Wednesday, May 15, 2024
Homeຂ່າວຕ່າງປະເທດສ.ອາເມລິກາ ເປີດເຄື່ອຂ່າຍຄົ້ນຄວ້າເຕັກໂນໂລຊີໃໝ່ກວດພະຍາດມະເຮັງ

ສ.ອາເມລິກາ ເປີດເຄື່ອຂ່າຍຄົ້ນຄວ້າເຕັກໂນໂລຊີໃໝ່ກວດພະຍາດມະເຮັງ

ສຳນັກຂ່າວ ຊິນຮວາ ຂອງ ສປ ຈີນ,ວັນທີ22 ກຸມພານີ້, ສະ​ຖາ​ບັນ ​ສຸ​ຂະ​ພາບ​ ແຫ່ງ​ຊາດ ​ສະ​ຫະ​ລັດ​ໄດ້​ເປີດ​ຕົວ ​ເຄືອ​ຂ່າຍ ​ການ​ຄົ້ນ​ຄວ້າ ກວດພະຍາດ ມະເຮັງ ຫລື Cancer Screening (CSRN​)​, ຊຶ່ງ​ຈະ​ປະ​ເມີນ ​ຜົນ​ເຕັກ​ໂນ​ໂລ​ຊີ​ໃໝ່ ​ສໍາ​ລັບ ​ການ​ກວດ​ສອບ ພະຍາດ ​ມະ​ເຮັງ​ແລະ ກວດສອບ ວິທີການ ບົ່ງມະຕິ ພະຍາດ ມະເຮັງ ຢ່າງວອງໄວ ຂະນະທີ່ ການປິ່ນປົວ ໄດ້ງ່າຍ.ປະຈຸ​ບັນ ມີການຈັດ ບ້ວງເງິນ ຈາກ​ສະ​ຖາ​ບັນ​ ມະ​ເຮັງ​ ແຫ່ງ​ຊາດ ​ອາ​ເມ​ລິ​ກາເພື່ອຈັດຕັ້ງ ປະຕິບັດ ຂໍ້ລິເລີ່ມ ໃຫ້ແກ່ ນັກຄົ້ນຄວ້າ 8 ກຸ່ມ. ທ່ານ ຄີມຣິນ ແຣເມລ(Kimrin Rathmell), ຜູ້ອໍານວຍການ ສະຖາບັນ ມະເຮັງ ແຫ່ງຊາດ ສະຫະລັດກ່າວ​ວ່າ: ບັນດາ ເຕັກ​ໂນ​ໂລ​ຊີ​ໃໝ່ ​ເຊັ່ນ​: ການ​ທົດ​ສອບ ​ເພື່ອ​ກວດ​ຫາ​ ມະ​ເຮັງ ​ຫລາຍ​ຊະນິດອາດຈະປະຕິວັດ ການກວດຫາ ມະເຮັງແລະ ​ຊ່ວຍ​ຍືດ​ອາຍຸ​ ການ​ດຳລົງ​ຊີວິດ ​ຂອງ​ຄົນ ຈຳນວນ​ຫລາຍ​ຂຶ້ນ.ການກວດສອບພົບວ່າ ເຕັກໂນໂລຊີ ເຫລົ່ານີ້ ເຮັດວຽກໄດ້ຈິງ ແລະ ເຂົ້າໃຈ ວິທີການນໍາໃຊ້ ພວກມັນ ຊຶ່ງເປັນສິ່ງສຳຄັນ ເພື່ອປະໂຫຍດ ຂອງທຸກຄົນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments