອນຊຽງໄຮ້ ປະເທດຈີນ. ສູນປະຈຳນະຄອນຊຽງໄຮ້ ແມ່ນໜຶ່ງໃນສູນພາກພື້ນທີ່ອົງການກອງທຶນເງິນຕາສາກົນສ້າງຕັ້ງຂຶ້ນໃນທົ່ວໂລກ, ມີຈຸດປະສົງເພື່ອເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືລະຫວ່າງອົງການກອງທຶນເງິນຕາສາກົນ ກັບ ກຸ່ມເສດຖະກິດພາກພື້ນອາຊີປາຊີຟິກ, ດຳເນີນການຄົ້ນຄວ້າກ່ຽວກັບຂົງເຂດທີ່ຕະຫຼາດຈະເລີນໃໝ່ ແລະ ປະເທດທີ່ມີລາຍຮັບປານກາງມີຄວາມສົນໃຈ, ເພື່ອອຳນວຍການສະໜັບສະໜູນທີ່ຖືກຕ້ອງກັບເປົ້າໝາຍໃຫ້ແກ່ກຸ່ມເສດຖະກິດໃນພາກພື້ນ ແລະ ປົກປັກຮັກສາຄວາມໝັ້ນທ່ຽງດ້ານການທະນາຄານໃນພາກພື້ນ ກໍຄືທົ່ວໂລກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version