Tuesday, May 14, 2024
Homeທຸລະກິດເປີດຫ້ອງຂາຍລົດ ບີວາຍດີ ຢູ່ນະຄອນຫລວງວຽງຈັນ

ເປີດຫ້ອງຂາຍລົດ ບີວາຍດີ ຢູ່ນະຄອນຫລວງວຽງຈັນ

ບໍລິສັດແກ້ວ ກຣຸບ ຈຳກັດ ໄດ້ເປີດຫ້ອງຂາຍລົດ ຍີ່ຫໍ້ ບີວາຍດີ ແກ້ວກຸບ (BYD Keo Group) ໃນວັນທີ 22 ກຸມພາ 2024 ຢູ່ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ທ່ານ ກົງເພັດ ແກ້ວມະນີວົງ ຜູ້ອຳນວຍການ ບໍລິສັດ ແກ້ວ ກຣຸບ ຈຳກັດ ໄດ້ໃຫ້ຮູ້ວ່າ: ຫ້ອງຂາຍລົດ ຍີ່ຫໍ້ ບີວາຍດີ ອອກແບບຕົບແຕ່ງເພື່ອໃຫ້ສອດຄ່ອງກັບຮູບແບບຫ້ອງຂາຍທີ່ ບໍລິສັດ BYD ກໍານົດມາ, ມີຈຸດບໍລິການຫລັງການຂາຍ ເພື່ອອຳນວຍຄວາມສະດວກ ແລະ ສ້າງຄວາມປະທັບໃຈໃຫ້ແກ່ລູກຄ້າ ໂດຍຖືເອົາສະຖານທີ່ແຫ່ງນີ້ເປັນຈຸດສໍາຄັນໃນການພົວພັນ ລະຫວ່າງພະນັກງານ ແລະ ລູກຄ້າທີ່ມາໃຊ້ບໍລິການ ເຊິ່ງ ບໍລິສັດ Keo Group ຈະຖ່າຍທອດ ແລະ ສົ່ງມອບປະສົບການຈາກ ທີມງານຜູ້ບໍລິຫານທີ່ມີຄວາມສຳນານ ກ່ຽວກັບດ້ານບໍລິການ, ທຸລະກິດຈຳໜ່າຍລົດ ມາຫລາຍກວ່າ 30 ປີໃຫ້ແກ່ລູກຄ້າ ບໍ່ວ່າຈະເປັນເລື່ອງຂອງການຂາຍ ທີ່ຈະໃຫ້ຄຳແນະນຳ ກ່ຽວກັບຜະລິດຕະພັນເປັນຢ່າງດີ, ການບໍລິການຫລັງການຂາຍ ຈາກຊ່າງເຕັກນິກທີ່ໄດ້ຮັບການຝຶກອົບຮົບໄດ້ມາດຕະຖານ ເພື່ອບໍລິການສ້ອມແປງ, ກວດເຊັກລົດ ທີ່ມີປະສິດທິພາບ ແລະ ຖືກຈຸດ.

BYD ເປັນຍີ່ຫໍ້ລົດ ອັນດັບຕົ້ນໆຂອງໂລກ ໄດ້ຮັບຄວາມນິຍົມເປັນຢ່າງສູງໃນຫລາຍປະເທດທົ່ວໂລກ ໂດຍມີຍອດຂາຍທີ່ເຕີບໂຕຢ່າງວ່ອງໄວຂຶ້ນໃນທຸກໆປີ ເຊິ່ງປີ 2023 ມີຍອດຂາຍລວມສູງເຖິງ 3.024.417 ຄັນ ເພີ່ມຂຶ້ນ 61.8% ທຽບໃສ່ປີ 2022. ຍ້ອນການເໜັງຕີງຂອງລາຄານ້ຳມັນທີ່ສູງຂຶ້ນ ແລະ ຫລາຍຄົນເຂົ້າໃຈເຖິງການຫລຸດຜ່ອນມົນລະພິດທາງອາກາດ. ສະນັ້ນ, ລົດພະລັງງານໃໝ່ ຈຶ່ງເປັນລົດທີ່ໄດ້ຮັບການຕອບຮັບເປັນຢ່າງດີ. ພວກເຮົາຫວັງວ່າ BYD ຈະເປັນຍີ່ຫໍ້ໜຶ່ງ ທີ່ຄົນລາວຮັກ ແລະ ໃຫ້ຄວາມເຊື່ອໝັ້ນ ທີ່ຈະມາຍົກລະດັບ ປະສົບການການຂັບຂີ່ ທີ່ປອດໄພ, ທັນສະໄໝ ແລະ ຄວາມສະງ່າງາມ ເໝາະກັບການໃຊ້ຊີວິດຂອງຜູ້ຊົມໃຊ້ ໃນປັດຈຸບັນ.

ໂອກາດນີ້, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ກໍໄດ້ມີຄຳເຫັນວ່າ: ການນໍາໃຊ້ລົດໄຟຟ້າຢູ່ ສປປ ລາວ ໃນໄລຍະຜ່ານມາ, ລັດຖະບານ ໄດ້ພະຍາຍາມຊຸກຍູ້ສົ່ງເສີມ ໃຫ້ປະຊາຊົນມານໍາໃຊ້ລົດໄຟຟ້າຫລາຍຂຶ້ນ ເພື່ອຫັນປ່ຽນໄປສູ່ທ່າອ່ຽງທີ່ໂລກກໍາລັງກ້າວໄປ ພ້ອມກັນນັ້ນ, ປະເທດເຮົາກໍາລັງພັດ ທະນາແບບຍືນຍົງ ເນັ້ນຄວາມສໍາຄັນດ້ານສິ່ງແວດລ້ອມ ແລະ ເປັນປະເທດໜຶ່ງທີ່ມີໄຟຟ້າຫລາຍ. ຍ້ອນແນວນັ້ນ, ລັດຖະບານຈຶ່ງມີນະໂຍບາຍຫລຸດຜ່ອນອັດຕາພາສີນໍາເຂົ້າ, ຫລຸດຜ່ອນອັດຕາອາກອນນໍາໃຊ້, ຫລຸດຜ່ອນອາກອນມູນຄ່າເພີ່ມ, ພ້ອມທັງພະຍາຍາມ ກໍານົດວິໄສທັດ ເພີ່ມການໃຊ້ລົດໄຟຟ້າ ໃຫ້ຫລາຍຂຶ້ນ ຕາມຄາດຄະເນໃນປີ 2030 ໃຫ້ໄດ້ປະມານ 30%.

ຢ່າງໃດກໍຕາມ, ຫລາຍໆປະເທດ ໄດ້ຫັນມາໃຊ້ລົດໄຟຟ້າຫລາຍຂຶ້ນ ເພື່ອຫລຸດຜ່ອນການນໍາໃຊ້ນໍ້າມັນເຊື້ອໄຟ, ຫລຸດຜ່ອນຜົນກະທົບຕໍ່ສະພາບແວດລ້ອມ, ຫລຸດການປ່ອຍສານພິດສູ່ຊັ້ນບັນຍາກາດ ເຊິ່ງຜູ້ພັດທະນາລົດກໍພະຍາຍາມຫັນໄປສູ່ເຕັກໂນໂລຊີ ສະອາດຂຶ້ນ.

ຂ່າວ:ທະນູທອງ

ພາບ: ເກດສະໜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments