Home ຂ່າວຕ່າງປະເທດ ທ່ານ ສີຈິ້ນຜິງ ກ່າວຄຳປາໄສ ສຳຄັນຢູ່ເວທີ ກອງປະຊຸມສຸດຍອດແມ່ຍິງໂລກ

ທ່ານ ສີຈິ້ນຜິງ ກ່າວຄຳປາໄສ ສຳຄັນຢູ່ເວທີ ກອງປະຊຸມສຸດຍອດແມ່ຍິງໂລກ

0

ວິທະຍຸ-ໂທລະພາບສູນກາງຈີນ, ​ວັນ​ທີ 13 ຕຸ​ລາ​ນີ້, ທ່ານ ສີ​ ຈິ້ນ​ຜິງ ປະ​ທານປະ​ເທດ​ຈີນ ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມສຸດຍອດ ​ແມ່​ຍິງ​ໂລກຢູ່​ສູນ​ປະ​ຊຸມ​ແຫ່ງ​ຊາດ ​ທີ່​ນະ​ຄອນ​ຫລວງ​ປັກ​ກິ່ງ​ ພ້ອມ​ທັງ​ກ່າວ​ຄຳ​ປາ​ໄສ ສຳ​ຄັນພາຍ​ໃຕ້​ຫົວ​ຂໍ້ “ເສີ​ມ​ຂະ​ຫຍາຍ​ຈິດ​ໃຈ​ກອງ​ປະ​ຊຸມ​ໃຫຍ່ແມ່​ຍິງ​ໂລກປັກ​ກິ່ງ ເລັ່ງ​​ລັດ​ຂະ​ບວນ​ການ​ໃໝ່ແຫ່ງ​ການ​ພັດ​ທະ​ນາ​ແມ່​ຍິງ​ຢ່າງ​ຮອບ​ດ້ານ”. ໃນໂອກາດນີ້ ທ່ານ ສີ ​ຈິ້ນ​ຜິງ ກ່າວ​ເນັ້ນ​ໜັກ​ວ່າ: ເມື່ອ​ແນມ​ເບິ່ງ​ອະ​ນາ​ຄົດ, ​ຝ່າຍ​ຕ່າງໆ​ ຄວນ​ທົບ​ທວນ​ຄືນຈິດ​ໃຈ​ກອງ​ປະ​ຊຸມ​​ໃຫຍ່ແມ່​ຍິງ​ໂລກທີ່​ປັກ​ກິ່ງ, ​ເຕົ້າ​ໂຮມ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນໃຫ້ກວ້າງ​ຂວາງກວ່າ​ເກົ່າ,​ ບຸກ​ເບີກ​ເສັ້ນ​ທາງ​ໃຫ້ກວ້າງ​ຂວາງກວ່າ​ເກົ່າ​ ແລະ​​ ໃຊ້​ການເຄື່ອນ​ໄຫວ​ທີ່​ຕິດ​ແທດ​ຕົວ​ຈິງກວ່າ​ເກົ່າເພື່ອ​ເລັ່ງ​​ລັດຂະ​ບວນ​ການ​ໃໝ່​ແຫ່ງ​ການ​ພັດ​ທະ​ນາແມ່​ຍິງ​ ຢ່າງ​ຮອບ​ດ້ານ. ທ່ານ ສີ ​ຈິ້ນ​ຜິງ ​ຍັງໄດ້​ສະ​ເໜີ​ 4 ຂໍ້​ສະ​ເໜີສຳ​ຄັນຄື: ​ໜຶ່ງ ຮ່ວມ​ກັນ​ສ້າງສະ​ພາບ​ແວດ​ລ້ອມອັນ​ດີ​ງາມ ​ທີ່​ມີ​ຜົນ​ປະ​ໂຫຍດ​ຕໍ່ການ​ພັດ​ທະ​ນາ ​ແລະ ເຕີບໃຫຍ່ຂອງ​ແມ່​ຍິງ, ສອງ ຮ່ວມ​ກັນ​ບົ່ມ​ເພາະ​ພະ​ລັງ​ແຮງ​ທີ່​ເຂັ້ມ​ແຂງ​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ດ້ານ​ວຽກ​ງານ​ແມ່​ຍິງ, ​ສາມ ຮ່ວມ​ກັນ​ສ້າງສະ​ພາບ​ການ​ປົກ​ຄອງເພື່ອ​ຮັບ​ປະ​ກັນ​ສິດ ​ແລະ ​ຜົນ​ປະ​ໂຫຍດຂອງແມ່​ຍິງ ແລະ ສີ່ ຮ່ວມ​ກັນ​ຂຽນປະ​ຫວັດ​ສາດ​ໜ້າ​ໃໝ່ແຫ່ງ​ການຊຸກ​ຍູ້​ການ​ຮ່ວມ​ມືຂອງ​ແມ່​ຍິງ​ໃນ​ໂລກ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version