Home ບຸນປະເພນີ ເປີດງານບຸນນະມັດສະການພະທາດໂຜ່ນ ຕິດພັນກັບການເປີດປີທ່ອງທ່ຽວລາວ 2024

ເປີດງານບຸນນະມັດສະການພະທາດໂຜ່ນ ຕິດພັນກັບການເປີດປີທ່ອງທ່ຽວລາວ 2024

0

ເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ຈັດພິທີເປີດງານບຸນນະມັດສະການພະທາດໂຜ່ນ ຕິດພັນກັບການເປີດປີທ່ອງທ່ຽວລາວ 2024 ຂຶ້ນໃນວັນທີ 21 ກຸມພາ ຜ່ານມາ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະ ຫວັນນະເຂດ, ມີບັນດາການນໍາແຂວງ, ເມືອງ, ພະແນກການອ້ອມຂ້າງ ພ້ອມດ້ວຍມວນຊົນເຂົ້າຮ່ວມ.

ທ່ານ ພົມມາ ສົງວິໄລ ຮອງເຈົ້າເມືອງໄຊພູທອງ ຮອງປະທານຈັດງານໄດ້ໃຫ້ຮູ້ວ່າ: ພິທີເປີດງານບຸນນະມັດສະ ການພະທາດໂຜ່ນຕິດພັນກັບການເປີດປີທ່ອງທ່ຽວລາວ 2024 ໃນຄັ້ງນີ້, ເມືອງໄຊພູທອງໄດ້ຈັດໃຫ້ມີຫຼາຍກິດຈະກໍາ ເຊັ່ນ: ກິດຈະກໍາສົ່ງເສີມກິລາ-ສິລະປະ-ວັນນະຄະດີ, ປະກວດນັກຮ້ອງສຽງດີ-ໝໍລໍາສຽງໃສຈາກບັນດາເມືອງອ້ອມຂ້າງ, ພິເສດໄດ້ຈັດງານປະກວດນາງສາວນໍ້າຕານຫອມຫວານຈາກ 8 ກຸ່ມບ້ານຂອງເມືອງໄຊພູທອງ. ນອກນັ້ນ, ຍັງໄດ້ນໍາເອົາຜະລິດຕະພັນ ແລະ ສິນຄ້າໂອດັອບຈາກກຸ່ມການຜະລິດພາຍໃນເມືອງອ້ອມຂ້າງແຂວງຈໍານວນ 20 ກຸ່ມ, ມີຮ້ານວາງສະແດງສິນຄ້າຈາກພາກທຸລະກິດຜູ້ປະກອບການເຂົ້າຮ່ວມທັງໝົດ 230 ຫົວໜ່ວຍ ເພື່ອສົ່ງເສີມ, ສ້າງໂອກາດໃຫ້ ປະຊາຊົນໄດ້ມາແລກປ່ຽນຊື້-ຂາຍສິນຄ້າຜະລິດຕະພັນດ້ານກະສິກໍາ, ຫັດຖະກໍາ, ສິນຄ້າໂອດັອບ ແລະ ບໍລິການອື່ນໆ.

ໂອກາດນີ້, ທ່ານນາງ ດາວວອນ ໄຊສຸລຽນ ເຈົ້າເມືອງໄຊພູທອງ ໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງວຽກງານການທ່ອງທ່ຽວ ທີ່ມີຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດ ກໍຄືແຂວງສະຫວັນນະເຂດ ໂດຍສະເພາະເມືອງໄຊພູທອງ, ການເປີດປີທ່ອງທ່ຽວລາວຂອງເມືອງໄຊພູທອງໃນຄັ້ງນີ້ ຖືເປັນກິດຈະກໍາໜຶ່ງທີ່ສະແດງໃຫ້ເຫັນເຖິງມູນເຊື້ອອັນດຸໝັ່ນຂະຫຍັນພຽນຂອງປະຊາຊົນພາຍໃນເມືອງ, ບຸນນະມັດສະການພະທາດໂຜ່ນຄັ້ງນີ້ ເຫັນວ່າມີຄວາມຄຶກຄື້ນກວ່າປີທີ່ຜ່ານມາ ແລະ ເປັນງານທີ່ມີຄວາມສຳຄັນຫຼາຍທາງດ້ານຈິດໃຈຂອງປວງຊົນຊາວເມືອງໄຊພູທອງ.

ໃນພິທີທ່ານເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳແຂວງ-ເມືອງໄດ້ຮ່ວມກັນລັ່ນຄ້ອງ 9 ບາດ ເພື່ອເປັນສັນຍາລັກ ກໍຄືເປັນສີລິມຸງຄຸນໃຫ້ແກ່ການເປີດງານບຸນນະມັດສະການພະທາດໂຜ່ນ ຕິດພັນກັບການເປີດປີທ່ອງທ່ຽວລາວ 2024 ຂອງເມືອງໄຊພູທອງຢ່າງເປັນທາງການ. ຈາກນັ້ນ, ກໍໄດ້ຮ່ວມແຫ່ຜາສາດເຜິ້ງ ແລະ ຂັນໝາກເບັງໃຫຍ່ ເຂົ້າສູ່ວັດພະທາດໂຜ່ນແຫ່ອ້ອມກົມມະລຽນພະທາດ 3 ຮອບ ແລະ ຄາລະວະຖວາຍຜາສາດເຜິ້ງ ແລະ ຢ້ຽມຊົມຫ້ອງວາງສະແດງສິນຄ້າຕື່ມອີກ.

ຂ່າວ-ພາບ: ສະຫວັນນະເຂດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version