Saturday, July 27, 2024
Homeຂ່າວພາຍໃນລັດຖະມົນຕີກະຊວງ ຖວທ ຕ້ອນຮັບທູດ ອົດສະຕຣາລີ ຄົນໃໝ່

ລັດຖະມົນຕີກະຊວງ ຖວທ ຕ້ອນຮັບທູດ ອົດສະຕຣາລີ ຄົນໃໝ່

ໃນວັນທີ 2 ເມສາ 2024 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະ ຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເມແກນ ຈອນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ອົດສະຕຣາລີ ປະຈຳລາວ ເນື່ອງໃນໃນໂອກາດມາດຳລົງຕຳແໜ່ງເປັນທູດຄົນໃໝ່ ປະຈຳ ສປປ ລາວ.

ໂອກາດນີ້, ທ່ານນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມ ເຊີຍ ຕໍ່ທ່ານ ນາງ ເມແກນ ຈອນ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ຄົນໃໝ່ ປະຈຳ ສປປ ລາວ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າດ້ວຍປະສົບການທາງດ້ານການທູດ ແລະ ບົດຮຽນ, ຄວາມຮູ້ຄວາມສາມາດ ທີ່ອຸດົມສົມບູນຂອງທ່ານທູດ ຈະເປັນຂົວຕໍ່ເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ລາວ-ອົດສະຕຣາລີ ໂດຍສະເພາະວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສືບຕໍ່ໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກ ແລະ ມີປະສິດ ທິພາບ, ປະສິດທິຜົນສູງສຸດໃນອະນາຄົດ.

ທ່ານ ນາງ ເມແກນ ຈອນ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານນາງ ສວນສະຫວັນ ວິຍະເກດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ໃນຄັ້ງນີ້, ພ້ອມທັງຢືນຢັນວ່າ ຈະສຸມທຸກເຫື່ອແຮງ, ສະຕິປັນຍາ ເຂົ້າການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ກໍຄື ຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ອົດສະຕຣາລີ-ລາວ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍຂຶ້ນໄປເລື້ອຍໆ.

ຂ່າວ-ພາບ: ວຽງສະຫວັນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments