Home ຂ່າວໜ້າໜຶ່ງ ສພຊ ກຽມປັບປຸງລັັດຖະທຳມະນູນ ສະບັບປີ 2015

ສພຊ ກຽມປັບປຸງລັັດຖະທຳມະນູນ ສະບັບປີ 2015

0

ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນຂຶ້ນລາຍງານກ່ຽວກັບການກະກຽມວຽກງານຮອບດ້ານໃຫ້ແກ່ການປັບປຸງລັັດຖະທຳມະນູນ ສະບັບປີ 2015 ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ໃນວັນທີ 17 ມິຖຸນາ 2024 ວ່າ: ການປັບປຸງລັດຖະທຳມະນູນ ຄັ້ງນີ້, ແນໃສ່ສືບຕໍ່ຜັນຂະຫຍາຍແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ, ມີລັກການຂອງພັກ, ເປັນຂໍ້ບັນຍັດຂອງລັດຖະທຳມະ ນູນສະບັບໃໝ່ ເປັນຕົ້ນ ມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການສືບຕໍ່ໍຍູ້ແຮງ ການຜັນຂະຫຍາຍແນວທາງການປ່ຽນແປງໃໝ່ສູ່ລວງເລິກ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ, ຮອບດ້ານ ໃນການນຳພາຂອງພັກ ແລະ ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະ ກິດເອກກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ໃຫ້ເປັນຮູບປະທຳ. ການປັບປຸງບາງບົດບັນຍັດ ກ່ຽວກັບລະບົບອຳນາດແຫ່ງລັດ ຂັ້ນຕ່າງໆ ເປັນຕົ້ນ ອົງການບໍລິຫານລັດ ຂັ້ນທ້ອງຖິ່ນ ໃຫ້ມີຄວາມສອດ ຄ່ອງກັບໜ້າທີ່ການເມືອງຂອງພັກ, ລັດ ໃນໄລຍະໃໝ່ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງ ການໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດ ໝາຍ ໃຫ້ມີປະສິດທິພາບ, ປະສິດທິຜົນສູງຂຶ້ນ, ຮັບປະກັນການປະຕິບັດສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂຶ້ນສູ່ຈຸດໝາຍ ທີ່ພັກເຮົາໄດ້ກຳນົດໄວ້.

ການປັບປຸງ ລັດຖະທຳມະນູນ ໃນຄັ້ງນີ້, ແມ່ນສຸມໃສ່ຄົ້ນຄວ້າ ແລະ ປັບປຸງບາງໝວດ, ບາງມາດຕາ ທີ່ຈຳເປັນ ເປັນຕົ້ນ ໝວດກ່ຽວກັບການປົກຄອງທ້ອງຖິ່ນ ແລະ ຈະຄົ້ນຄວ້າສະເໜີເພີ່ມບາງມາດຕາ, ບາງຂໍ້ບັນຍັດ ທີ່ເຫັນວ່າມີຄວາມສຳຄັນ ແລະ ຈຳເປັນ, ພ້ອມທັງສຸມໃສ່ຄົ້ນຄວ້າ, ປັບປຸງເນື້ອໃນໃຫຍ່ ທີ່ສຳຄັນ ຈຳນວນໜຶ່ງ ຂອງລັດຖະທຳມະນູນ (ບໍ່ໄດ້ປັບປຸງໝົດສະບັບ) ເພື່ອເຮັດໃຫ້ເນື້ອໃນຂອງລັດຖະທຳ ມະນູນ ສະບັບໃໝ່ ຖືກຕ້ອງ, ສອດຄ່ອງ, ຄົບຖ້ວນ, ຮັດກຸມ ແລະ ສາມາດ ຈັດຕັ້ງປະຕິບັດໄດ້.

ທ່ານ ຈະເລີນ ເຢຍປາວເຮີ ໃຫ້ຮູ້ຕື່ມວ່າ: ລັດຖະທຳມະນູນ ແມ່ນແນວທາງຂອງພັກກຳອຳນາດ ທີ່ຖືກຫັນເປັນກົດໝາຍພື້ນຖານຂອງຊາດ, ເປັນພາຫະນະທີ່ສຳຄັນພື້ນຖານ ໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຊົນຊັ້ນກຳອຳ ນາດ, ຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຂອງປະເທດ, ລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບທຳອິດ ໄດ້ປະກາດໃຊ້ ໃນວັນທີ 15 ສິງຫາ 1991. ຜ່ານການຈັດຕັ້ງປະຕິບັດ ໄດ້ມີການປັັບປຸງມາແລ້ວ 2 ຄັ້ງ. ໃນນັ້ນ, ຄັ້ງທຳອິດ ປັບປຸງໃນປີ 2003, ຄັ້ງທີ 2 ປັບປຸງໃນປີ 2015, ໃນຕະຫລອດໄລຍະດັ່ງກ່າວ, ລັດ ໄດ້ຜັນຂະຫຍາຍລັດຖະທຳມະ ນູນ ເປັນກົດໝາຍໃນຂົງເຂດຕ່າງໆ ມີຈຳນວນທັງໝົດ 167 ສະບັບ. ໃນນີ້, ຂົງເຂດເສດຖະກິດ 75 ສະບັບ, ຂົງເຂດວັດທະນາທຳ-ສັງຄົມ 42 ສະບັບ, ຂົງເຂດການປົກ ຄອງ ແລະ ນິຕິກຳ 32 ສະບັບ, ຂົງເຂດປ້ອງກັນຊາດປ້ອງກັນຄວາມສະຫງົບ 13 ສະບັບ, ຂົງເຂດການຕ່າງປະເທດ 5 ສະບັບ.

ລັດຖະທຳມະນູນ ແລະ ກົດໝາຍ ເຫລົ່ານັ້ນ, ໄດ້ກາຍເປັນພາຫະນະອັນແຫລມຄົມ ໃນການດັດປັບການພົວພັນສັງຄົມຕາມແນວທາງປ່ຽນແປງໃໝ່ ຮອບດ້ານມີຫລັກການຂອງພັກ, ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ ໄດ້ມີຄວາມເຂັ້ມງວດ ແລະ ສັກສິດເປັນກ້າວໆ, ສະຕິເຄົາລົບ ແລະ ປະຕິບັດ ລັດຖະທຳມະນູນ ແລະ ກົດໝາຍ ໃນທົ່ວສັງຄົມ ໄດ້ຮັບການຍົກສູງຂຶ້ນ ເຊິ່ງໄດ້ສ້າງເງື່ອນໄຂພື້ນຖານ ໃຫ້ແກ່ການສ້າງລັດ ເປັນລັດທີ່ປົກຄອງດ້ວຍກົດໝາຍ. ຜ່ານການຈັດຕັ້ງປະຕິບັດ ເຫັນວ່າມີບາງບົດບັນຍັດຈະໄດ້ຄົ້ນຄວ້າ, ປັບປຸງ ເພື່ອໃຫ້ສອດຄ່ອງກັບສະພາບການປ່ຽນແປງໃໝ່ ໃນປັດຈຸບັນ, ເພື່ອຈັດຕັ້ງປະຕິບັດມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ເຂົ້າສູ່ລ່ວງເລິກ, ສ້າງການຫັນປ່ຽນທີ່ແຂງແຮງເລິກເຊິ່ງ, ຮອບດ້ານ ໃນການນຳພາຂອງພັກ ແລະ ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດເອກກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ໃຫ້ເປັນຮູບປະທຳ.

ດັ່ງນັ້ນ ຈຶ່ງມີຄວາມຈໍາເປັນທີ່ລັດ ຈະຕ້ອງໄດ້ຄົ້ນຄວ້າ ແລະ ປັບປຸງລັດຖະທໍາມະນູນ ສະບັບປີ 2015 ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ຂອງພັກ ແລະ ລັດ ໃນໄລຍະໃໝ່.

.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version