Saturday, July 27, 2024
Homeຂ່າວພາຍໃນນວ ຈະໃຊ້ຕໍາຫລວດ 700 ກວ່າຄົນ ອໍານວຍຄວາມສະດວກ ໄລຍະບຸນປີໃໝ່ລາວ

ນວ ຈະໃຊ້ຕໍາຫລວດ 700 ກວ່າຄົນ ອໍານວຍຄວາມສະດວກ ໄລຍະບຸນປີໃໝ່ລາວ

ໃນໄລຍະບຸນປີໃໝ່ລາວ ຫລື ບຸນສົງການປີນີ້, ພະແນກຕໍາຫລວດຈະລາຈອນ ນະຄອນ ຫລວງວຽງຈັນ(ນວ) ກຽມຈັດກອງກໍາລັງຮັບຜິດຊອບແບບປະຈໍາທີ່ ແລະ ເຄື່ອນທີ່ປະມານ 700 ກວ່າຄົນ ປະຈໍາການຢູ່ 100 ກວ່າຈຸດ, ພ້ອມຈະມີການກວດຈັບຄວາມໄວ ແລະ ທາດເຫລົ້າຕາມສາຍທາງ. ທັງນີ້, ກໍເພື່ອອຳນວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນ.

ທ່ານ ພັນໂທ ສັງຄົມ ພົມມະລາດ ຫົວໜ້າຕໍາຫລວດຈະລາຈອນ ນວ ໃຫ້ສໍາພາດເມື່ອບໍ່ດົນນີ້ ວ່າ: ເພື່ອຮັບປະກັນເຮັດໃຫ້ການສັນຈອນໄປ-ມາຕາມເສັ້ນທາງ ມີຄວາມເປັນລະບຽບຮຽບຮ້ອຍ, ສະ ດວກ ແລະ ປອດໄພດີ ໂດຍສະເພາະ ໃນໂອກາດປີໃໝ່ລາວ ພສ 2567 ນີ້, ພະແນກຕໍາຫລດຈະລາ ຈອນ ຫ້ອງຕໍາຫລວດ ປກສ ນະຄອນຫລວງວຽງຈັນ ສົມທົບກອງຕໍາຫລວດຈະລາຈອນ 9 ຕົວເມືອງ ໄດ້ວາງແຜນຈັດກໍາລັງຕໍາຫລດ ຈໍານວນ 724 ຄົນ ປະຈໍາຢູ່ຕາມຈຸດປ້ອມຍາມ, ຕາມສາຍທາງ ແລະ ຢູ່ຕາມສະຖານທີ່ຈັດກິດຈະກໍາຕ່າງໆ ທົ່ວນະຄອນຫລວງວຽງຈັນ 129 ຈຸດ. ໃນນີ້, ຈະເນັ້ນ 5 ໜ້າວຽກຕົ້ນຕໍຄື ວຽກງານໂຄສະນາ ໂດຍນໍາໃຊ້ລົດກະບະ, ລົດຈັກຕິດເຄື່ອງສຽງ ເພື່ອກ່າວໂຄສະນາເຜີຍແຜ່ຄໍາສັ່ງ, ຄໍາແນະນໍາ, ກົດລະບຽບ ແລະ ຫລັກການຂັບຂີ່ປອດໄພຕ່າງໆ ໃຫ້ມວນຊົນໄດ້ຮັບຮູ້ຢ່າງກວ້າງ ຂວາງ ທີ່ສໍາຄັນຜູ້ຂີ່ຄວນໃຫ້ກຽດຄົນຍ່າງ; ເນັ້ນໃສ່ວຽກງານຄວບຄຸມລະບາຍການສັນຈອນ ອໍານວຍຄວາມສະດວກຕໍ່ຜູ້ໃຊ້ລົດໃຊ້ຖະໜົນ; ເນັ້ນໃສ່ວຽກງານເລາະຈັດລະບຽບສາຍທາງ ເພື່ອບໍ່ໃຫ້ມີລົດຈອດຜິດຈຸດ ຈອດກີດຂວາງການສັນຈອນ; ວຽກຕັ້ງຈຸດກວດກາການສັນຈອນ ແລະ ການເຮັດວຽກງານບັງຄັບໃຊ້ກົດໝາຍ ໂດຍສະ ເພາະຈັບຄວາມໄວ ແລະ ກວດກາທາດເຫລົ້າ; ວຽກງານປະຈໍາການ 24 ຊົ່ວໂມງ ຖ້າມີກໍລະນີເກີດອຸບັດເຫດຢູ່ບ່ອນໃດ ກໍຈະໄດ້ໄປແກ້ໄຂແບບວ່ອງໄວ.

ທ່ານ ພັນໂທ ສັງຄົມ ພົມມະລາດ ຍັງໃຫ້ຮູ້ອີກວ່າ: ໃນປີຜ່ານມາ, ໄລຍະ 3 ມື້ຂອງການສະ ຫລອງປີໃໝ່ລາວ ຢູ່ນະຄອນຫລວງວຽງຈັນ ມີອຸບັດເຫດເກີດຂຶ້ນລາຍໃຫຍ່ 20 ກໍລະນີ, ເສຍຊີວິດ 3 ລາຍ. ນອກນີ້ ຍັງມີກໍລະນີເກີດອຸບັດເຫດທີ່ໄກ່ເກ່ຍກັນເອງ ຫລື ຂະໜາດນ້ອຍອີກຫລາຍລາຍ. ດັ່ງນັ້ນ, ໃນປີນີ້ ເພື່ອປ້ອງກັນ ແລະ ເຮັດໃຫ້ອຸບັດເຫດຫລຸດລົງ ຈຶ່ງຂໍຮຽກຮ້ອງມາຍັງບັນດານັກຂັບຂີ່ ກໍຄື ຜູ້ໃຊ້ລົດໃຊ້ຖະໜົນ ໃຫ້ພ້ອມກັນປະຕິບັດຄໍາສັ່ງ, ຄໍາແນະນໍາ ແລະ ຫລັກການຂັບຂີ່ປອດໄພ, ເຮັດແນວໃດພວກທ່ານຈຶ່ງຈະຫລິ້ນບຸນປີໃໝ່ ດ້ວຍຄວາມເບີກບານມ່ວນຊື່ນ ເຊິ່ງກໍເປັນໜ້າທີ່ຂອງໝົດທຸກຄົນໃນສັງຄົມ.

ພ້ອມກັນນີ້, ທ່ານ ພັນໂທ ສັງຄົມ ພົມມະລາດ ຍັງໄດ້ຮຽກຮ້ອງໃຫ້ທຸກຄົນຄວນເອົາໃຈໃສ່ ເມື່ອດື່ມສິ່ງມຶນເມົາແລ້ວ ຫ້າມຂັບຂີ່ຢ່າງເດັດຂາດ; ຫ້າມໃຊ້ຄວາມໄວເກີນກໍານົດ ແລະ ຕ້ອງຮັກສາໄລຍະຫ່າງໃຫ້ເໝາະສົມກັບຄວາມໄວທີ່ກໍາລັງໃຊ້ຢູ່; ກ່ອນຈະປ່ຽນທິດທາງການສັນຈອນທຸກຄັ້ງ ຕ້ອງເປີດໄຟ ລ້ຽວກ່ອນ ແລະ ຮັບປະກັນຄວາມປອດໄພ; ກ່ອນຈະຊີງລົດຄັນອື່ນໄປຂ້າງໜ້າ ຕ້ອງຮັບປະກັນຄວາມປອດໄພ ແລະ ຜູ້ຂັບຂີ່ລົດທຸກຄົນໃຫ້ພະຍາຍາມແນບເຂົ້າແຄມທາງກໍ້າຂວາມືຂອງຕົນໃຫ້ຫລາຍ ເທົ່າທີ່ຈະຫລາຍໄດ້.

ຂໍ້ມູນ: ຄໍາກອງ

ຂ່າວ: ສົມຫວັງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments