Home ແຈ້ງການສໍາຄັນ ພະຍາກອນອາກາດ ປະຈໍາວັນທີ 13 ຕຸລາ 2025

ພະຍາກອນອາກາດ ປະຈໍາວັນທີ 13 ຕຸລາ 2025

0

#ພະຍາກອນອາກາດ ປະຈໍາເຊົ້າວັນທີ 13 ຕຸລາ 2025, ຄວາມກົດດັນຕໍ່າຂອງອາກາດຮ້ອນຍັງສືບຕໍ່ປົກຄຸມຢູ່ທົົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດຮ້ອນຍັງຮ້ອນຢູ່ທົົ່ວໄປ ແລະ ຈະມີຝົນຕົກ

ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍໃນແຕ່ລະພາກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.

ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 13/10/2025 ຫາ ເວລາ 07 ໂມງ ຂອງວັນທີ 14/10/2025

ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດເຢັນເຢັນຢູ່ທົົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍເປັນບາງໂອກາດຢູ່ບາງທ້ອງຖິານ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 30% ຂອງພາກ ອຸນຫະພູມໃນລະຫວ່າງ 16 -29 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນຢູ່ທົົ່ວໄປໃນຕອນເຊົ້າ ສ່ວນຕອນບ່າຍອາກາດຮ້ອນ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 30%

ຂອງພາກ ອຸນຫະພູມໃນລະຫວ່າງ 20 – 34 ອົງສາ.

ນະຄອນຫລວງວຽງຈັນ: ອາກາດຮ້ອນ, ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ ຫລື ເນື້ອທີ່#ການປົກຫຸ້ມຂອງຝົນເທົົ່າກັບ 40% ອຸນຫະພູມໃນລະຫວ່າງ 25 – 34 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍເປັນບາງໂອກາດຢູ່ບາງທ້ອງຖິ່ນ ຫລື ເນື້ອທີຶ່ການປົກຫຸ້ມຂອງຝົນເທົົ່າກັບ 40% ຂອງພາກ ອຸນຫະພູມໃນລະຫວ່າງ 23 –35 ອົງສາ.

ແຂວງໄຊສົມບູນ: ອາກາດເຢັນ ພ້ອມຈະມີຝົນຕົກໃນລະດັບຄ່ອຍເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 30% ອຸນຫະພູມໃນລະຫວ່າງ 19 – 33 ອົງສາ.

ພາກໃຕ້ (ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ອາກາດຮ້ອນ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 40% ຂອງພາກ ອຸນຫະພູມໃນລະຫວ່າງ 23 – 35 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ອາກາດເຢັນ ພ້ອມຈະມີຝົນຕົກໃນລະດັບຄ່ອຍເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 30% ອຸນຫະພູມໃນລະຫວ່າງ 15 – 27 ອົງສາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version