Home ຂ່າວຕ່າງປະເທດ ສ.ອາເມລິກາ ດຶງດູດເງິນລົງທຶນຕ່າງປະເທດຫລາຍກວ່າ 1ໃນ3ຂອງໂລກ

ສ.ອາເມລິກາ ດຶງດູດເງິນລົງທຶນຕ່າງປະເທດຫລາຍກວ່າ 1ໃນ3ຂອງໂລກ

0

ສຳນັກຂ່າວບລູມເບຣີກກອງທຶນເງິນຕາສາກົນ (IMF) ເປີດເຜີຍວ່າ: ສ.ອາເມລິກາ ມີເງິນລົງທຶນຈາກຕ່າງປະເທດຫລາຍກວ່າ 1ໃນ3 ຂອງທົ່ວໂລກ ນັບຕັ້ງແຕ່ເກີດພະຍາດ ໂຄວິດ-19 ແພ່ລະບາດ ຢູ່ລະດັບ 18% ແຕ່ການເພີ່ມຂຶ້ນ ຂອງອັດຕາ ດອກເບ້ຍ ໃນ ສ.ອາເມລິກາ ສູ່ລະດັບ ສູງສຸດ ໃນຮອບ ຫລາຍປີ ຜ່ານມາ ກັບກາຍເປັນ ສິ່ງດຶງດູດ ນັກລົງທຶນ ຕ່າງປະເທດ ຫລາຍຂຶ້ນ ລວມທັງ ການລົງທຶນ ໂດຍກົງ ຈາກຕ່າງປະເທດ(FDI)ຈາກມາດຕະການ ກະຕຸ້ນ ເສດຖະກິດ ຫລາຍພັນຕື້ ໂດລາ ສະຫະລັດ ເພື່ອສົ່ງເສີມ ພະລັງງານໝູນວຽນ ແລະ ການຜະລິດ ເຊມິຄອນດັກເຕີ.ຂະນະທີ່ ອັດຕາສ່ວນ ການເຄື່ອນຍ້າຍ ເງິນລົງທຶນ ຂ້າມແດນ ຂອງ ສປ ຈີນ ຢູ່ລະດັບ3% ໃນລະຫວ່າງ ປິ2021-2023 ຫລຸດລົງຈາກ 7% ໃນທົດສະວັດ ກ່ອນໜ້ານີ້.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version