Home ຂ່າວພາຍໃນ ເຈົ້າແຂວງ ສະຫວັນນະເຂດ ເໜັ້ນໜັກໃຫ້ທະຫານແຂວງ ເອົາໃຈໃສ່ປະຕິບັດຢ່າງເດັດຂາດຕໍ່ຜູ້ລັກລອບນໍາເຂົ້າລົດເຖື່ອນ ແລະ ສິນຄ້າເຖື່ອນທຸກປະເພດຕາມບໍລິເວນຊາຍແດນ.

ເຈົ້າແຂວງ ສະຫວັນນະເຂດ ເໜັ້ນໜັກໃຫ້ທະຫານແຂວງ ເອົາໃຈໃສ່ປະຕິບັດຢ່າງເດັດຂາດຕໍ່ຜູ້ລັກລອບນໍາເຂົ້າລົດເຖື່ອນ ແລະ ສິນຄ້າເຖື່ອນທຸກປະເພດຕາມບໍລິເວນຊາຍແດນ.

0
18

ໃນວັນທີ 9 ເມສາ 2024 ນີ້ ສະຫາຍ ພົນຈັດຕະວາ ສີ ທະວີໄຊ ຄະນະປະຈໍາພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງພ້ອມຄະນະ ໄດ້ເຂົ້າອວຍພອນປີໃໝ່ລາວ ພ.ສ 2567 ແກ່ການນໍາຂອງແຂວງ ເຊິ່ງຕ້ອນຮັບໂດຍ ສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງ ສະຫວັນນະເຂດ ປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ.

ໃນການເຂົ້າອວຍພອນດັ່ງກ່າວ ສະຫາຍ ຍັງໄດ້ລາຍງານການຈັດຕັ້ງເຄື່ອນໄຫວວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ພາຍໃນແຂວງ ໂດຍສະເພາະການເຄື່ອນໄຫວເຮັດໜ້າທີ່ຂອງທະຫານຊາຍແດນ ກອງບັນຊາການທະຫານແຂວງໃນໄລຍະຜ່ານມາ ທີ່ຍັງເຫັນວ່າ ບັນດາປະກົດການ ລັກລອບນໍາເຂົ້າລົດເຖື່ອນປະເພດລົດໃຫຍ່ ຍັງປະກົດມີໃຫ້ເຫັນຢູ່ ນອກຈາກນັ້ນກໍ່ຍັງມີບັນຫາຢາເສບຕິດ ແລະ ສິ່ງຜິດກົດໝາຍອື່ນໆ ທີ່ທະຫານແຂວງສາມາດຍຶດໄດ້ໃນໄລຍະຜ່ານມາ ພ້ອມທັງມີພິທີມອບຂອງກາງໃຫ້ພາກສ່ວນກ່ຽວຂ້ອງເພື່ອດໍາເນີນຄະດີຕາມກົດໝາຍ.

ໂອກາດດັ່ງກ່າວນີ້ ສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງ ສະຫວັນນະເຂດ ປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ໄດ້ສະແດງຄວາມຂອບໃຈຕໍ່ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງທີ່ເຂົ້າມາອວຍພອນປີໃໝ່ລາວ ພ້ອມດຽວກັນກໍ່ໄດ້ໃຫ້ທິດຊີ້ນໍາ ໂດຍໄດ້ເໜັ້ນໜັກໃຫ້ທະຫານແຂວງເອົາໃຈໃສ່ ປະຕິບັດຢ່າງເດັດຂາດຕໍ່ຜູ້ລັກລອບນໍາເຂົ້າລົດເຖື່ອນ ແລະ ສິນຄ້າເຖື່ອນທຸກປະເພດຕາມບໍລິເວນຊາຍແດນໂດຍບໍ່ມີນະໂຍບາຍຜ່ອນຜັນຢ່າງເດັດຂາດຕໍ່ຜູ້ລະເມີດ,ຜູ້ກະທໍາຄວາມຜິດ.ພ້ອມດຽວກັນກໍ່ໃຫ້ສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ພາຍໃນແຂວງໃຫ້ມີຄວາມເປັນລະບຽບຮຽບຮ້ອຍ,ສືບຕໍ່ຫັນເອົານາຍ ແລະ ພົນທະຫານລົງກໍ່ສ້າງຮາກຖານການເມືອງຢູ່ບັນດາຈຸດສຸມກຸ່ມບ້ານເປົ້າໝາຍທີ່ມີຄວາມສັບສົນ ໂດຍການສ້າງໃຫ້ກອງຫຼອນບ້ານ ກາຍເປັນທະຫານບ້ານທີ່ມີຄວາມເຂັ້ມແຂງໃນການເຮັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບພາຍໃນບ້ານ. ເນື່ອງໃນໂອກາດປີໃໝ່ລາວ ເຈົ້າແຂວງຍັງໄດ້ອວຍພອນໄຊໃຫ້ຄະນະພັກ-ຄະນະບັນຊາ,ນາຍ ແລະ ພົນທະຫານທົ່ວກອງບັນຊາການທະຫານແຂວງຈົ່ງມີໂຊກມີໄຊ,ມີສຸຂະພາບຮ່າງກາຍແຂງແຮງພ້ອມກັນອົດທົນ,ສູ້ຊົນ ເພາະທະຫານຄືຮົ້ວຂອງຊາດທີ່ຢູ່ປ້ອມແນວໜ້າຂອງຊາດ,ເຮັດສໍາເລັດທຸກໜ້າທີ່ວຽກງານທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.ຈາກນັ້ນໃນຕ້ອນທ້າຍທາງຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງກໍ່ໄດ້ມີການຫົດສົ່ງເຈົ້າແຂວງດ້ວຍນໍາຫອມຕາມປະເພນີບຸນປີໃໝ່ລາວ ຫຼື ກຸດສົງການ ເພື່ອເປັນສິລິມຸງຄຸນອີກດ້ວຍ.

ກວດແກ້ໂດຍ ບ.ກ ທະຫານແຂວງ:ພານິດ ພິລາວົງ

ພາບ-ຂ່າວ:ວິລະພົງ ເທບໂພ

NO COMMENTS

LEAVE A REPLY

Please enter your comment!
Please enter your name here