Saturday, July 27, 2024
Homeຂ່າວພາຍໃນກຕສ ອວຍພອນເນື່ອງໃນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 63 ປີ

ກຕສ ອວຍພອນເນື່ອງໃນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 63 ປີ

ໃນວັນທີ 1 ເມສາ 2024 ຜ່ານມາ, ສະຫາຍ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງ ກະຊວງເຕັກໂນໂລຊີ ແລະ ການສື່ສານ(ກຕສ), ພ້ອມດ້ວຍຮອງລັດຖະມົນຕີ, ຄະນະປະຈໍາພັກ, 3 ອົງການຈັດຕັ້ງມະຫາຊົນ ແລະ ຫ້ອງການກອງເລຂາ ຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ ໄດ້ເຂົ້າອວຍພອນ ສະຫາຍ ພົນເອກ ວິໄລ ຫລ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ປະທານຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 63 ປີ (05 ເມສາ 1961 -05 ເມສາ 2024).

ໂອກາດດັ່ງກ່າວ, ສະຫາຍ ບໍ່ວຽງຄຳ ວົງດາລາ ໄດ້ຕາງໜ້າໃຫ້ແກ່ບັນດາສະມາຊິກພັກ-ພະນັກ ງານທົ່ວກະຊວງ ກຕສ ສະແດງຄວາມຮູ້ບຸນຄຸນ ແລະ ອວຍພອນແດ່ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ປະທານຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ ພ້ອມດ້ວຍຄະນະພັກ-ຄະນະບັນຊາການ ກະຊວງປ້ອງກັນຄວາມສະຫງົບ, ພ້ອມທັງຢື້ຢາມຖາມຂ່າວ ແລະ ສົ່ງນໍ້າໃຈຮັກແພງເຖິງບັນດາບັນດາພະນັກງານ-ນັກຮົບ, ນາຍ ແລະ ພົນຕໍາຫລວດ ໃນທົ່ວປະເທດ ທີ່ໄດ້ເສຍສະຫລະປົກປັກຮັກສາຄວາມສະຫງົບທົ່ວສັງຄົມ ຈົ່ງມີສຸຂະພາບແຂງແຮງເຂັ້ມແຂງ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃຫ້ມີຄວາມສະຫງົບ ແລະ ມີຄວາມໝັ້ນຄົງຂອງຊາດ ເຮັດລ້ອນໜ້າທີ່ທີ່ພັກ-ລັດ ມອບໝາຍໃຫ້, ຊຶ່ງເປັນການສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ, ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງທາງດ້ານເສດຖະ ກິດໃນທຸກໆຂົງເຂດວຽກງານ. ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມທີ່ຈະໃຫ້ການສະໜັບສະໜູນວິຊາສະເພາະທາງດ້ານເຕັກໂນໂລຊີ ແລະ ການສື່ສານ ເພື່ອຊ່ວຍເຫລືອ, ຊຸກຍູ້ສົ່ງເສີມວຽກງານປ້ອງກັນຄວາມສະຫງົບ ໃຫ້ນັບມື້ນັບເຂັ້ມແຂງ ແລະ ທັນສະໄໝຂຶ້ນເລື້ອຍໆ.

ພ້ອມນັ້ນ, ສະຫາຍ ພົນເອກ ວິໄລ ຫລ້າຄໍາຟອງ ກໍໄດ້ສະແດງຄວາມຂອບໃຈ ພ້ອມທັງໃຫ້ທິດຊີ້ນໍາ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃຫ້ມີຄວາມຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດ ປົກປັກຮັກສາ ແລະ ສ້າງສາປະເທດຊາດ ໂດຍສະເພາະ ການຄຸ້ມຄອງການບໍລິການ ແລະ ການນໍາໃຊ້ ໂທລະຄົມມະນາຄົມ ແລະ ອິນເຕີເນັດ, ການປ້ອງກັນການໂຈມຕີທາງໄຊເບີ, ປ້ອງກັນ ແລະ ແກ້ໄຂບັນຫາອາຊະຍາກໍາທາງອິນເຕີເນັດ, ສົ່ງເສີມການນໍາໃຊ້ອິນເຕີເນັດ ແລະ ສື່ສັງຄົມອອນລາຍ ໃນທາງທີ່ຖືກຕ້ອງ ແລະ ເກີດປະໂຫຍດ, ປະກອບສ່ວນ ໃນການສ້າງລະບົບບັດປະຈໍາຕົວເອເລັກໂຕຣນິກ ທີ່ກະ ຊວງ ປກສ ຈະໄດ້ຈັດຕັ້ງປະຕິບັດໃນໄວໆນີ້.

ຂໍ້ມູນ: ກຕສ

ຂ່າວ: ສົມຫວັງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments