Thursday, May 16, 2024
Homeຂ່າວພາຍໃນສານປະຊາຊົນສູງສຸດປະກາດພະນັກງານການນຳອອກພັກການ-ຮັບອຸດໜູນບຳນານ

ສານປະຊາຊົນສູງສຸດປະກາດພະນັກງານການນຳອອກພັກການ-ຮັບອຸດໜູນບຳນານ

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດພິທີປະກາດພະນັກງານການນຳອອກພັກການ-ຮັບອຸດໜູນບຳນານ ຂຶ້ນໃນວັນທີ 8 ເມສາ ນີ້ ທີ່ ສປສສ, ພາຍໃຕ້ການເປັນປະທານຂອງທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ແລະ ມີ ທ່ານ ພົນຈັດຕະວາ ພູມີ ດາລາເພັດ ຮອງຫົວໜ້າກົມໃຫ່ຍການເມືອງກອງທັບ, ມີຮອງປະທານ, ຫົວໜ້າຄະນະສານ, ຜູ້ພິພິພາກສາ ແລະ ພະນັກງານຂອງສານປະຊາຊົນສູງສຸດ, ສານທະຫານ ເຂົ້າຮ່ວມ. ທ່ານ ຂຸນສຸວັນ ສຸທຳມະວົງ ຫົວໜ້າກົມຈັດຕັ້ງ-ພະນັກງານ ສານປະຊາຊົນສູງສຸດ ໄດ້ຜ່ານລັດຖະດຳລັດຂອງ ປະທານປະເທດ ວ່າດ້ວຍ ການອະນຸມັດໃຫ້ນາຍທະຫານຂັ້ນສູງ, ຂັ້ນສູນກາງຄຸ້ມຄອງ ອອກພັກການ-ຮັບອຸດໜູນບໍານານ. ໃນນີ້, ປະທານປະເທດ ອອກລັດຖະດຳລັດ ອະນຸມັດໃຫ້ ສະຫາຍ ພົຈວ ບຸນຍົງ ດາດົງໄຊ ຮອງປະທານສານປະຊາຊົນສູງສຸດ ປະທານສານທະຫານຂັ້ນສູງ ອອກພັກການ-ຮັບອຸດໜູນບໍານານ ໃຫ້ກຽດມອບລັດຖະດຳລັດຂອງ ປະທານປະເທດ ໂດຍທ່ານ ນາງ ວຽງທອງ ສີພັນດອນ .

ໃນໂອກາດດັ່ງກ່າວທ່ານ ນາງ ວຽງທອງ ສີພັນດອນ ໄດ້ມີຄຳເຫັນຕໍ່ພິທີວ່າ: ເພື່ອສືບຕໍ່ພາລະກິດຂອງສານປະຊາຊົນ ໃນນາມອົງການຕຸລາການ ເວົ້າລວມ, ເວົ້າສະເພາະ ການປະຕິບັດພາລະບົດບາດ ໜ້າທີ່ ຂອງສານທະຫານຂັ້ນສູງ ທີ່ຮັບຜິດຊອບຄຸ້ມຄອງ ແລະ ຊີ້ນໍາທາງດ້ານວິຊາສະເພາະ, ວິຊາການຕໍ່ສານທະຫານພາກທັງ 3 ພາກ ແລະ 1 ສານທະຫານຂັ້ນສູງ (ສານທະຫານແຂວງໃນຕໍ່ໜ້າ) ໃຫ້ສາມາດເຄື່ອນໄຫວໃນທິດທາງທີ່ຕັ້ງໜ້າ, ຈຶ່ງໄດ້ແຕ່ງຕັ້ງທ່ານ ພັນເອກ ສິງທອງ ຄໍາປະເສີດ ຮອງປະທານສານທະຫານຂັ້ນສູງ ເປັນປະທານສານທະຫານຂັ້ນສູງ ແລະ ເປັນຮອງປະທານສານປະຊາຊົນສູງສຸດ ແລະ ໄດ້ເນັ້ນເພີ່ມເຕີມ ເພື່ອໃຫ້ສະຫາຍປະທານສານທະຫານຂັ້ນສູງ ພ້ອມຄະນະ ແລະ ພະນັກງານ-ກໍາລັງພົນຂອງສານທະຫານທັງໝົດ ໄດ້ນຳໄປຈັດຕັ້ງຜັນຂະ ຫຍາຍ ເຂົ້າໃນການເຄື່ອນໄຫວວຽກງານຂອງຕົນ ໂດຍສະເພາະ ໃຫ້ສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດຄັ້ງທີ V ໃຫ້ເລິກເຊິ່ງ ແລະ ເປັນປົກກະຕິຕໍ່ເນື່ອງ ເພາະມະຕິດັ່ງກ່າວໄດ້ສ່ອງແສງເຖິງສະພາບການເມືອງ-ແນວຄິດຂອງສະມາຊິກພັກ, ພະນັກງານ ແລະ ທະຫານ, ຕໍາຫຼວດ ໄລຍະຜ່ານມາ ແລະ ຄວາມຮຽກຮ້ອງຕ້ອງການທີ່ຈໍາເປັນໃນການນໍາພາ-ຊີ້ນໍາຕໍ່ກັບວຽກງານດັ່ງກ່າວໃນໄລຍະໃໝ່ຂອງພັກເຮົາ, ສະນັ້ນ ວຽກງານດັ່ງກ່າວຈິ່ງມີຄວາມສໍາຄັນ ແລະ ຈໍາເປັນຫຼາຍ ເພື່ອເຮັດໃຫ້ພະນັກງານ-ຜູ້ພິພາກສາ ກໍຄື ນາຍ ແລະ ພົນທະຫານທີ່ຢູ່ໃນຄວາມຮັບຜິດຊອບບັງຄັບ-ບັນຊາຂອງຕົນ ມີແນວຄິດເປັນເອກະພາບກັບແນວທາງຂອງພັກ, ອຸ່ນອ່ຽນທຸ່ນທ່ຽງ, ປະຕິ ບັດໜ້າທີ່ຮັບໃຊ້ປະຊາຊົນ, ປົກປ້ອງກົດໝາຍ, ນໍາເອົາຄວາມຍຸຕິທຳມາສູ່ສັງຄົມ, ເດັດດ່ຽວຕ້ານ ແລະ ສະກັດກັ້ນປະ ກົດການຫຍໍ້ທໍ້ໃນຖັນແຖວສະມາຊິກພັກ-ພະນັກງານ ແລະ ກໍາລັງພົນຂອງຕົນ ຊຶ່ງໃນນັ້ນ ຕ້ອງເຂັ້ມງວດປະຕິບັດກົດຈັນຍາບັນ-ຈັນຍາທໍາ ດ້ານວິຊາຊີບຕຸລາການ; ການສຶກສາອົບຮົມ ບໍ່ສະເພາະແຕ່ປະຕິບັດຜ່ານການເຊື່ອມຊຶມບັນດານິຕິກໍາຂອງພັກ-ລັດ ແຕ່ໃຫ້ຖືເອົາເນື້ອໃນສຶກສາອົບຮົມ ເປັນຕົ້ນຕໍ, ທາງດ້ານການຈັດຕັ້ງ ແລະ ມີຄວາມໜັກແໜ້ນທາງດ້ານບຸກຄະລາກອນ ໃຫ້ສົມກັບວ່າ ເປັນສານຂອງປະຊາຊົນ ປະຈໍາຢູ່ກອງທັບປະຊາຊົນລາວ ແລະ ນໍາເອົາຄວາມຍຸຕິທຳມາໃຫ້ປະຊາຊົນຢ່າງແທ້ຈິງ, ໃຫ້ສືບຕໍ່ນໍາພາ ແລະ ເອົາໃຈໃສ່ຕິດຕາມ, ຊຸກຍູ້ ແລະ ກວດກາ ການດໍາເນີນການຕັດສິນ ແລະ ພິພາກສາຄະດີຂອງສານທະຫານທຸກຂັ້ນ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງສານທະຫານຂັ້ນສູງ ເພື່ອຮັບປະກັນການປະຕິບັດກົດໝາຍໃຫ້ມີຄວາມຖືກຕ້ອງ, ເປັນທຳ, ວ່ອງໄວ, ໂປ່ງໃສ, ສ້າງຄວາມເຊື່ອຖື, ຄວາມເຊື່ອໝັ້ນຂອງປະ ຊາຊົນ ທີ່ມີຕໍ່ລະບົບການບໍລິຫານຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍໃຫ້ສູງຂຶ້ນເທື່ອລະກ້າວ; ສະນັ້ນ, ໃຫ້ພວກສະຫາຍສ້າງແຜນການຊຸກຍູ້-ຕິດຕາມກວດກາ ທີ່ມີຈຸດສຸມ, ມີວິທະຍາສາດກວ່າເກົ່າ, ສໍາຄັນແມ່ນໃຫ້ສາມາດຕີລາຄາໄດ້ທັງ 2 ດ້ານໄປພ້ອມກັນ ຄື: ດ້ານຕັ້ງໜ້າ ແລະ ດ້ານຄົງຄ້າງ ເພື່ອຊອກຫາວິທີການແກ້ໄຂໃຫ້ຖືກຕ້ອງ ແລະ ທັນເວລາ ຮັບປະກັນໃຫ້ການຕັດສິນ ແລະ ພິພາກສາຄະດີຂອງສານທະຫານທຸກຂັ້ນບັນລຸຕາມລະດັບ ຄາດໝາຍຕົວຊີ້ວັດທີ່ມະຕິກອງປະຊຸມສະພາແຫ່ງຊາດ ສະໄໝສາມັນເທື່ອທີ 6 ຮັບຮອງໄວ້ ຄື: ການແກ້ໄຂຄະດີອາຍາຢູ່ສານປະຊາຊົນ ແລະ ສານທະຫານທຸກຂັ້ນໃຫ້ບັນລຸ 90% ຂຶ້ນໄປ.

(ຂ່າວ: ສປສສ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments