Tuesday, May 14, 2024
Homeຂ່າວດ່ວນຈະປິດການສັນຈອນບາງເສັ້ນທາງໄລຍະບຸນປີໃໝ່ລາວໃນນະຄອນຫລວງພະບາງ

ຈະປິດການສັນຈອນບາງເສັ້ນທາງໄລຍະບຸນປີໃໝ່ລາວໃນນະຄອນຫລວງພະບາງ

ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ການຈັດບຸນປີໃໝ່ລາວ ຢູ່ນະຄອນຫລວງພະບາງ ສ່ວນໃຫຍ່ພື້ນທີ່ຈັດງານໂລະລາດ, ແຫ່ວໍ່ ແມ່ນນຳໃຊ້ເສັ້ນທາງເປັນພື້ນທີ່ຈັດງານ ຈຶ່ງມີຄວາມຈຳເປັນປິດເສັ້ນທາງບາງເສັ້ນທາງ ເປັນຕົ້ນ ໃນນັ້ນ ມື້ວັນທີ 13 ເມສາ 2024 ເປັນມື້ຈັດຕະຫລາດນັດມວນຊົນ (ໂລະລາດ) ແລະ ລົງດອນຊາຍມຸງຄຸນ ຈະໄດ້ມີການປິດການສັນຈອນ ແຕ່ສາມແຍກອານຸສາວະລີ ໄກສອນ ພົມວິຫານ ຫາສີ່ແຍກຮ່ອມຕາດໝໍ້ ໃນເຂດມໍລະດົກໂລກ ໂດຍບໍ່ໃຫ້ນຳເອົາລົດທຸກປະເພດເຂົ້າໄປໃນພື້ນທີ່ຈັດງານ ຕັ້ງແຕ່ເວລາ 5 ໂມງ ຫາ ເວລາ 13 ໂມງ, ມື້ວັນທີ 14 ແລະ 16 ເມສາ 2024 ເປັນມື້ແຫ່ຫວໍ່ຂຶ້ນ ແລະ ແຫ່ຫວໍ່ລ່ອງ ຈະໄດ້ມີການປິດການສັນຈອນ ແຕ່ໜ້າຫ້ອງວ່າການແຂວງ ຮອດສາມແຍກປາກຄານ ໂດຍບໍ່ໃຫ້ນຳເອົາລົດທຸກປະເພດເຂົ້າໄປໃນພື້ນທີ່ຈັດງານ, ຫາກທ່ານໃດຫາກມີຈຸດປະສົງທີ່ຈະເຂົ້າໄປຮ່ວມງານບຸນ ແມ່ນໃຫ້ຈອດລົດໄວ້ທີ່ເດີ່ນຊາວມັງກອນ, ອ້ອມຮອບສວນສາທາລະນະລ້ານຊ້າງ, ໂຮງຮຽນມັດທະຍົມສົມບູນພັນຫລວງ, ໂຮງຮຽນມັດທະຍົມສົມບູນສັນຕິພາບ, ສະຖານີຂົນສົ່ງລົດຕູ້ບ້ານນາຫລວງ, ສະຖານີຂົນສົ່ງລົດເມບ້ານນາຫລວງ, ອ້ອມຮອບສະໜາມກິລານາຫລວງ, ສະຖານທີ່ອື່ນໆຕາມຄວາມເໝາະ ແລະ ຕາມການການແນະນຳຂອງເຈົ້າໜ້າທີ, ສະເພາະຜູ້ທີ່ມີຈຸດປະສົງ ສັນຈອນຜ່ານເຮືອບັກຂ້າມນ້ຳຂອງ ລະຫ່ວາງ ນະຄອນ ຫລວງພະບາງ ຫາ ເມືອງຈອມເພັດ ໃນວັນທີ 13, 14, ແລະ 16 ເມສາ 2024 ແມ່ນໃຫ້ໄປນຳໃຊ້ເສັ້ນທາງທ່າບັກ ບ້ານຊຽງແກ້ວ ນະຄອນ ຫລວງພະບາງ ຫາ ບ້ານຈ່ານເໜືອ ເມືອງຈອມເພັດ.

ທ່ານ ພັນໂທ ໄວຍະສັກ ຄຳພິຈິດ ຮອງຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບ (ປກສ) ນະຄອນຫລວງພະບາງ ໄດ້ກ່າວໃນວັນທີ 12 ເມສາ 2024 ວ່າ: ກອງບັນຊາການ ປກສ ນະຄອນຫລວງພະບາງ ໄດ້ຮ່ວມກັບຜູ້ຕາງໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ແລະ ພະແນກຕຳຫລວດຈະລາຈອນ ກອງບັນຊາການ ປກສ ແຂວງ ຖະແຫລງກ່ຽວກັບແຜນການປ້ອງກັນການຈັດສັນຄວາມເປັນລະບຽບຮຽບຮ້ອຍໃນໄລຍະບຸນປີໃໝ່ລາວ ພສ 2567 ເພື່ອປ້ອງກັນ, ສະກັດກັ້ນ ແລະ ຫລຸດຜ່ອນການສັນຈອນແອອັດ, ຕິດຄັດໃນມື້ຈັດບຸນປີໃໝ່ລາວ ໃຫ້ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ປອດໄພໃນການສັນຈອນ, ເຮັດໃຫ້ການສະເຫລີມສະຫລອງປີໃໝ່ລາວ ມີຄວາມເບີກບານມ່ວນຊື່ນ ແລະ ຖືກຕ້ອງຕາມຮີດຄອງປະເພນີອັນດີງາມຂອງຊາດລາວ.

ພັນໂທ ໄວຍະສັກ ຄຳພິຈິດ ໃຫ້ຮູ້ຕື່ມວ່າ: ເພື່ອຮັບປະກັນການສັນຈອນ ໄລຍະບຸນປີໃໝ່ລາວຄັ້ງນີ້ ມີຄວາມເປັນລະບຽບຮຽບຮ້ອຍ ກອງບັນຊາການ ປກສ ນະຄອນ ຫລວງພະບາງ ໄດ້ໃຊ້ກໍາລັງເຈົ້າໜ້າທີ່ຈະລາຈອນ ເຮັດໜ້າທີລະບາຍລົດ ຈັດສັນຄວາມເປັນລະບຽບຮຽບຮ້ອຍ ຈໍານວນ 119 ຄົນ ໂດຍເຂົ້າປະຈໍາປ້ອມ, ປະຈໍາຈຸດ 3 ແຍກ, 4 ແຍກ ແລະ ສະຖານທີ່ຈັດກິດຈະກໍາ ຢູ່ແຕ່ລະເສັ້ນທາງ ເທສະບານ ນະຄອນ ຫລວງພະບາງ ພ້ອມທັງຮຽກຮ້ອງໃຫ້ນັກຂັບຂີ່ ພ້ອມກັນເຄົາລົບ ແລະ ປະຕິບັດກົດຈະລາຈອນທາງບົກ ຢ່າງເຂັ້ມງວດ ເຊັ່ນ: ທຸກຄັ້ງກ່ອນອອກຈາກເຮືອນ ຕ້ອງຖືເອກະສານລົດໃຫ້ຄົບຖ້ວນ, ກວດກາສະພາບເຕັກນິກລົດໃຫ້ດີ, ຜູ້ຂັບຂີ່ລົດຈັກທຸກຄັ້ງຕ້ອງໃສ່ໝວກກັນກະທົບ ທັງຜູ້ຂັບ ແລະ ຜູ້ຊ້ອນທ້າຍ, ລົດໃຫຍ່ໃຫ້ຄັດສາຍແອວນີລະໄພ, ເມົາບໍ່ຂັບ, ບໍ່ລົມໂທລະສັບເວລາຂັບຂີ່ລົດ ແລະ ປະຕິບັດຕາມການສັນຍານລະບາຍລົດ ຂອງເຈົ້າໜ້າທີ່ຢ່າງເຂັ້ມງວດ ເພື່ອສະກັດກັ້ນອຸບັດຕິເຫດທີ່ຈະເກີດຂຶ້ນໃນໄລຍະຫລິ້ນບຸນປີໃໝ່ລາວນີ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments