Saturday, July 27, 2024
Homeຂ່າວຕ່າງປະເທດສະຫະນະຄອນ ເອເມເຣັດ ອາຣັບ ຈັດກອງປະຊຸມສຸດຍອດລັດຖະບານໂລກປີ 2024

ສະຫະນະຄອນ ເອເມເຣັດ ອາຣັບ ຈັດກອງປະຊຸມສຸດຍອດລັດຖະບານໂລກປີ 2024

ວິທະຍຸສາກົນແຫ່ງ ສປ ຈີນ, ກອງປະຊຸມສຸດຍອດລັດຖະບານໂລກ ປີ 2024 ໄດ້ຈັດຂຶ້ນຢູ່ນະຄອນດູໄບ ປະເທດສະຫະນະຄອນເອເມເຣັດອາຣັບ ລະຫວ່າງ ວັນທີ 12-14 ກຸມພານີ້ ກອງປະຊຸມຄັ້ງນີ້ພາຍໃຕ້ຫົວຂໍ້ “ບຳລຸງສ້າງລັດຖະບານໃນອະນາຄົດ”, ໂດຍມີຈຸດປະສົງ ເພື່ອເພີ່ມທະວີ ການຮ່ວມມືສາກົນ, ທັງໃຫ້ຂໍ້ສະໜີແກ່ລັດຖະບານປະເທດຕ່າງໆ ໃນການຮັບມືກັບສິ່ງທ້າທາຍຂອງໂລກ ທີ່ມີລັກສະນະຮີບດ່ວນ, ພ້ອມທັງເອົາໃຈໃສ່ເນື້ອໃນ 6 ດ້ານ ເປັນພິເສດຄື: ການຫັນເປັນ ແບບດີຈີຕອນຂອງລັດຖະບານ; ປັນຍາປະດິດ ແລະ ວິທະຍາສາດເຕັກນິກທີ່ກ້າວໜ້າ; ປັບປຸງຮູບການພັດທະນາຄືນໃໝ່ ແລະ ເສດຖະກິດໃນອະນາຄົດ; ສັງຄົມ ແລະ ການສຶກສາໃນອະນາຄົດ; ຄວາມຍືນຍົງ ແລະ ການປ່ຽນແປງໃໝ່ ຂອງໂລກ; ການຫັນເປັນຕົວເມືອງ ແລະ ສາທາລະນະສຸກທົ່ວໂລກ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments