Home ຂ່າວກິລາ ແຂ່ງຂັນເພາະກາຍຊີງແຊັມອາຊຽນ ຄັ້ງທີ 18 ຈັດຂຶ້ນວັນທີ 16-20 ພຶດສະພາ

ແຂ່ງຂັນເພາະກາຍຊີງແຊັມອາຊຽນ ຄັ້ງທີ 18 ຈັດຂຶ້ນວັນທີ 16-20 ພຶດສະພາ

0

ພິທີຖະແຫຼງຂ່າວການແຂ່ງຂັນກີລາເພາະກາຍ ຊີງແຊັມອາຊຽນ ຄັ້ງທີ 18 ທີ່ ສປປ ລາວ ເປັນເຈົ້າ ພາບ ຈັດຂຶ້ນວັນທີ 9 ກຸມພາ 2024 ຢູ່ໂຮງແຮມດອນຈັນພາເລດ ມີທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ປະທານສະຫະພັນກີລາເພາະກາຍແຫ່ງຊາດລາວ ທ່ານ ດາໂຕະ ພໍຊົວ ປະທານສະຫະພັນກີລາເພາະກາຍໂລກ ມີບັນດາທ່ານຫົວໜ້າກົມ ຫົວໜ້າພະແນກ ຄະນະບໍລິຫານສະຫະພັນເພາະກາຍແຫ່ງຊາດລາວ ປະທານບໍລິສັດທີ່ໃຫ້ການສະໜັບສະໜູນ ຜູ້ອໍານວຍການສູນອອກກໍາລັງກາຍ ນັກກີລາ ແລະ ສື່ມວນຊົນເຂົ້າຮ່ວມ.

ໂອການນີ້ ທ່ານ ຄໍາພະໄພວັນ ວົງໄຊ ຮອງປະທານ-ເລຂາທິການ ສະຫະພັນກີລາເພາະກາຍແຫ່ງຊາດລາວ ກ່າວວ່າ:ການຈັດແຂ່ງຂັນເພາະກາຍຊີງແຊັມອາຊຽນ ຄັ້ງທີ 18 ນີ້ ເພື່ອເປັນການເພີ່ມທະວີການຍົກລະດັບ ແລະ ພັດທະນານັກກີລາເພາະກາຍທີມຊາດລາວ ເພື່ອເປັນການກະຕຸ້ນການທ່ອງທ່ຽວລາວ ປີ 2024 ແລະ ເພີ່ມທະວີການປະຊາສໍາພັນການທ່ອງທ່ຽວລາວຍິ່ງຂຶ້ນ ນອກຈາກນີ້ ຍັງເປັນການສ້າງຂະບວນການແຂ່ງຂັນກີລາໃນອາຊຽນ ແລະ ຄໍານັບຮັບຕ້ອນກອງປະຊຸມສຸດຍອດອາຊຽນ ປີ 2024 ທີ່ ສປປລາວ ເປັນເຈົ້າພາບ ພ້ອມທັງເປັນການນໍາລ້ອງຕໍ່ການສະເໜີເປັນເຈົ້າພາບ ຈັດການແຂ່ງຂັນເພາະກາຍຊີງແຊັມທະວີບອາຊີ ແລະ ຊີງແຊັມໂລກ ໃນ 4 ປີຕໍ່ໜ້າ.

ປັດຈຸບັນ ບັນດາປະເທດອາຊຽນ ຕອບຮັບເຂົ້າຮ່ວມແຂ່ງຂັນ ລວມມີ 9 ປະເທດ ຄື: ໄທ ສສ ຫວຽດນາມ ມາເລເຊຍ ອິນໂດເນເຊຍ ກໍາປູເຈຍ ບຣູໄນ ມຽນມາ ສິງກະໂປ ແລະ ສປປ ລາວ ຊີງໄຊ 25 ຫຼຽນຄໍາ 25 ຫຼຽນເງິນ ແລະ 25 ຫຼຽນທອງ ປະກອບມີ 8 ປະເພດ ຄື:ເພາະກາຍຊາຍ 9 ຮຸ່ນ ເພາະກາຍຊີງແຊັມ Mr South east Asia 1 ຮຸ່ນ ຊາຍຫຸ່ນງາມ 4 ຮຸ່ນ ຍິງຫຸ່ນງາມ 4 ຮຸ່ນ ເພາະກາຍຍິງ 1 ຮຸ່ນ ເພາະກາຍຊາຍ Athletic 4 ຮຸ່ນ ເພາະກາຍຊາຍ ສະແດງລີລາປະກອບເພງ 1 ຮຸ່ນ ແລະ ສະແດງລີລາປະກອບເພງ ຄູ່ ຍິງ-ຊາຍ 1 ຮຸ່ນ ການແຂ່ງຂັນຈະຈັດຂຶ້ນວັນທີ 16-20 ພຶດສະພາ 2024 ຢູ່ໂຮງແຮມດອນຈັນພາເລດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version