Wednesday, May 15, 2024
Homeຂ່າວພາຍໃນກອງພັນໃຫຍ່ 643 ຈັດຕັ້ງພິທີເຄົາລົບທຸງຊາດ ປະຈໍາໄຕມາດ I ປີ 2024

ກອງພັນໃຫຍ່ 643 ຈັດຕັ້ງພິທີເຄົາລົບທຸງຊາດ ປະຈໍາໄຕມາດ I ປີ 2024

ວັນທີ 8 ເມສາ 2024 ນີ້, ກອງພັນໃຫຍ່ 643 ໄດ້ຈັດຕັ້ງພິທີເຄົາລົບທຸງຊາດ ປະຈຳໄຕມາດ I ປີ 2024 ຂຶ້ນໂດຍການເປັນປະທານຂອງ ສະຫາຍ ພັນເອກ ບົວລອຍ ດວງລາວົງ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພັນໃຫຍ່ 643, ມີຄະນະພັກ-ຄະນະບັນຊາ, ກອງພັນໃຫຍ່, ກອງພັນນ້ອຍ, ກອງຮ້ອຍເອກະລາດຕະຫລອດຮອດພະນັກງານ-ນັກຮົບທົ່ວກົມກອງເຂົ້າຮ່ວມ.

ໃນພິທີ, ສະຫາຍ ພັນເອກ ບົວລອຍ ດວງລາວົງ ຫົວໜ້າການທະຫານກອງພັນໃຫຍ່ ກໍ່ໄດ້ໃຫ້ກຽດຜ່ານບົດລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດເຄື່ອນໄຫວວຽກງານພາຍໃນ ໄຕມາດ I ທີ່ຜ່ານມາ ສະຫາຍ ໄດ້ຍົກໃຫ້ເຫັນດ້ານດີ ແລະ ດ້ານຄົງຄ້າງໃນການປະຕິບັດໜ້າທີ່ຕ່າງໆ ຂອງກົມກອງໃນໄລຍະຜ່ານມາ ພ້ອມທັງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ ນໍາພາແນວຄິດໃຫ້ພະນັກງານ-ນັກຮົບ ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍ, ມະຕິຄໍາສັ່ງຂອງຂັ້ນເທິງໃຫ້ທົ່ວເຖິງ, ເລິກເຊິ່ງ ແລະ ທັນກັບສະພາບການ, ສຶບຕໍ່ແຜນການອົບຮົມຫັດແອບການທະຫານ, ການເມືອງ, ພະລາທິການ-ເຕັກນິກໃຫ້ເປັນລະບົບ, ຮັບປະກັນໄດ້ຄຸນນະພາບ, ສຶບຕໍ່ກວດກາການເຂົ້າ-ອອກຄ້າຍ, ລະບຽບການນຸ່ງຖື, ຕາມຄໍາສັ່ງ ແລະ ແຈ້ງການຂອງຫົວໜ້າກົມໃຫຍ່ເສນາທິການກອງທັບ ທັງນີ້ກໍ່ເພື່ອປະຕິບັດຕາມລະບຽບການເຄົາລົບທຸງ ປະຈໍາເດືອນ ປະຈຳແຕ່ລະໄຕມາດ ທີ່ຂັ້ນເທິງກໍານົດໄວ້ ໃຫ້ມີຄວາມເຂັ້ມແຂງ, ປະຕິບັດດ້ານລະບຽບວິໄນຕາມ 7 ລະບອບ 18 ວຽກ ຂອງກອງທັບວາງອອກ

ໃນພິທີຍັງໄດ້ຜ່ານຄຳສັ່ງຂອງກົມໃຫຍ່ເສນາທິການກອງທັບ ສະບັບເລກທີ 1045/ກສນ ວ່າດ້ວຍການເພີ່ມທະວີຍົກສູງສະຕິລະວັງຕົວກຽມພ້ອມສູ້ຮົບໃນໄລຍະການຈັດຕັ້ງສະເຫລີມສະຫລອງບຸນກຸດສົງການປີໃໝ່ລາວ ພສ 2567 ໃຫ້ມີຄວາມສະຫງົບແລະປອດໄພ. ຈາກນັ້ນກໍ່ໄດ້ຮັບຊົມການເດີນສວນສະໜາມກ້ອນກໍາລັງຂອງພະນັກງານ-ນັກຮົບທົ່ວກອງພັນໃຫຍ່ຢ່າງເປັນຂະບວນຟົດຟື້ນ.

ພາບ+ຂ່າວ: ຄຳໝັ້ນ ຄົງວິໄລ 02099231239.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments