Saturday, July 27, 2024
Homeຂ່າວການເມືອງກຽມຄວາມພ້ອມ ການສ້າງອົງການໄອຍະການປະຊາຊົນ ເຂດເສດຖະກິດພິເສດສາມຫລ່ຽມຄຳ

ກຽມຄວາມພ້ອມ ການສ້າງອົງການໄອຍະການປະຊາຊົນ ເຂດເສດຖະກິດພິເສດສາມຫລ່ຽມຄຳ

ອົງການໄອຍະການປະຊາຊົນສູງສຸດ ຈັດຊຸດຝຶກອົບຮົມຍົກລະດັບຄວາມຮູ້ໃຫ້ຄະນະຮັບຜິດຊອບຂອງອົງການໄອຍະການປະຊາຊົນ ທີ່ຈະໄປເຄື່ອນໄຫວເພື່ອກະກຽມສ້າງຕັ້ງອົງການໄອຍະການປະຊາຊົນເຂດເສດຖະກິດພິເສດສາມຫລ່ຽມຄຳ ແຂວງບໍ່ແກ້ວ ໃນວັນທີ 12-16 ກຸມພາ 2023 ໂດຍການເປັນປະທານຂອງ ທ່ານ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິຫານງານພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍສຳມະນາກອນ ເຂົ້າຮ່ວມ.

ຊຸດອົບຮົມໃນຄັ້ງນີ້, ສຳມະນາກອນ ຈະໄດ້ຮຽນຮູ້ກ່ຽວກັບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ, ວຽກງານຫ້ອງການ, ວຽກງານແຜນການ ແລະ ຮ່ວມມືກັບຕ່າງປະເທດ, ວຽກງານການເງິນ, ວຽກງານກວດກາ, ວຽກງານຕິດຕາມກວດກາການດໍາເນີນຄະດີອາຍາ, ວຽກງານຕິດຕາມກວດກາການດໍາເນີນຄະດີແພ່ງ, ວຽກງານຕິດຕາມກວດ ກາທົ່ວໄປ ແລະ ວຽກງານຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ.

ທ່ານ ບຸນທັນ ບຸນທະວິໄລ ໄດ້ໃຫ້ຮູ້ວ່າ: ໂດຍປະຕິບັດຕາມດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 359/ນຍ, ລົງວັນທີ 22 ພະຈິກ 2023, ແຈ້ງການຂອງກະຊວງພາຍໃນ ສະບັບເລກທີ 356/ພນ, ລົງວັນທີ 29 ທັນວາ 2023 ກ່ຽວກັບການສ້າງຕັ້ງອົງການໄອຍະການປະຊາຊົນເຂດ ເສດຖະກິດພິເສດສາມຫລ່ຽມຄຳ ແຂວງບໍ່ແກ້ວ. ສະນັ້ນ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຈຶ່ງໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ກະກຽມໃນການສ້າງອົງການໄອຍະການປະຊາຊົນເຂດດັ່ງກ່າວ ເພື່ອຮັບປະກັນໃຫ້ຄະນະດັ່ງກ່າວ, ໄດ້ເຄື່ອນໄຫວຢ່າງມີປະສິດທິພາບ, ມີຜົນສຳເລັດຕາມເປົ້າໝາຍທີ່ວາງໄວ້. ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ສຳມະນາກອນ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ເອົາໃຈໃສ່ຍາດແຍ່ງເອົາຄວາມຮູ້, ບົດຮຽນ, ເປັນເຈົ້າການປະກອບສ່ວນໃນການແລກປ່ຽນບົດຮຽນ ເພື່ອສາ ມາດນຳມາໝູນໃຊ້ ເຂົ້າໃນໜ້າທີ່ວຽກງານຂອງຕົນ ໃຫ້ເກີດຜົນປະໂຫຍດສູງສຸດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments