Saturday, July 27, 2024
Homeຂ່າວຕ່າງປະເທດຫວຽດເຈັສ ແອ ຊື້ເຮືອບິນຂອງ ແອບັດ ຂະໜາດໃຫຍ່ ຈຳນວນ 20 ລໍາ

ຫວຽດເຈັສ ແອ ຊື້ເຮືອບິນຂອງ ແອບັດ ຂະໜາດໃຫຍ່ ຈຳນວນ 20 ລໍາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 22 ກຸມພາ ຜ່ານມາ, ໃນງານວາງສະແດງເຮືອບິນ ສິງກະໂປ (Singapore Airshow) 2024 (ຈັດຂຶ້ນແຕ່ວັນທີ 20-25 ກຸມພາ 2024), ບໍລິສັດ ຫວຽດເຈັສ ແອ (VietJet Air) ແລະ ກຸ່ມບໍລິສັດຜະລິດເຮືອບິນອັນດັບແຖວໜ້າ ເອີຣົບ ແອບັດ ໄດ້ເຊັນສັນຍາວ່າດ້ວຍການຮ່ວມມື, ແອບັດ ໄດ້ຂາຍເຮືອບິນ A330neo ຂະໜາດໃຫຍ່ຈຳນວນ 20 ລຳ ໃຫ້ VietJet Air. ສັນຍາຊື້-ຂາຍນີ້ຕາມການຄາດຄະເນໃນເບື້ອງຕົ້ນ ແມ່ນຈະມີມູນຄ່ານັບເປັນຕື້ໂດລາ ຊຶ່ງເປັນຂີດໝາຍໜຶ່ງໃນບັນດາຂໍ້ຕົກລົງໃຫຍ່ທີ່ສຸດ ທີ່ສາມາດບັນລຸໄດ້ໃນງານວາງສະແດງເຮືອບິນໃຫຍ່ທີ່ສຸດໃນອາຊີ. ຕະຫຼາດເຮືອບິນຂະໜາດໃຫຍ່ກຳລັງກັບຄືນມາຢ່າງຄຶກຄື້ນ ເມື່ອຄວາມຕ້ອງການໃນການເດີນທາງດ້ວຍເຮືອບິນ ໄດ້ຮັບການຟື້ນຕົວຫຼັງການແຜ່ລະບາດຂອງພະຍາດ ໂຄວິດ-19. ທ່ານ ຄຣິດສຕຽນ ເຊເຣີ ຜູ້ອຳນວຍການຝ່າຍບໍລິຫານ ຂະແໜງທຸລະກິດເຮືອບິນເພື່ອການຄ້າຂອງແອບັດຢືນຢັນວ່າ: ກຸ່ມບໍລິສັດຕີລາຄາສູງຕໍ່ການປະສານສົມທົບກັບ VietJet Air ໃນໄລຍະການພັດທະນາໃໝ່. ສື່ມວນຊົນສາກົນໃຫ້ຮູ້ວ່າ: ສັນຍາຊື້-ຂາຍເຮືອບິນທີ່ຫາກໍໄດ້ເຊັນນັ້ນເປັນການສະແດງເຖິງການພັດທະນາຂອງ VietJet ໃນສະພາບການທີ່ສາຍການບິນ ມີແຜນຈະເປີດກວ້າງບັນດາຖ້ຽວບິນສາກົນໄປຍັງ ອົສຕາຣີ, ອິນເດຍ, ຈີນ, ຍີ່ປຸ່ນ, ສ ເກົາຫຼີ, ອິນໂດເນເຊຍ ແລະ ໄທ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments