Home ຂ່າວໜ້າໜຶ່ງ ປະທານປະເທດ ລົງຊຸກຍູ້ວຽກງານຮອບດ້ານ ຢູ່ແຂວງອັດຕະປື

ປະທານປະເທດ ລົງຊຸກຍູ້ວຽກງານຮອບດ້ານ ຢູ່ແຂວງອັດຕະປື

0

ວັນທີ 22 ກຸມພາ 2024 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະນຳຈາກສູນກາງໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຮອບດ້ານຢູ່ ແຂວງອັດຕະປື ໂດຍມີ ທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື, ມີບັນດາພະນັກງານການນຳ, ອະດີດການນຳຂອງແຂວງ, ເຈົ້າເມືອງ, ຫົວໜ້າ-ຮອງພະແນກການອ້ອມຂ້າງແຂວງ ໃຫ້ການຕ້ອນຮັບ.

ທ່ານ ພົນໂທ ວັນທອງ ກອງມະນີ ໄດ້ລາຍງານລາຍ​ງານໂດຍ​ຫຍໍ້ກ່ຽວ​ກັບການນໍາພາ-ຊີ້ນໍາ ແລ​ະ ປະ​ຕິ​ບັດວຽກງານຮອບດ້ານໃນໄລຍະຜ່ານມາ ແລະ ສະພາບທິດທາງແຜນການພັດທະນາເສດຖະກິດ-ສັງຄົມທີ່ເປັນຈຸດສຸມໃນຕໍ່ໜ້າ ໂດຍລວມແລ້ວ ແຂວງອັດຕະປື ຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບສຸກ, ປະຊາຊົນມີຄວາມສາມັກຄີປອງດອງ, ເສດຖະກິດສືບຕໍ່ຂະຫຍາຍຕົວຕາມທ່າອ່ຽງຂອງເສດຖະກິດແຫ່ງຊາດ​ ໂດຍສະເພາະຂົງເຂດອຸດສາຫະກໍາ-ພະລັງງານໄຟຟ້າ, ຂົງເຂດກະສິກໍາ ແລະ ການຜະລິດ ເຊິ່ງລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວ 6,77%, ສະເລ່ຍຕໍ່ຫົວຄົນ 36,53 ລ້ານກີບ ຫລື 1.855 ໂດລາ, ຈັດເກັບລາຍຮັບງົບປະມານບັນລຸໄດ້ 787,25 ຕື້ກວ່າກີບ, ເທົ່າກັບ 147,50% ຂອງແຜນການ; ດ້ານລາຍຈ່າຍປະຕິບັດໄດ້ 448,84 ຕື້ກວ່າກີບ, ເທົ່າກັບ 99,69% ຂອງແຜນການ. ສະເພາະປີ 2024 ມາຮອດວັນທີ 13 ກຸມພາ 2024 ເກັບລາຍຮັບໄດ້ 70,58 ຕື້ກີບ ເທົ່າກັບ 10,18% ຂອງແຜນການປີ, ຊຸກຍູ້ປະຊາຊົນ ​ແລະ ​ນັກທຸລະກິດ ​ສື​ບຕໍ່​ລົງທຶນ​ໃນ​ດ້ານ​ຕ່າງໆ​ ເຊັ່ນ: ການ​ລ້ຽງ​ສັດ​ແບບ​ເປັນ​ຟາ​ມ, ການປູກຝັງ, ລ້ຽງສັດ ​ແລະ ອື່ນໆ, ສະເພາະການປູກເຂົ້ານາແຊງປີ 2024 ຊຶ່ງຕາມແຜນ 1.269 ເຮັກຕາ ຄາດຄະເນຜົນຜະລິດ 5.089 ໂຕນ, ຮອດປັດຈຸບັນ ປະຕິບັດໄດ້ 496,20 ເຮັກຕາ ເທົ່າກັບ 39,1% ຂອງແຜນການ. ນອກນີ້, ຍັງ​ໄດ້ຍົກເລີກໂຄງການລົງທຶນ 33 ໂຄງການ​ ແລະ ໄດ້ອອກຄໍາສັ່ງຂອງແຂວງກ່ຽວກັບການຢຸດຕິຂຸດຄົ້ນແຮ່ຄໍາຕົກຂ້ອນ, ຄຳ​ສັ່ງຢຸດຕິການສໍາຫລວດ, ຂຸດຄົ້ນໄມ້ ແລະ ທ້ອນໂຮມໄມ້ໃນທົ່ວແຂວງ ສ່ວນຂົງເຂດວັດທະນະທໍາ-ສັງຄົມ ແລະ ຂົງເຂດອື່ນໆກໍໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ.

ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ມີຄໍາເຫັນໂອ້ລົມ ແລະ ເນັ້ນໜັກຫລາຍບັນຫາສໍາຄັນ ເປັນຕົ້ນ ໃຫ້ການນໍາຂອງແຂວງ ນໍາພາ-ຊີ້ນໍາພະນັກງານ-ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ສືບຕໍ່ເອົາໃຈໃສ່ວຽກງານສຶກສາອົບຮົມ ການເມືອງ-ແນວຄິດຕໍ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນໃຫ້ເຂົົ້າໃຈສະພາບຄວາມເປັນຈິງຂອງປະເທດໃນປັດຈຸບັນ, ເອົາໃຈໃສ່ປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຮັດໃຫ້ແຂວງອັດຕະປື ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ສືບຕໍ່ນໍາພາ-ຊີ້ນໍາການພັດທະນາເສດຖະກິດ-ສັງຄົມດ້ວຍຄວາມເປັນຕົນເອງໃຫ້ຫລາຍຂຶ້ນ, ສົົ່ງເສີມ ຂະບວນການຜະລິດເປັນສິນຄ້າຢູູ່ພາຍໃນໃຫ້ແຂງແຮງ ແລະ ເປັນເຈົົ້າຕົນເອງ ເພືີ່ອສ້າງຄວາມເຂັ້ມແຂງໃຫ້ແກ່ເສດຖະກິດຂອງແຂວງ, ເອົາໃຈໃສ່ການຄຸ້ມຄອງ ຊັບພະຍາກອນ ທໍາມະຊາດ ໂດຍສະເພາະ ການຕັດໄມ້ທໍາລາຍປ່າ, ການຂຸດຄົົ້ນບໍ່ແຮ່ຊະຊາຍ, ສົົ່ງເສີມການຜະລິດຂອງປະຊາຊົນ, ມີການຈັດສັນເຂດການຜະລິດຄັກແນ່, ບໍ່ໃຫ້ບຸກລຸກປ່າໄມ້-ທີ່ດິນປູກພຶດອຸດສະຫະກຳທີ່ຜືນຕໍ່ລະບຽບກົດໝາຍຂອງລັດ, ສືບຕໍ່ດຶງການລົງທຶນຕ່າງປະເທດ ແລະ ປະຊາຊົນຕ້ອງເຂົົ້າຮ່ວມໃນໂຄງການລົງທຶນຕ່າງໆນັ້ນຕ້ອງມີຄວາມຮູ້, ຕ້ອງມີສີມືແຮງງານ ແລະ ຕ້ອງມີວິໄນ, ເອົາໃຈໃສ່ເຜີຍແຜ່ ເຊືີ່ອມຊຶມ ແລະ ຜັນຂະຫຍາຍບັນດາມະຕິຂອງສູນກາງ ເພືີ່ອການແກ້ໄຂບັນຫາຕົວຈິງຂອງແຂວງ, ຊຸກຍູ້ສົ່ງເສີມປະຊາຊົນ, ນັກທຸລະກິດ-ຜູ້ປະກອບການ ເຮັດການຜະລິດກະສິກໍາເປັນສິນຄ້າຕາມທ່າແຮງບົ່ມຊ້ອນ, ຄວາມຮຽກຮ້ອງຕ້ອງການຂອງຕະຫລາດ ແລະ ຄວາມສາມາດຕົວຈິງໃນແຕ່ລະທ້ອງຖິ່ນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນພາຍໃນແຂວງໃຫ້ດີຂຶ້ນ.

ໃນວັນດຽວກັນ, ທ່ານປະທານປະເທດ ຍັງໄດ້ໄປຢ້ຽມຊົມການຜະລິດ, ຮັບຟັງການລາຍງານ ແລະ ພົບປະທັກທາຍກັບປະຊາຊົນບ້ານໄຊສີ ເມືອງໄຊເສດຖາ ແລະ ຢ້ຽມຢາມສູນຮຽນຮູ້ການຜະລິດກະສິກໍາແບບຍືນຍົງທີ່ໂຮງຮຽນວິຊາຊີບຂອງແຂວງ ພ້ອມທັງພົບປະໂອ້ລົມກັບພະນັກງານຄູອາຈານ, ນັກຮຽນ ແລະ ປະຊາຊົນ ຕື່ມອີກ.

ຂ່າວ: ມັດສາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version