Monday, April 29, 2024
Homeບຸນປະເພນີສະຫລອງວັນມາຄະບູຊາ ແລະ ຖວາຍຜ້າປ່າສາມັກຄີ

ສະຫລອງວັນມາຄະບູຊາ ແລະ ຖວາຍຜ້າປ່າສາມັກຄີ

ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ກໍຄື ກຳມາທິການເຜີຍແຜ່ສິລະທຳ ແລະ ປະຕິບັດກຳມະຖານ ສູນກາງ, ແຂວງ, ນະຄອນຫລວງ ແລະ ອພສ 9 ຕົວເມືອງ ໃນນະຄອນຫລວງວຽງຈັນ ຈັດບຸນສະຫລອງວັນມາຄະບູຊາ ແລະ ຖວາຍຜ້າປ່າສາມັກຄີ 1.250 ຕົ້ນ ຢູ່ຫໍທຳມະສະພາ ວັດພະທາດຫລວງເໜືອ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 22-25 ກຸມພາ 2024 ໂດຍມີ ພະອາຈານໃຫຍ່, ພະເຖລານຸເຖລະ, ພະສົ່ງສາມະເນນ, ພຸດທະສາສະນິກະຊົນ ລາວບັນດາເຜົ່າ ເຂົ້າຮ່ວມ.

ໃນການຈັດບຸນສະຫລອງວັນມາຄະບູຊາ ແລະ ຖວາຍຜ້າປ່າສາມັກຄີ ໃນຄັ້ງນີ້, ເພື່ອເຜີຍແຜ່ຄວາມໝາຍ, ຄວາມສຳຄັນ ຂອງວັນມາຄະບູຊາ ແລະ ເຜີຍແຜ່ວັນສຳຄັນທາງພຸດທະສາສະໜາ, ເຜີຍແຜ່ຫລັກທຳຄຳສອນ ຂອງອົງສົມເດັດສຳມາສຳພຸດທະເຈົ້າ ໃຫ້ພຸດທະສາສະນິກະຊົນລາວບັນດາເຜົ່າ ໄດ້ຮັບຮູ້ຢ່າງທົ່ວເຖິງ ແລະ ເພື່ອເປັນການລະດົມທຶນ ອຸປະຖຳ ກຳມາທິການເຜີຍແຜ່ສິລະທຳ ແລະ ປະຕິບັດກຳມະຖານ ສູນກາງອົງການພຸດທະສາສະໜາ ສຳພັນ ແຫ່ງ ສປປ ລາວ.

ໂອກາດດັ່ງກ່າວ, ພະອາຈານ ສີທົນ ໄຊຍະວົງສອນ ຫົວໜ້າກຳມາທິການເຜີຍແຜ່ ສິນລະທໍາ ແລະ ປະຕິ ບັດກຳມະຖານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ໄດ້ຍົກໃຫ້ເຫັນຄວາມໝາຍ, ຄວາມສຳຄັນ ຂອງວັນມາຄະບູຊາ ເຊິ່ງຄໍາວ່າ ມາຄະ ເປັນຊື່ຂອງເດືອນສາມ, ຫຍໍ້ມາຈາກຄໍາວ່າ “ມາຄະປຸຣນະມີ” ດັ່ງນັ້ນ ວັນມາຄະບູຊາ ຈຶ່ງໝາຍຄວາມວ່າ ການບູຊາພະໃນວັນເພັງ ເດືອນມາຄະ ຫລື ເດືອນສາມ ຕາມປະຕິທິນຂອງອິນເດຍ ເຊິ່ງກົງກັບ ວັນຂຶ້ນ 15 ຄ່ຳເດືອນສາມ. ວັນມາຄະບູຊາ ເປັນວັນທີ່ພະສຳມາສຳພຸດທະເຈົ້າ ສະແດງໂອວາທະປາຕິໂມກ ແກ່ພະສົງ ເປັນຄັ້ງທຳອິດ ຫລັງຈາກຕັດສະຮູ້ແລ້ວ ເປັນເວລາ 9 ເດືອນ ກັບໜຶ່ງມື້, ກົງກັບວັນຂຶ້ນ 15 ຄໍ່າເດືອນ 3 (ວັນມາຄະບູຊາ) ເຊິ່ງທາງສາສະໜາພາມ ຖືວ່າເປັນວັນລອຍບາບ ຮຽກວ່າ ສີວະຣາດີ ມື້ນັ້ນ ອົງສົມເດັດ ພະສຳມາສຳພຸດທະເຈົ້າ ໄດ້ປະທັບຢູ່ວັດເວລຸວະນາຣາມ (ວັດປ່າໄຜ່) ໃນຕອນບ່າຍ ພິກຂຸສົງສາວົກ ຈຳນວນ 1.250 ອົງ ເຊິ່ງລ້ວນແຕ່ເປັນພະອໍຣະຫັນຂີນາສົບ ໄດ້ເດີນທາງມາທີ່ວັດນີ້ ໂດຍບໍ່ໄດ້ນັດໝາຍກັນໄວ້ກ່ອນໜ້າ ອັນເປັນເຫດການທີ່ໜ້າອັດສະຈັນ ແລະ ຫາຍາກ, ການປະຊຸມຂອງພະສົງ ໃນວັນນັ້ນເອີ້ນວ່າ ຈາຕຸລົງຄະສັນນິບາດ ເພາະເປັນການປະຊຸມອັນປະກອບດ້ວຍອົງສີ່ ຄື: ເປັນມື້ເພັງເດືອນສາມ, ພະພິກສຸສົງຈຳນວນ 1.250 ອົງ ມາປະຊຸມພ້ອມກັນໂດຍບໍ່ໄດ້ນັດໝາຍ, ພະພິກຂຸສົງ ເຫລົ່ານັ້ນ ລ້ວນແຕ່ເປັນພະອໍຣະຫັນໄດ້ອະພິນຍາ 6 ແລະ ເປັນ ພະທີ່ພະພຸດທະເຈົ້າບວດໃຫ້ທັງໝົດ (ເປັນເອຫິພິກຂຸອຸປະສັມປະທາ).

ຂ່າວ-ພາບ: ທະນູທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments