Tuesday, May 14, 2024
Homeບຸນປະເພນີປະກວດນາງສາວອາພອນເພດບັນດາເຜົ່າ ໃນງານບຸນນະມັດສະການພະທາດສີໂຄດຕະບອງ

ປະກວດນາງສາວອາພອນເພດບັນດາເຜົ່າ ໃນງານບຸນນະມັດສະການພະທາດສີໂຄດຕະບອງ

ງານສະແດງສິລະປະວັນນະຄະດີ, ປະກວດລຳມະຫາໄຊ, ປະກວດເປົ່າແຄນ ແລະ ປະກວດນາງສາວອາພອນເຜົ່າ 9 ເຜົ່າໃນງານບຸນນະມັດສະການພະທາດສີໂຄດຕະບອງ ປະຈໍາປີ 2024 ໄດ້ຈັດຂຶ້ນໃນຕອນຄໍ່າຂອງວັນທີ 22 ກຸມພາ ທີ່ເດີ່ນພະທາດສີໂຄດຕະບອງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄໍາມ່ວນ ພ້ອມດ້ວຍການນໍາຂອງແຂວງ, ແຂກຖືກເຊີນ ແລະ ມວນຊົນເຂົ້າຮ່ວມ.

ທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກ ຖວທ ແຂວງຄໍາມ່ວນກ່າວວ່າ: ງານຄັ້ງນີ້, ມີຜູ້ເຂົ້າຮ່ວມເຂົ້າຮ່ວມແຂ່ງຂັນທີ່ມາຈາກ 10 ເມືອງໃນທົ່ວແຂວງ, ໃນນີ້, ໄດ້ແບ່ງເປັນ 6 ກິດຈະກໍາຫຼັກຄື: ການສະແດງສິລະປະມີ 40 ລາຍການ, ການປະກວດເປົ່າແຄນ, ປະກວດລຳມະຫາໄຊ, ເດີນແບບຊຸດຊົນເຜົ່າ ຍິງ-ຊາຍ, ຄະນະໝໍລຳເລື່ອງ ແລະ ການປະກວດນາງສາວອາພອນເຜົ່າ 9 ເຜົ່າ, ຊຶ່ງຈະໄດ້ດໍາເນີນການປະກວດພາຍໃນ 3 ຄືນໂດຍເລີ່ມແຕ່ຄໍາຄືນຂອງວັນທີ 22-24 ກຸມພາ ຈິ່ງຈະສໍາເລັດ.

ທັງນີ້ ກໍເພື່ອເປັນການຊຸກຍູ້-ສົ່ງເສີມສິລະປະວັດທະນະທຳອັນດີງາມຂອງຊາດ ກໍຄືຂອງແຂວງ, ເຮັດໃຫ້ມີບັນຍາກາດເບີກບານມ່ວນຊື່ນ ແລະ ເປັນການຮັກສາໄດ້ມູນເຊື້ອວັດທະນະທຳອັນດີງາມ, ປູກຈິດສຳນຶກໃຫ້ແກ່ລູກຫຼານປະຊາຊົນບັນດາເຜົ່າກໍຄືຊາວແຂວງຄຳມ່ວນ ໃຫ້ມີຈິດໃຈຮັກຊາດ ຮັກບ້ານເກີດເມືອງນອນ ປະກອບສ່ວນເຂົ້າໃນການປົກປັກຮັກສາວັດທະນະທຳຂອງທ້ອງຖິ່ນໃຫ້ມີຄວາມຍືນຍົງ.

(ຂ່າວ: ມະນີວັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments