Home ຂ່າວຕ່າງປະເທດ ຂໍ້ຕົກລົງຍົກເວັ້ນວີຊາ ລະຫວ່າງ ສປ ຈີນ-ໄທ ມີຜົນບັງຄັບໃຊ້ຢ່າງເປັນທາງການ

ຂໍ້ຕົກລົງຍົກເວັ້ນວີຊາ ລະຫວ່າງ ສປ ຈີນ-ໄທ ມີຜົນບັງຄັບໃຊ້ຢ່າງເປັນທາງການ

0

ວິທະຍຸສາກົນແຫ່ງ ສປ ຈີນ, ວັນທີ 1 ມີນານີ້, ຂໍ້ຕົກລົງຍົກເວັ້ນວີຊາ ລະຫວ່າງ ສປ ຈີນ-ໄທ ມີຜົນບັງຄັບໃຊ້ຢ່າງເປັນທາງການແລ້ວ. ອີງຕາມຂໍ້ຕົກລົງດັ່ງກ່າວ, ປະຊາຊົນຈີນ ທີ່ຖືໜັງສືຜ່ານແດນທາງການ ແລະ ໜັງສືຜ່ານແດນທຳມະດາ ລວມທັງ ປະຊາຊົນໄທ ທີ່ຖືໜັງສື ຜ່ານແດນ ທຳມະດາ ສາມາດ ເຂົ້າໄປປະເທດ ຂອງກັນ ແລະ ກັນໄດ້, ເປັນເວລາ ບໍ່ເກີດ 30 ວັນ ໃນຄັ້ງດຽວ ໂດຍບໍ່ຕ້ອງມີວີຊາ ແລະ ບໍ່ໃຫ້ເກີນ 90 ວັນ ໃນຈຳນວນ 180 ວັນ. ຫລັງຈາກ ຂໍ້ຕົກລົງ ດັ່ງກ່າວ ມີຜົນບັງຄັບໃຊ້ ຢ່າງເປັນທາງການແລ້ວ, ຄາດວ່າ ຈຳນວນ ນັກທ່ອງທ່ຽວໄທ ທີ່ໄປທ່ຽວຈີນ ຈະເພີ່ມຂຶ້ນ 20%.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version