Home ແຈ້ງການສໍາຄັນ ສະພາບອາກາດ ວັນທີ 23 ກຸມພາ 2024

ສະພາບອາກາດ ວັນທີ 23 ກຸມພາ 2024

0

ສະພາບອາກາດ ເຊົ້າວັນທີ 23 ກຸມພາ 2024, ຄວາມກົດດັນສູງຂອງ ອາກາດເຢັນໄດ້ເພີ່ມກໍາລັງແຮງຂຶ້ນເລັກນ້ອຍຈະປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກພັດປົກຄຸມ. ຊຶ່ງຈະເຮັດໃຫ້ອາກາດຍັງຈະເຢັນ ຫາ ໜາວເຢັນ ໃນຕອນກາງຄືນ ຫາ ຕອນເຊົ້າ ຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ. ສ່ວນແຂວງພາກກາງ ແລະ ພາກໃຕ້ ອາກາດຮ້ອນ ພ້ອມຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແລະ ມີລົມພັດແຮງເປັນບາງໂອກາດ.

ສໍາລັບນະຄອນຫລວງວຽງຈັນ ອາກາດຮ້ອນ ພ້ອມມີໝອກບາງ ປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 24-37 ອົງສາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version