ຫຼັງຈາກການຫົດສົງອົງພຣະບາງພຸດທະຣາວັນ ອົງພະທີ່ສັກສິດ ອັນເປັນທີ່ເຄົາລົບ ນົບໄຫວ້ຂອງປວງຊົນລາວທັງຊາດ ໃນໂອກາດບຸນກຸດສົງການປີໃໝ່ລາວ ພສ 2568 ໄດ້ສໍາເລັດລົງ ໃນຕອນເຊົ້າຂອງວັນທີ່ 20 ເມສາ 2025 ໄດ້ມີພິທີອາລາດຖະນາອົງພຣະບາງ ກັບຄືນປະທັບທີ່ຫໍພະບາງຕາມເດີມ. ເລີ່ມຕົ້ນດ້ວຍການທຳພິທີທາງສາສະໜາ ໂດຍພະເຖລາ ນຸເຖຣະ ນຳພາອອກຕົນຍາດໂຍມ ຊາວພຸດທະສາຊະນິກະຊົນທີ່ເຂົ້າຮ່ວມ ກ່າວຄຳຄາລະວະ ແລະອາລາດຖະນາອົງພະບາງ ກັບຄືນສູ່ຫໍພະບາງ ຫຼັຈາກນັ້ນ ໄດ້ອັງເຊີນອົງພະບາງຂື້ນປະທັບໃນຫວໍ່ເທີງລາດສະລົດ ຫຼື ບຸດສະບົກ ແລ້ວໄດ້ມີຂະບວນແຫ່ ຈາກວັດໃໝ່ສຸວັນນະພູມມາຣາມ ສູ່ຫໍພະບາງໃນຫໍພິພິທະພັນແຫ່ງຊາດຫຼວງພະບາງ ໂດຍມີ ຂະບວນທຸງຊາດ, ທຸງສາສະໜາ, ຂະບວນເສບດົນຕີພື້ນເມືອງ, ຂະບວນພາມມະນາຈານ, ຂະບວນເປົ່າຫອຍສັງ-ເປົ່າແຄນ-ຕີຄ້ອງ, ຂະບວນພະເຖຣະ 9 ອົງ, ຂະບວນກອງຄຸມ-ທຽນອາດ-ຣາດສະລົດພະບາງ, ຂະບວນພະເຖຣານຸເຖຣະ, ການນຳ ນຳໂດຍ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ, ພ້ອມດ້ວຍ ຂະບວນມວນຊົນທົ່ວໄປ.

ແຕ່ລະຂະບວນແມ່ນ ມີເອກະລັກແບບດັ່ງເດີມ ຮັກສາໄດ້ມູນເຊື້ອ ທາງດ້ານວັດທະນະທຳອັນດີງາມຂອງຊາວນະຄອນ-ຫຼວງງພະບາງ ທີ່ເຄີຍປະຕິບັດກັນມາຫຼາຍເຊັ່ນຄົນ ອັນໄດ້ສ້າງຄວາມປະທັບໃຈ ໃຫ້ແກ່ຜູ້ທີ່ໄດ້ເຂົ້າຮ່ວມງານເປັນຢ່າງດີ, ທຸກຄົນ ຕ່າງກໍ່ມີຄວາມເບີກບານມ່ວນຊື່ນ ແລະມີໃບໜ້າທີ່ຍີ້ມແຍ້ມແຈ່ມໃສ. ເມື່ອເຖິງຫໍພຣະບາງ ໄດ້ອັງເຊີນອົງພຣະບາງຂື້ນແທ່ນປະທັບໃນຫໍ ແລະກ່າວຄຳຄາລະວະອົງພະບາງ ຈື່ງຈົບພິທີ.

ສຳລັບກິດຈະກຳການຫົດສົງອົງພະບາງພຸດທະຣາວັນ ແມ່ນກິດຈະກຳສຸດທ້າຍ ໃນການສະເຫຼີມສະຫຼອງບຸນປີໃໝ່ລາວ ທີ່ ນະຄອນ-ຫຼວງຫຼວງພະບາງ, ແຕ່ຈະມີການສືບຕໍ່ອັງເຊີນພະພຸດທະຮູບລົງຫົດສົງຢູ່ແຕ່ລະວັດ, ທັງຈະມີການສືບຕໍ່ການບາສີ ຢູ່ສຳນັກງານ-ອົງການ, ບ້ານ, ຄອບຄົວ ໄປອີກໄລຍະໜື່ງ ຕື່ມອີກ. ນອກຈາກນີ້ ຈະມີພິທີອັງເຊີນພຣະເຈົ້າມ່ານ ອົງພຣະທີ່ສັກສິດອີກ 1 ອົງ ລົງຫົດສົງຢູ່ວັດຊຽງທອງ ເລີ້ມແຕ່ວັນທີ 22-28 ເມສາ ຈື່ງຈະມີພິທີອະຣາດທະນາພຣະເຈົ້າມ່ານ ຂຶ້ນປະດິດສະຖານສູ່ຫໍດັ່ງເດີມ.
ຂ່າວ-ພາບ: ອາພຸດເດດ ບຸບຜາ