Tuesday, May 14, 2024
Homeບຸນປະເພນີມະຫາກໍາບຸນຊ້າງແຂວງໄຊຍະບູລີ ມີຮ້ານວາງສະແດງສິນຄ້າ 310 ຮ້ານ

ມະຫາກໍາບຸນຊ້າງແຂວງໄຊຍະບູລີ ມີຮ້ານວາງສະແດງສິນຄ້າ 310 ຮ້ານ

ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ງານວາງສະແດງສິນຄ້າ ໃນມະຫາກໍາບຸນຊ້າງ ປະຈໍາປີ 2024 ໄດ້ເປີດຂຶ້ນໃນວັນທີ 12 ກຸມພາ ຜ່ານມາ, ທີ່ເດີ່ນສະໜາມຫລວງຂອງ ແຂວງໄຊຍະບູລີ ໂດຍມີ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ, ປະທານຄະນະກໍາມະການຈັດມະຫາກໍາບຸນຊ້າງ, ທ່ານ ເສນ ພັນລັກ ວ່າການເຈົ້າເມືອງໄຊຍະບູລີ, ມີການນໍາຂອງແຂວງ, ການນໍາຂອງເມືອງ, ຕົວແທນຮ້ານວາງສະແດງສິນຄ້າຈາກ 11 ເມືອງ, ບັນດາ ແລະ ຕ່າງປະເທດເຂົ້າຮ່ວມ. ໃນນີ້, ປະເພດສິນຄ້າທີ່ນຳເຂົ້າມາວາງສະແດງ ແລະ ຈຳໜ່າຍໃນງານປະກອບມີ: ສິນຄ້າຫັດຖະກຳຈາກບັດດາເມືອງ, ສິນຄ້າປະເພດເຄື່ອງນຸ່ງຫົ່ມ, ສິນຄ້າອຸປະໂພກ-ບໍລິໂພກ, ສິນຄ້າປະເພດເຄື່ອງດື່ມ, ກົນຈັກ ແລະ ລົດ, ເຄື່ອງຫລິ້ນສຳລັບເດັກ ລວມມີຮ້ານວາງສະແດງ 310 ຮ້ານ, ມີມູນຄ່າສິນຄ້າ 20 ຕື້ກວ່າກີບ.

ໃນພິທີ, ທ່ານ ເພັດພິໄຊ ສູນວິໄລ ໄດ້ໄດ້ໃຫ້ຮູ້ວ່າ: ເພື່ອເປັນການສ້າງບັນຍາກາດ ແລະ ປະກອບສ່ວນເຂົ້າໃນມະຫາກໍາບຸນຊ້າງປະຈໍາປີ 2024 ໃຫ້ເປັນຂະບວນຟົດຟື້ນ ແລະ ເພື່ອເປັນການຖອດຖອນບົດຮຽນແລກປ່ຽນຊື້-ຂາຍສິນຄ້າ ລະຫວ່າງນັກທຸລະກິດ, ຜູ້ຜະລິດ, ພໍ່ຄ້າ-ຊາວຂາຍໃນການຊອກ ແລະ ຂະຫຍາຍຕະຫລາດແກ່ຜະລິດພັນໂອດັອບຂອງແຂວງໃຫ້ນັບມື້ກ້າວເປັນສິນຄ້າຕິດດາວຕໍ່ໄປ, ອັນພົ້ນເດັ່ນສຳລັບສິນຄ້າທີ່ນຳມາວາງສະແດງຕະ ຫລາດນັດຄັ້ງນີ້, ແມ່ນໄດ້ວາງສະແດງສິນຄ້າໂອດັອບ, ສິນຄ້າທີ່ເປັນທ່າແຮງຂອງແຂວງ ແລະ ການໂຄສະນາສິນຄ້າຂອງຫົວໜ່ວຍທຸລະກິດຈຳນວນໜຶ່ງ.

ການຈັດຕະຫລາດນັດປີນີ້, ແມ່ນຕ່າງຈາກທຸກໆປີ ໂດຍສະເພາະແມ່ນການວາງສະແດງສິນຄ້າຂອງບັນດາເມືອງ, ຕ່າງແຂວງ ແລະ ສິນຄ້າຂອງບັນດາເຜົ່າມາຕິດພັນຢູ່ນຳ ເຊິ່ງບຸນຊ້າງປີນີ້, ປະກອບມີ ຕະຫລາດນັດ, ບໍລິການຝາກລົດ, ຂາຍຂອງທີ່ລະນຶກ, ຄອນເສີດ, ເຄື່ອງຫລິ້ນເດັກນ້ອຍ, ກິດຈະກຳຖ່າຍຮູບ, ບໍລິການຫ້ອງນ້ຳ, ກິດຈະກຳຕັ້ງແຄມ, ກິດຈະກຳໂດດຈ້ອງ, ກາຍຍະສິນ ແລະ ມາຍາກົນ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments